ຂ່າວ ພາຍໃນປະເທດ

ສະຫະພາບເອີຣົບ ແລະ ອົງການຢູນີເຊັບ ປະຈຳລາວ ຊ່ວຍເຫຼືອກຸ່ມເດັກນ້ອຍລຸ່ມ 5 ປີ……..

ສະຫະພາບເອີຣົບ ແລະ ອົງການຢູນີເຊັບ ປະຈຳລາວ ໄດ້ມອບອຸປະກອນ ແລະ ຢາປິ່ນປົວໃຫ້ກະຊວງສາທາລະນະສຸກ ມູນຄ່າ 793.555 ໂດລາສະຫະລັດ ເພື່ອເພີ່ມຄວາມເຂັ້ມແຂງໃນການຕອບໂຕ້ບັນຫາການຂາດສານອາຫານຂອງເດັກນ້ອຍທີ່ມີອັດຕາສູງໃນລາວໂດຍສະເພາະໃນໄລຍະໂຄວິດ 19 ທີ່ມີທ່າອ່ຽງເພີ່ມສູງຂຶ້ນ. ພິທີມອບ-ຮັບຈັດຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ 2020 ທີ່ກະຊວງສາທາລະນະສຸກ ໂດຍກ່າວມອບຂອງທ່ານ ນາງ ອີນາ ມາຊິວລີໂອນິແຕ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ແລະ ທ່ານ ນາງ ດຣ ເປຍ ລີເບວໂລ ບີຮໂຕ ຜູ້ຕາງຫນ້າອົງການຢູນີເຊບ ປະຈຳລາວ ໃຫ້ກຽດກ່າວຮັບຂອງ ຮອງສາສະດາຈານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ. ​ຮອງສາສະດາຈານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກມີຄຳເຫັນວ່າ:ອຸປະກອນແລະຢາປິ່ນປົວທີ່ໄດ້ຮັບການຊ່ວຍເຫຼືອຈາກສະຫະພາບເອີຣົບ ແລະ ອົງການຢູນີເຊັບປະຈຳລາວຄັ້ງນີ້ຈະໄດ້ນຳໃຊ້ເຂົ້າຊ່ວຍໃນວຽກງານປິ່ນປົວ ແລະ ປ້ອງກັນການຂາດສານອາຫານໃນກຸ່ມເດັກນ້ອຍລຸ່ມ 5 ປີ. ລວມມີອາຫານເສີມທາງການແພດ, ຢາແລະອຸປະກອນການແພດສຳລັບປິ່ນປົວເດັກຂາດສານອາຫານຮ້າຍແຮງທີ່ນອນໃນໂຮງຫມໍ,ນອກນີ້ຍັງມີອຸປະກອນຕິດຕາມການເຕີບໂຕເກນມາດຕະຖານຂອງເດັກເຊັ່ນ:ຊິງສັ່ງນ້ຳຫນັກ,ກະດານແທກລວງສູງແລະແນວວັດແທກຮອບເຄິ່ງກາງແຂນໃຫ້ເດັກ.ຢາວິຕາມິນອາເຊິ່ງເປັນຫນຶ່ງໃນຢາທີ່ໄດ້ມອບໃຫ້ກະຊວງສາທາລະນະສຸກເພື່ອແຈກຢາຍໃຫ້ເດັກລຸ່ມ 5 ປີທົ່ວປະເທດເພື່ອໃຫ້ເຂົາເຈົ້າສາມາດສ້າງພູມຄຸ້ມກັນຮ່າງກາຍແລະ ຫຼດຜ່ອນການເຈັບເປັນ.​ ຮອງສາສະດາຈານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກມີຄຳເຫັນຕື່ມວ່າ:ສະພາບການລະບາດຂອງພະຍາດໂຄວິດ ...

Read More »

ນຳໃຊ້ເອເລັກໂຕຣນິກ ຫັນເຂົ້າໃນການດໍາເນີນທຸລະກິດ SMEs……

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມພັດທະນາຜູ້ປະກອບການຜ່ານການສົ່ງເສີມການຄ້າທາງເອເລັກໂຕຣນິກ ເພື່ອເຮັດໃຫ້ຜູ້ປະກອບການທຸລະກິດ SMEs ໃນ ສປປ ລາວ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການຄ້າຜ່ານທາງເອເລັກໂຕຣນິກ ຫັນເຂົ້າໃນການດໍາເນີນທຸລະກິດໃນປັດຈຸບັນ. ຊຸດຝຶກອົບຮົມດັ່ງກ່າວຈັດຂຶ້ນວັນທີ 26 ພະຈິກ 2020 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຂົ້າຮ່ວມເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ມີບັນດາເຈົ້າໜ້າທີ່ກ່ຽວຂອງພາກທຸລະກິດ ເຊິ່ງເປັນກອງປະຊຸມທາງໄກ ໂດຍໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມືສາກົນ ສ.ເກົາຫຼີ ແລະ ສະຖາບັນແມ່ນໍ້າຂອງ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ນັກທຸລະກິດຍິງ ສາມາດຮູ້ວິທີເຂົ້າເຖິງຕະຫຼາດອອນລາຍ ແລະ ເຂົ້າໃຈຫຼາຍຂຶ້ນ ກ່ຽວກັບທຸລະກິດອອນລາຍ ຜ່ານການນໍາໃຊ້ platform E-commerce ແລະ ເວັບໄຊ WWW.plaosme.com ເຊິ່ງປັດຈຸບັນເວັບໄຊ ມີສະມາຊິກເຂົ້າຮ່ວມ 612 ຫົວໜ່ວຍທຸລະກິດ, ໃນນີ້ລວມມີ 1.674 ຜະລິດຕະພັນ. ພ້ອມນັ້ນ, ຍັງສົ່ງເສີມໃຫ້ນັກທຸລະກິດຍິງມີຄວາມເຂົ້າໃຈຫຼາຍຂຶ້ນຕໍ່ກັບຕະຫຼາດ   ສ.ເກົາຫຼີ ແລະ ແລກປ່ຽນບົດຮຽນໃນການຊື້ – ຂາຍສິນຄ້າຜ່ານລະບົບອອນລາຍ Online, ພ້ອມນັ້ນເປັນເວທີແລກປ່ຽນ ແລະ ໃຫ້ຄວາມຮູ້ໃນການດໍາເນີນທຸລະກິດດ້ານ E-commerce ...

Read More »

ທົ່ວປະເທດ ກໍ່ສ້າງຂົວໄດ້ທັງໝົດ 2.819 ແຫ່ງ ເພີ່ມຂຶ້ນ 443%…………………

ທ່ານ ລິດຕາ ຂັດທິຍະ ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)ໄດ້ໃຫ້ສໍາພາດຕໍ່ ເມື່ອບໍ່ດົນມານີ້ ທີ່ກະຊວງ ຍທຂ ວ່າ: ກ່ອນການປົດປ່ອຍ ການຄົມມະນາຄົມຂົນສົ່ງໃນລາວ ຍັງບໍ່ທັນເປັນລະບົບການເດີນທາງເພື່ອແລກປ່ຽນສິນຄ້າ ແລະ ການໄປ-ມາຫາສູ່ ຂອງປະຊາຊົນບັນດາເຜົ່າມີຄວາມຫຍຸ້ງຍາກ ຍ້ອນເສັ້ນທາງບົກມີຈຳນວນຈຳກັດ, ບໍ່ໄດ້ມາດຕະຖານ, ບໍ່ສາມາດຕອບສະໜອງຄວາມຕ້ອງການໃນການເດີນທາງ. ພ້ອມກັນນັ້ນ, ເສັ້ນທາງສ່ວນຫຼາຍເປັນທາງປູດິນແດງ, ປູຫີນ ນຳໃຊ້ໄດ້ແຕ່ລະດູແລ້ງ. ສ່ວນທາງປູຢາງກໍມີພຽງແຕ່ສະເພາະເຂດເທດສະບານຂອງຕົວເມືອງໃຫຍ່ ແລະ ເຂດຍຸດທະສາດການທະຫານເທົ່ານັ້ນ. ສະນັ້ນ, ການເດີນທາງໄປ-ມາຫາສູ່ ຂອງປະຊາຊົນຈຶ່ງໄດ້ນຳໃຊ້ການເດີນເຮືອເປັນຕົ້ນຕໍ ເນື່ອງຈາກວ່າ ສປປ ລາວ ມີແມ່ນໍ້າລໍາເຊຫຼາຍສາຍຈຶ່ງສະດວກ ໃນການຄົມມະນາຄົມທາງນ້ຳ, ການນຳໃຊ້ແມ່ນ້ຳເປັນເສັ້ນທາງຄົມມະນາຄົມນັ້ນໄດ້ມີມາແຕ່ດຶກດຳບັນ ເປັນຕົ້ນແມ່ນແມ່ນ້ຳຂອງ ແລະ ແມ່ນໍ້າສາຂາອື່ນໆ. ບັນດາເສັ້ນທາງໃນນະຄອນຫຼວງວຽງຈັນ ແລະ ຢູ່ຕົວເມືອງອຶ່ນໆ ກໍໄດ້ຮັບການປັບປຸງ ໃຫ້ມີໃບໜ້າອັນໃໝ່, ເປັນຕົ້ນແມ່ນ ເສັ້ນທາງເບີ 1, ເບີ 2 ແລະ ທາງຊອຍອຶ່ນໆ ໃນນະຄອນຫຼວງວຽງຈັນ ໄດ້ຮັບການຟື້ນຟູໃໝ່ ທັງປະດັບດ້ວຍສວນສາທາລະນະອັນສວຍງາມ. ມາຮອດປະຈຸບັນ, ຕາໜ່າງເສັ້ນທາງມີລວງຍາວທັງຫມົດ 58.255 ກມ, ມີເສັ້ນທາງໄປເຖິງທຸກແຂວງ ...

Read More »

ນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ອາຊຽນ ແລະ ຈີນ ສືບຕໍ່ແຜນແມ່ບົດການເຊື່ອມຈອດອາຊຽນ ຮອດ 2025……

ໃນຕອນເຊົ້າຂອງວັນທີ 27 ພະຈິກ 2020, ພະນະທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງສປປລາວ,ໃນຖານະທີ່ ສປປ ລາວ ເປັນປະເທດເຈົ້າພາບຮ່ວມກັບລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ, ໄດ້ເປັນກຽດກ່າວຄໍາປາໄສ (ແບບບັນທຶກວິດິໂອໄວ້ລ່ວງໜ້າ) ໃນພິທີເປີດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 17 ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ຈີນ-ອາຊຽນ ຄັ້ງທີ 17 ທີ່ນະຄອນໜານໜິງ ແຂວງກວາງຊີຈວາງ, ສປ ຈີນ ພາຍໃຕ້ຄຳຂວັນ: “ຮ່ວມກັນສ້າງສາພັດທະນາ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຮ່ວມກັນສ້າງເສດຖະກິດດິຈິຕອນ”. ໃນບົດຄຳເຫັນເປີດພິທີ,ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງງານວາງສະແດງສິນຄ້າອາຊຽນ-ຈີນ ໃນຄັ້ງນີ້ ແລະ ໄດ້ຕີລາຄາວ່າ ຕະຫຼອດ 17 ຄັ້ງຜ່ານມາງານວາງສະແດງດັ່ງກ່າວ ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງອາຊຽນ ແລະ ຈີນ ເວົ້າລວມ ແລະ ເວົ້າສະເພາະລະຫວ່າງ ສປປ ລາວ ແລະ ສປ ຈີນ. ຮູບງານວາງສະແດງສິນຄ້າຄັ້ງກ່ອນ ພິເສດ, ...

Read More »

ຜົນກອງປະຊຸມຫາລືທາງໄກ ລາວ-ໄທ ສາຍພົວພັນຫຼາຍດ້ານ…………..

ວັນທີ 26 ພະຈິກ 2020 ທີ່ ກະຊວງການຕ່າງປະເທດ, ໄດ້ມີກອງປະຊຸມປຶກສາຫາລືທາງໄກ ພາຍໃຕ້ການເປັນປະ​ທານຮ່ວມ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດ​ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ດອນ ປະຣະມັດວິໄນ, ຮອງນາຍົກລັດຖະມົນຕີ, ລັດ​ຖະມົນວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອາ​ນາ​ຈັກໄທ ພ້ອມດ້ວຍບັນດາພະນັກງານຈາກກົມກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະຫຼອດໄລຍະ 70 ຜ່ານມາ ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນຮ່ວມກັນ ໃນວັນທີ 19 ທັນວາ 1950, ສະແດງອອກໃນການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງປະເທດຢ່າງເປັນປົກກະຕິ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ໄທ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ໃນໂອກາດນີ້, ...

Read More »

ເຂື່ອນໄຟຟ້ານໍ້າກົງ 1 ສຳເລັດແລ້ວ 81,9% ຄາດຈະຜະລິດໄຟຟ້າຈຳໜ່າຍໃນກາງປີ………..

ມາຮອດປັດຈຸບັນ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1 ສຳເລັດແລ້ວ 81,9% ຂອງໜ້າວຽກທັງໝົດ ພາຍຫຼັງເລີ່ມລົງມືກໍ່ສ້າງຢ່າງເປັນທາງການ ນັບແຕ່ວັນທີ 31 ຕຸລາ 2017 ເປັນຕົ້ນມາ, ຄາດວ່າພາຍໃນກາງປີ 2021 ໂດຍຄາດວ່າຈະໄດ້ທົດລອງແລ່ນຈັກຜະລິດໄຟຟ້າ ເດືອນພຶດສະພາ , ຫຼັງຈາກນັ້ນ ຈະຜະລິດໄຟຟ້າຈໍາໜ່າຍຢ່າງເປັນທາງການ ໃນເດືອນມິຖຸນາ ເປັນຕົ້ນໄປ. ທ່ານ ເສິນ ຢູ ສວານ, ຜູ້ອໍານວຍການໂຄງການເຂື່ອນໄຟ ຟ້ານໍ້າກົງ 1 ແລະຄະນະ ໄດ້ລາຍງານໃຫ້ຮູ້ໃນໂອກາດທີ່ ທ່ານ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ເຄື່ອນໄຫວຕິດຕາມ ແລະ ກວດກາ ໂຄງການດັ່ງກ່າວ ໃນຕອນເຊົ້າວັນທີ 26 ພະຈິກ 2020 ວ່າ: ໂຄງການໄດ້ສໍາເລັດບັນດາໜ້າວຽກສໍາຄັນ ໂດຍສະເພາະເພື່ອຮອງຮັບໃຫ້ແກ່ແຜນການກັກເກັບນໍ້າຂອງໂຄງການ, ທາງໂຄງການໄດ້ສໍາເລັດການກໍ່ສ້າງຕົວເຂື່ອນ, ວິສະວະກອນທີ່ປຶກສາຂອງໂຄງ ການໄດ້ສໍາເລັດການຕີລາຄາປະເມີນຄຸນນະພາບການກໍ່ສ້າງ ແລະ ການປະເມີນຄວາມປອດໄພຂອງຕົວເຂື່ອນ ແລະ ສິ່ງປະກອບຕ່າງໆ ກ່ອນການກັກເກັບນໍ້າ, ສໍາເລັດການຕິດຕັ້ງອຸປະກອນຕິດຕາມຕົວເຂື່ອນ. ຈັດຕັ້ງທີມງານວິຊາການ ເພື່ອດໍາເນີນການກັກເກັບນໍ້າ, ...

Read More »

ລາວ ກຽມສ້າງຕັ້ງບໍລິສັດ ທີ່ປຶກສາດ້ານການທ່ອງທ່ຽວ ຫຼັງການລະບາດ ໂຄວິດ-19………..

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ(MOU) ເພື່ອກະກຽມຄວາມພ້ອມ ໃນການສ້າງຕັ້ງບໍລິສັດ ທີ່ປຶກສາດ້ານການທ່ອງທ່ຽວຢູ່ລາວ ລະຫວ່າງ ທ່ານ ບົວໄລ ພານຸວົງ ວ່າການຫົວໜ້າຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ຊູຢາວ (ZHOU YAO) ຜູ້ອຳ ນວຍການບໍລິສັດ ອາແມັດຊິ້ງລາວ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນຕອນແລງວັນທີ 25 ພະຈິກ 2020 ຢູ່ໂຮງແຮມ 36 ນະຄອນຫລວງວຽງຈັນ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະ ມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີ ທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະ ທານກຸ່ມບໍລິສັດ ໄອເຮັສຊີ (IHC) ພ້ອມດ້ວຍພະນັກງານຂອງສອງຝ່າຍເຂົ້າຮ່ວມ. ທ່ານ ຊູຢາວ ໄດ້ກ່າວວ່າ: ບໍລິສັດ ອາແມັດຊິ້ງລາວ ແມ່ນບໍລິສັດພາຍໃນຂອງ ສປປ ລາວ, ໂດຍດຳເນີນທຸລະກິດ ກ່ຽວກັບການທ່ອງທ່ຽວ ເປັນຕົ້ນ: ການພັດທະນາການທ່ອງທ່ຽວ, ...

Read More »

ສະພາການຄ້າ ຊີ້ແຈງ ເປັນພຽງຜູ້ປະສານງານ ບໍ່ແມ່ນຜູ້ປ່ອຍເງິນກູ້……

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ມີພາລະບົດບາດເປັນໃຈກາງໃນການປະສານງານ ໃຫ້ກັບຜູ້ປະກອບການ, ຄຸ້ມຄອງບັນດາສະມາຄົມຕ່າງໆ, ຕິດຕາມກວດການການດຳເນີນທຸລະກິດ ຂອງຜູ້ປະກອບການທີ່ເປັນສະມາຊິກຂອງສະພາການຄ້າ, ແຕ່ບໍ່ແມ່ນຜູ້ປ່ອຍເງິນໃຫ້ກັບບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ທີ່ຕ້ອງການເຂົ້າເຖິງແຫຼ່ງທຶນ ແລະ ບໍ່ແມ່ນຜູ້ຄໍ້າປະກັນໃຫ້ກັບສະມາຊິກ. ພຽງແຕ່ປະສານງານກັບບັນດາທະນາຄານ ໃຫ້ຜູ້ຕ້ອງການທຶນ ທີ່ດຳເນີນທຸລະກິດຕ່າງໆໂດຍສະເພາະຂະແໜງກະສິກຳ, ສ່ວນການປ່ອຍເງິນກູ້ ແມ່ນພາກສ່ວນທະນາຄານຮັບຜິດຊອບ. ທ່ານ ບຸນເລີດ ຫລວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 24 ພະຈິກ 2020 ນີ້ວ່າ: ປັດຈຸບັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໄດ້ສຸມໃສ່ສົ່ງເສີມ, ສະໜັບສະໜູນຂະແໜງກະສິກຳປູກຝັງ ແລະ ລ້ຽງສັດ ກ້າວໄປເຖິງອຸດສາຫະກຳປຸງແຕ່ງ ແນໃສ່ສົ່ງເສີມການຜະລິດພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ. ນອກຈາກນີ້, ສະພາການຄ້າ ຍັງເປັນເຈົ້າການ ໃນການປະສານງານ ແລະ ໃຫ້ຄຳແນະນຳຕ່າງໆ ຕໍ່ຜູ້ປະກອບການທີ່ຕ້ອງການທຶນມາໝູນໃຊ້ເຂົ້າໃນວຽກງານ ສາມາດຈັບຄູ່ກັບບັນດາທະນາຄານ ທີ່ເໝາະກັບທຸລະກິດຂອງຕົນ ເນື່ອງຈາກວ່າບັນທະນາຄານ ຫຼື ສະຖາບັນການເງິນຕ່າງໆ ແມ່ນມີນະໂຍບາຍແຕກຕ່າງກັນ ເຮັດໃຫ້ຜູ້ຜະລິດສາມາດເຂົ້າເຖິງການປ່ອຍກູ້ທີ່ເໝາະສົມ ໃຫ້ກັບຜູ້ເຮັດການຜະລິດ. ທ່ານ ບຸນເລີດ ...

Read More »

ສະເຫຼີມສະຫຼອງສາຍພົວພັນການທູດ ສປປ ລາວ-ອັງກິດ ແລະ ອຽກລັງເໜືອ……..

ໃນຕອນຄໍ່າ ວັນທີ 25 ພະຈິກ 2020 ໄດ້ມີພິທີສະເຫຼີມສະຫຼອງວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຂຶ້ນຢ່າງເປັນທາງການ ທີ່ເຮືອນພັກທ່ານທູດອັງກິດ. ເປັນກຽດໃນພິທີສໍາຄັນດັ່ງກ່າວໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ຈອນ ພີຊັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ. ນອກຈາກນັ້ນ, ຍັງມີພະນັກງານຂັ້ນສູງຂອງລາວ ຈາກກະຊວງຕ່າງໆທີ່ກ່ຽວຂ້ອງ, ບັນດາທູຕານຸທູດ ປະຈຳລາວ ແລະ ຕາງໜ້າອົງການຈັດຕັ້ງສາກົນ ເຂົ້າຮ່ວມ. ໃນງານສະເຫຼີມສະຫຼອງ ວັນການທູດຄົບຮອບ 65 ປີ ຄັ້ງນີ້, ທັງສອງຝ່າຍ ໄດ້ກ່າວຄຳປາໄສ, ຊຶ່ງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ຜົນສຳເລັດຂອງການຮ່ວມມືທີ່ດີ ...

Read More »

ຈະສູ້ຊົນເຮັດໃຫ້ມູນຄ່າການນຳເຂົ້າ-ສົ່ງອອກ ບັນລຸຫຼາຍກວ່າ 2.362 ລ້ານໂດລາ…….

ເຖິງວ່າໃນປີ 2020 ນີ້ ຫຼາຍຂະແໜງການຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ແຕ່ຂະແໜງອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ຍັງຕັ້ງເປົ້າສູ້ຊົນໃຫ້ມູນຄ່າການນໍາເຂົ້າ – ສົ່ງອອກໝົດປີບັນລຸ 2.362 ລ້ານໂດລາ ໂດຍໃນ 9 ເດືອນຜ່ານມາ ບັນລຸ 1.590 ລ້ານກວ່າໂດລາ. ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດວ່າ: ໃນໄລຍະ 9 ເດືອນຜ່ານມາ ສະພາບເສດຖະກິດຂອງໂລກ ແລະ ພາກພື້ນຍັງພົບກັບ ຄວາມສັບສົນ ສົມທົບກັບໃນໄລຍະຕົ້ນປີ 2020 ກໍໄດ້ເກີດການລະບາດຂອງໂຄວິດ-19 ໄປທົ່ວໂລກ ສົ່ງຜົນເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍ ເຮັດໃຫ້ເສດຖະກິດໄດ້ຮັບຜົນກະທົບຢ່າງຮຸນແຮງໃນທົ່ວໂລກ; ເວົ້າສະເພາະ ສປປ ລາວ ກໍຄືແຂວງສະຫວັນນະເຂດ ແມ່ນໄດ້ຮັບຜົນກະທົບຈາກສະພາບການດັ່ງກ່າວຢ່າງຫຼີກລຽງບໍ່ໄດ້, ດັ່ງນັ້ນ ຈຶ່ງເຮັດໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ແຕ່ພວກເຮົາກໍສູ້ຊົນປະຕິບັດໜ້າທີ່ຕົນໃຫ້ສຸດຄວາມສາມາດຈົນມີຜົນງານ ດັ່ງນີ້: ການສົ່ງອອກໃນ 9 ເດືອນບັນລຸຫຼາຍກວ່າ 902 ລ້ານໂດລາ ...

Read More »