ນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ອາຊຽນ ແລະ ຈີນ ສືບຕໍ່ແຜນແມ່ບົດການເຊື່ອມຈອດອາຊຽນ ຮອດ 2025……

ໃນຕອນເຊົ້າຂອງວັນທີ 27 ພະຈິກ 2020, ພະນະທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງສປປລາວ,ໃນຖານະທີ່ ສປປ ລາວ ເປັນປະເທດເຈົ້າພາບຮ່ວມກັບລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ, ໄດ້ເປັນກຽດກ່າວຄໍາປາໄສ (ແບບບັນທຶກວິດິໂອໄວ້ລ່ວງໜ້າ) ໃນພິທີເປີດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 17 ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ຈີນ-ອາຊຽນ ຄັ້ງທີ 17 ທີ່ນະຄອນໜານໜິງ ແຂວງກວາງຊີຈວາງ, ສປ ຈີນ ພາຍໃຕ້ຄຳຂວັນ: “ຮ່ວມກັນສ້າງສາພັດທະນາ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຮ່ວມກັນສ້າງເສດຖະກິດດິຈິຕອນ”.

ໃນບົດຄຳເຫັນເປີດພິທີ,ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງງານວາງສະແດງສິນຄ້າອາຊຽນ-ຈີນ ໃນຄັ້ງນີ້ ແລະ ໄດ້ຕີລາຄາວ່າ ຕະຫຼອດ 17 ຄັ້ງຜ່ານມາງານວາງສະແດງດັ່ງກ່າວ ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງອາຊຽນ ແລະ ຈີນ ເວົ້າລວມ ແລະ ເວົ້າສະເພາະລະຫວ່າງ ສປປ ລາວ ແລະ ສປ ຈີນ.

ຮູບງານວາງສະແດງສິນຄ້າຄັ້ງກ່ອນ

ພິເສດ, ງານວາງສະແດງສິນຄ້າອາຊຽນ-ຈີນ ປີນີ້ ແມ່ນຈັດຂຶ້ນໃນທ່າມກາງແຫ່ງຂີດໝາຍໃໝ່ຂອງການພົວພັນຮ່ວມມືຍຸດທະສາດອາຊຽນ-ຈີນ ເຊັ່ນ: ເປັນປີຄົບຮອບ 10 ປີ ຂອງການສ້າງຕັ້ງເຂດການຄ້າເສລີອາຊຽນ-ຈີນ, ປີແຫ່ງການຮ່ວມມືດ້ານເສດຖະກິດດິຈິຕອນອາຊຽນ-ຈີນ, ປີທີ່ອາຊຽນ ແລະ ສປ ຈີນ ກຳລັງຮ່ວມມືກັນຕ້ານ, ຮັບມື ແລະ ແກ້ໄຂຜົນກະທົບຂອງການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ຈະໄດ້ພ້ອມກັນຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 23 ທີ່ໄດ້ສຳເລັດລົງດ້ວຍຜົນອັນຈົບງາມ ທັງມີການຮັບຮອງເອົາປີ 2021 ເປັນປີແຫ່ງການພັດທະນາແບບຍືນຍົງອາຊຽນ-ຈີນ ແລະ ຜັນຂະຫຍາຍສັນຍາການເປັນຄູ່ຮ່ວມເສດຖະກິດຮອບດ້ານຢູ່ລະດັບພາກພື້ນ ຫຼື ອາເຊັບ (RCEP) ໃຫ້ເປັນຮູບປະທໍາ.

ສຳລັບທິດທາງໃນຕໍ່ໜ້າຂອງການຮ່ວມມືອາຊຽນ-ຈີນ, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ອາຊຽນ ແລະ ຈີນ ສືບຕໍ່ຜັນຂະຫຍາຍບັນດາແຜນງານ/ໂຄງການ ທີ່ລະບຸຢູ່ໃນແຜນປະຕິບັດການຮ່ວມມືອາຊຽນ-ຈີນ ສະບັບໃໝ່ ໄລຍະ 2021-2025; ເລັ່ງໃສ່ການເຊື່ອມສານເຊິ່ງກັນ ແລະ ກັນ ລະຫວ່າງແຜນແມ່ບົດການເຊື່ອມຈອດອາຊຽນ ຮອດປີ 2025 ຫຼື MPAC 2025 ແລະ ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ຊຶ່ງສຳລັບຢູ່ ສປປ ລາວ ກໍ່ແມ່ນການກໍ່ສ້າງທາງລົດໄຟຄວາມໄວສູງລາວ-ຈີນ, ເຊິ່ງຄາດວ່າຈະສຳເລັດຕາມແຜນການທີ່ວາງໄວ້ໃນທ້າຍປີ 2021; ການຫັນໄປສູ່ເສດຖະກິດແບບດິຈິຕອນເທື່ອລະກ້າວໂດຍສະເພາະການຍົກລະດັບຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ-ກາງ (MSMEs) ເພື່ອສາມາດດຳເນີນທຸລະກິດທາງອອນໄລໄດ້; ການແກ້ໄຂຄວາມທຸກຍາກ ດ້ວຍການຍົກລະດັບຄວາມອາດສາມາດໃນການຜະລິດ (Productive on Capacity) ແລະ ການຫັນໄປສູ່ການຜະລິດກະສິກຳທີ່ທັນສະໄໝ (Smart Agriculture); ແລະ ການສົ່ງເສີມການໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ ລວມທັງການສົ່ງເສີມການທ່ອງທ່ຽວ.

ນັບຕັ້ງແຕ່ປີ 2004 ເປັນຕົ້ນມາ, ງານວາງສະແດງສິນຄ້າຈີນ-ອາຊຽນແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນຈີນ-ອາຊຽນ ເປັນກົນໄກໜຶ່ງທີ່ສໍາຄັນທີ່ສຸດຂອງພາກທຸລະກິດຈີນ-ອາຊຽນເພື່ອເຕົ້າໂຮມເອົາບັນດາຫົວໜ່ວຍທຸລະກິດຈາກ ອາຊຽນ ແລະ ຈີນ ໃຫ້ມີໂອກາດໄດ້ພົບປະ ແລະ ແລກປ່ຽນປະສົບການຮ່ວມກັນກ່ຽວກັບການດໍາເນີນທຸລະກິດ ແລະ ວາງສະແດງສິນຄ້າຂອງຕົນແນໃສ່ເພື່ອສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ລະຫວ່າງ ອາຊຽນ ແລະຈີນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມທັງເປັນການແລກປ່ຽນທາງດ້ານວັດທະນະທໍາ ແລະ ການທ່ອງທ່ຽວ, ການໄປມາຫາສູ່ກັນຂອງປະຊາຊົນອາຊຽນ-ຈີນ ໃຫ້ນັບມື້ນັບເພີ່ມທະວີ ແລະ ມີຫຼາກຫຼາຍຮູບແບບຍິ່ງຂຶ້ນ. ສຳລັບງານວາງສະແດງສິນຄ້າອາຊຽນ-ຈີນ ຄັ້ງຕໍ່ໄປ (ຄັ້ງທີ 18) ຄາດວ່າຈະມີຂຶ້ນໃນທ້າຍປີ 2021 ແລະ ສປປ ລາວ ຈະໄດ້ສືບຕໍ່ເປັນປະເທດເຈົ້າພາບຮ່ວມຂອງງານວາງສະແດງສິນຄ້າດັ່ງກ່າວກັບ ສປ ຈີນ ຕື່ມອີກ.ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

ແຫຼ່ງຂໍ້ມູນ:​ວສລ

Comments