ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດພາຍໃຕ້ຄໍາຂວັນ: ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ປອດໄພ, ຕັ້ງໜ້າປັບປຸງ, ກໍ່ສ້າງກອງທັບປະຊາຊົນລາວ ທັງ 3 ປະເພດກໍາລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ຈົງຮັກພັກດີຕໍ່ພັກ, ຕໍ່ລະບອບໃໝ່, ຕໍ່ປະເທດຊາດ ແລະ ປະຊາຊົນ.

ໄດ້ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມໃນວັນທີ 19 ພະຈິກນີ້, ທີ່ກະຊວງປ້ອງກັນປະເທດ, ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງປ້ອງກັນປະເທດ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ ທັງເປັນປະທານຄະນະກໍາມະການ ປກຊ-ປກສ ສູນກາງ, ມີບັນດາສະຫາຍຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດ ກາສູນກາງພັກ, ບັນດາສະຫາຍຄະນະພັກກະຊວງ, ຄະນະພັກນະຄອນຫຼວງ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພ້ອມດ້ວຍຜູ້ແທນກອງປະຊຸມເຂົ້າຮ່ວມ.

ຕະຫຼອດໄລຍະດໍາເນີນກອງປະຊຸມ, ບັນດາສະຫາຍຜູ້ແທນໄດ້ຍົກສູງຄວາມຮັບຜິດຊອບດ້ານການເມືອງຂອງຕົນພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຈໍານວນ 33 ສະຫາຍ ພ້ອມນີ້, ກອງປະຊຸມໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 51 ສະຫາຍ, ສໍາຮອງ 4 ສະຫາຍໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກກະຊວງສະໄໝທີ V ໄດ້ເປັນເອກະພາບເລືອກຕັ້ງເອົາຄະນະປະຈໍາຄະນະພັກກະຊວງປ້ອງກັນປະເທດ ຈໍານວນ 11 ສະຫາຍຄື: ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ສະຫາຍ ພົນໂທ ທອງລອຍ ສີລິວົງ, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ, ສະຫາຍພົນຕີ ວົງຄໍາ ພົມມະກອນ, ສະຫາຍ ພົນຕີ ສອນທອງ ພົມລາວົງ,ສະຫາຍ ພົນຕີ ຈັນທອງ ສອນຕະອາດ, ສະຫາຍພົນຕີ ປະສິດ ທ່ຽງທຳ, ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ, ສະຫາຍພົນຈັດຕະວາ ສາຍໃຈ ກົມມະສິດ, ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ, ສະຫາຍ ພົນຈັດຕະວາ ຄໍາເພັດ ສີຊານົນ.

ກອງປະຊຸມໄດ້ເປັນເອກະສັນປະຊາມະຕິເລືອກເອົາສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເປັນເລຂາຄະນະພັກ, ສະຫາຍ ພົນໂທ ທອງລອຍ ສີລິວົງ ເປັນຮອງເລຂາຄະນະພັກ, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ເປັນຮອງເລຂາຄະນະພັກ.
ກອງປະຊຸມໄດ້ເປັນເອກະສັນກັນເລືອກເອົາສະຫາຍ ພົນຕີ ສອນທອງ ພົມລາວົງ ເປັນປະທານກວດກາພັກ, ສະຫາຍ ພັນເອກ ຈັນດີ ສີລິວົງສັກ ເປັນຮອງປະທານກວດກາພັກ ແລະ ສະຫາຍ ພັນເອກ ທອງດໍາ ພົງສະຫວັດ ເປັນຮອງປະທານກວດກາພັກ.

ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃຫຍ່ຊຶ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄືຄະນະພັກຂັ້ນຕ່າງໆຕໍ່ການຈັດຕັ້ງປະຕິບັດມະຕິວ່າດ້ວຍ 4 ແຜນງານໃຫຍ່ 26 ໂຄງການ, ສ້າງໄດ້ຜົນງານ ແລະ ມີຜົນສໍາເລັດຫຼາຍດ້ານ, ກໍາລັງປ້ອງກັນຊາດໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ສົມກຽດໃນການປະຕິບັດໜ້າທີ່ຍຸດທະສາດ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມ, ເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກໍາລັງຫຼັກແຫຼ່ງເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ສີວິໄລ,

ສະຫາຍໄດ້ເນັ້ນໜັກໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອສ້າງກອງທັບປະຊາຊົນລາວໃຫ້ກາຍເປັນ ກໍາລັງ ແລະ ພາຫະນະອັນແຫຼມຄົມ ແລະ ເປັນກໍາລັງທີ່ເດັດດ່ຽວ ຢຶດໝັ້ນບົດບາດການນໍາພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກ, ປັບປຸງອົງຄະນະພັກກະຊວງປ້ອງກັນປະເທດໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຍົກສູງຄວາມສາມາດນໍາພາຢ່າງ ຮອບດ້ານ ແລະ ຄວາມສາມາດສູ້ຮົບຂອງຄະນະພັກທຸກຂັ້ນ, ທຸກພາວະ ແລະ ທຸກກໍລະນີ, ປັບປຸງກໍ່ສ້າງກໍາລັງປະກອບອາວຸດທຸກປະເພດກໍາລັງ ຕາມທິດຫັນເປັນທັນສະໄໝ ໂດຍສຸມໃສ່ປັບປຸງກໍ່ສ້າງກໍາລັງດ້ານວິຊາສະເພາະໄປຄຽງຄູ່ກັບດ້ານການເມືອງແນວຄິດ, ແບບແຜນຊີ້ນໍາບັນຊາ ແລະ ດ້ານການຈັດຕັ້ງ, ຮັບປະກັນໃຫ້ໄດ້ 3 ຮຸ່ນ, ສືບຕໍ່ຫັນກໍາລັງລົງສູ່ຮາກຖານ, ປັບປຸງຮາກຖານການເມືອງພັດທະນາເຂດຫ່າງໄກສອກຫຼີກ, ເຂດພູດອຍຊົນເຜົ່າ, ເຂດຊາຍແດນ ແລະ ເຂດຍຸດທະສາດສໍາຄັນ, ເສີມຂະຫຍາຍມູນເຊື້ອເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດຕາມທິດ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.