ລາວ ກຽມສ້າງຕັ້ງບໍລິສັດ ທີ່ປຶກສາດ້ານການທ່ອງທ່ຽວ ຫຼັງການລະບາດ ໂຄວິດ-19………..

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ(MOU) ເພື່ອກະກຽມຄວາມພ້ອມ ໃນການສ້າງຕັ້ງບໍລິສັດ ທີ່ປຶກສາດ້ານການທ່ອງທ່ຽວຢູ່ລາວ ລະຫວ່າງ ທ່ານ ບົວໄລ ພານຸວົງ ວ່າການຫົວໜ້າຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ຊູຢາວ (ZHOU YAO) ຜູ້ອຳ ນວຍການບໍລິສັດ ອາແມັດຊິ້ງລາວ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນຕອນແລງວັນທີ 25 ພະຈິກ 2020 ຢູ່ໂຮງແຮມ 36 ນະຄອນຫລວງວຽງຈັນ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະ ມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີ ທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະ ທານກຸ່ມບໍລິສັດ ໄອເຮັສຊີ (IHC) ພ້ອມດ້ວຍພະນັກງານຂອງສອງຝ່າຍເຂົ້າຮ່ວມ.

ທ່ານ ຊູຢາວ ໄດ້ກ່າວວ່າ: ບໍລິສັດ ອາແມັດຊິ້ງລາວ ແມ່ນບໍລິສັດພາຍໃນຂອງ ສປປ ລາວ, ໂດຍດຳເນີນທຸລະກິດ ກ່ຽວກັບການທ່ອງທ່ຽວ ເປັນຕົ້ນ: ການພັດທະນາການທ່ອງທ່ຽວ, ກໍ່ສ້າງແຫຼ່ງທ່ອງທ່ຽວ, ໃຫ້ຄຳປຶກສາການລົງທຶນດ້ານການທ່ອງທ່ຽວ ແລະ ຜະລິດສື່ໂຄສະນາເຜີຍແຜ່ຂໍ້ມູນວັດທະນະທຳ ແລະ ການທ່ອງທ່ຽວຢູ່ ສປປ ລາວ ອອກສູ່ພາຍນອກ.

ສະນັ້ນ, ເພື່ອເປັນການເຜີຍແຜ່ໂຄສະນາ ຂໍ້ມູນດ້ານການທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ມີຄວາມຫຼາກຫຼາຍສີສັນ ແລະ ສອດຄ່ອງກັບນະໂຍບາຍສົ່ງເສີມ ແລະ ພັດທະການທ່ອງທ່ຽວຂອງ ສປປ ລາວ ຈຶ່ງໄດ້ຮ່ວມມືກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອກະກຽມສ້າງຕັ້ງບໍລິສັດ ທີ່ປຶກສາດ້ານການທ່ອງທ່ຽວຢູ່ລາວ, ໂດຍສະເພາະ ພາຍຫຼັງການຟື້ນຟູຄືນ ຈາກການລະບາດຂອງພະຍາດໂຄວິດ-19; ບໍລິສັດ ຈະໄດ້ຕັ້ງໜ້າຮ່ວມມືກັບພາກລັດ ເພື່ອປະຕິບັດວຽກງານພັດທະນາການທ່ອງທ່ຽວ ໃຫ້ເປັນລະບົບ ເປັນຕົ້ນແມ່ນວຽກງານເຊື່ອມໂຍງທາງດ້ານຊັບພະຍາກອນການທ່ອງທ່ຽວ, ສ້າງລະບຽບການຄຸ້ມຄອງບໍລິຫານອຸດສາຫະກຳທ່ອງທ່ຽວ, ສ້າງສະຖານທີ່ທ່ອງທ່ຽວ, ຝືກອົບຮົມວິຊາສະເພາະໃຫ້ແກ່ພະນັກງານ ແລະ ວຽກງານປິ່ນອ້ອມອື່ນໆ.

ທັງນີ້ ເພື່ອເປັນການປະກອບສ່ວນຕາມທ່າແຮງຂອງຕົນ ເຂົ້າໃນການພັດທະນາການທ່ອງທ່ຽວຢູ່ ສປປ ລາວ ໃຫ້ນັບມື້ເຂັ້ມແຂງ ແລະ ດຶງດູດນັກທ່ອງທ່ຽວ ຈາກທົ່ວໂລກໃຫ້ມາທ່ອງທ່ຽວຢູ່ປະເທດລາວ ໃຫ້ນັບມື້ຫຼາຍຂຶ້ນ.

ແຫຼ່ງຂໍ້ມູນ: ຂປລ

Comments