ຫວຽດນາມຈະເປີດສາຍການບິນນານາຊາດ…

ຫວຽດນາມ ຈະເປີດເສັ້ນທາງການບິນນານາຊາດ 6 ເສັ້ນທາງ ໄປຫາ ເມືອງ ກວາງໂຈ, ສປ ຈີນ, ໂຊລ ສ. ເກົາຫຼີ, ໂຕກຽວ ຍີ່ປຸ່ນ, ໄຕຫວັນ, ນະຄອນຫຼວງວຽງຈັນ ແລະ ພະນົມເປັນ, ເລີ່ມຕົ້ນເດືອນ ສິງຫາ 2020 ນີ້ ເປັນຕົ້ນໄປ.

ຖ້ຽວບິນຈາກນະຄອນຫຼວງວຽວຈັນ ຈະໄດ້ໄປລົງຈອດ ທີ່ສະໜາມບິນນານາຊາດ Van Don International Airport ທາງຕອນເໜືອ ຂອງແຂວງ Quang Ninh. ຜູ້ເດີນທາງເຂົ້າ ສສ ຫວຽດນາມທຸກຄົນ ຕ້ອງໄດ້ກັກໂຕ 14 ມື້ ເພື່ອຄວບຄຸມການລະບາດຂອງເຊື້ອ ໂຄວິດ-19.

ແຫຼ່ງຂໍ້ມູນ: Lao Youth Radio FM 90.0 Mhz

Comments