ວັນທີ 21 ເດືອນກໍລະກົດ, ລາຄານ້ຳມັນໂລກ ໄດ້ເພີ່ມຂື້ນປະມານ 1 ໂດລາສະຫະລັດຕໍ່ຖັງ, ເປັນຕົວເລກສູງສຸດ ໃນຮອບ 4 ເດືອນຜ່ານມາ ເນື່ອງຈາກໄດ້ຮັບຂ່າວ ທີ່ເພີ່ງພໍໃຈກ່ຽວກັບ ວັກແຊງປ້ອງກັນ ໂຄວິດ-19 ແລະ ກອງທຶນຟື້ນຟູ ເສດຖະກິດເອີຣົບ ໂດຍມີມູນຄ່າ 750 ຕື້ເອີໂຣ ສົ່ງຜົນໃຫ້ ລາຄານ້ຳມັນເບຣນທະເລເໜືອ ເພີ່ມຂຶ້ນ 1,04 ໂດລາສະຫະລັດ (ກວມເອົາ 2,4%) ເປັນ 44,32 ໂດລາສະຫະລັດຕໍ່ຖັງ, ສ່ວນລາຄານ້ຳມັນດິບປະເພດເບົາ ສ.ອາເມລິກາ ເພີ່ມ 1,15 ໂດລາສະຫະລັດ (2,8%) ເປັນ 41,96 ໂດລາສະຫະລັດຕໍ່ຖັງ.

ລາຄານ້ຳມັນເພີ່ມຂຶ້ນ ເນື່ອງຈາກ ບັນດາຜູ້ນຳ ສະຫະພັນເອີຣົບ (EU) ໄດ້ເອກະພາບ ໃນກອງປະຊຸມ ສຸດຍອດ ພາກພື້ນ ກ່ຽວກັບ ກອງທຶນ ຟື້ນຟູເສດຖະກິດ ດ້ວຍມູນຄ່າ 750 ຕື້ເອີໂຣ(860 ຕື້ໂດລາສະຫະລັດ) ເພື່ອຟື້ນຟູ ບັນດາເສດຖະກິດ ທີ່ໄດ້ຮັບຜົນກະທົບ ຈາກພະຍາດ ໂຄວິດ-19.

ຄຽງຄູ່ກັນນັ້ນ, ຍັງມີຂໍ້ມູນ ກ່ຽວກັບບາງບໍລິສັດ ເຕັກໂນໂລຊີ ຊີວະພາບ ແລະ ການຜະລິດຢາໃນທົ່ວໂລກ ໄດ້ມີຄວາມຄືບໜ້າ ໃນການແຂ່ງຂັນຜະລິດວັກແຊງ ປ້ອງກັນພະຍາດ ໂຄວິດ-19 ເມື່ອບໍ່ດົນມານີ້. ນອກຈາກນັ້ນ, ລາຄານ້ຳມັນເພີ່ມຂຶ້ນ ຈາກການຄາດຫວັງວ່າບັນດາສະມາຊິກສະພາອາເມລິກາ ຈະເອກະພາບກ່ຽວກັບບ້ວງເງິນຊຸກຍູ້ຄັ້ງໃໝ່ ເພື່ອຊ່ວຍເຫລືອ ຜູ້ວ່າງງານໃນອາເມລິກາ ຫລາຍລ້ານຄົນໃນທ້າຍເດືອນນີ້.
