ສະຫະພາບເອີຣົບ ແລະ ອົງການຢູນີເຊັບ ປະຈຳລາວ ໄດ້ມອບອຸປະກອນ ແລະ ຢາປິ່ນປົວໃຫ້ກະຊວງສາທາລະນະສຸກ ມູນຄ່າ 793.555 ໂດລາສະຫະລັດ ເພື່ອເພີ່ມຄວາມເຂັ້ມແຂງໃນການຕອບໂຕ້ບັນຫາການຂາດສານອາຫານຂອງເດັກນ້ອຍທີ່ມີອັດຕາສູງໃນລາວໂດຍສະເພາະໃນໄລຍະໂຄວິດ 19 ທີ່ມີທ່າອ່ຽງເພີ່ມສູງຂຶ້ນ.

ພິທີມອບ-ຮັບຈັດຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ 2020 ທີ່ກະຊວງສາທາລະນະສຸກ ໂດຍກ່າວມອບຂອງທ່ານ ນາງ ອີນາ ມາຊິວລີໂອນິແຕ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ແລະ ທ່ານ ນາງ ດຣ ເປຍ ລີເບວໂລ ບີຮໂຕ ຜູ້ຕາງຫນ້າອົງການຢູນີເຊບ ປະຈຳລາວ ໃຫ້ກຽດກ່າວຮັບຂອງ ຮອງສາສະດາຈານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ.
ຮອງສາສະດາຈານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກມີຄຳເຫັນວ່າ:ອຸປະກອນແລະຢາປິ່ນປົວທີ່ໄດ້ຮັບການຊ່ວຍເຫຼືອຈາກສະຫະພາບເອີຣົບ ແລະ ອົງການຢູນີເຊັບປະຈຳລາວຄັ້ງນີ້ຈະໄດ້ນຳໃຊ້ເຂົ້າຊ່ວຍໃນວຽກງານປິ່ນປົວ ແລະ ປ້ອງກັນການຂາດສານອາຫານໃນກຸ່ມເດັກນ້ອຍລຸ່ມ 5 ປີ.

ລວມມີອາຫານເສີມທາງການແພດ, ຢາແລະອຸປະກອນການແພດສຳລັບປິ່ນປົວເດັກຂາດສານອາຫານຮ້າຍແຮງທີ່ນອນໃນໂຮງຫມໍ,ນອກນີ້ຍັງມີອຸປະກອນຕິດຕາມການເຕີບໂຕເກນມາດຕະຖານຂອງເດັກເຊັ່ນ:ຊິງສັ່ງນ້ຳຫນັກ,ກະດານແທກລວງສູງແລະແນວວັດແທກຮອບເຄິ່ງກາງແຂນໃຫ້ເດັກ.ຢາວິຕາມິນອາເຊິ່ງເປັນຫນຶ່ງໃນຢາທີ່ໄດ້ມອບໃຫ້ກະຊວງສາທາລະນະສຸກເພື່ອແຈກຢາຍໃຫ້ເດັກລຸ່ມ 5 ປີທົ່ວປະເທດເພື່ອໃຫ້ເຂົາເຈົ້າສາມາດສ້າງພູມຄຸ້ມກັນຮ່າງກາຍແລະ ຫຼດຜ່ອນການເຈັບເປັນ.

ຮອງສາສະດາຈານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກມີຄຳເຫັນຕື່ມວ່າ:ສະພາບການລະບາດຂອງພະຍາດໂຄວິດ 19 ສົ່ງຜົນໃຫ້ເພີ່ມຄວາມສ່ຽງດ້ານໂພສະນາການຂອງເດັກໃນລາວ ເຊິ່ງການຂາດສານອາຫານຈະສົ່ງຜົນໄລຍະຍາວດ້ານການຈະເລີນເຕີບໂຕ,ພັດທະນາການແລະສຸຂະພາບຂອງເດັກ,ຊຸມຊົນແລະປະເທດ ສຳລັບອຸປະກອນທາງການແພດແລະຢາດ້ານໂພຊະນາການທີ່ໄດ້ຮັບຄັ້ງນີ້ ຈະກະກຽມມອບໃຫ້ພະແນກທີ່ເປັນຫລັກດ້ານວຽກງານນີ້ພານໃນກະຊວງສາທາລະນະສຸກເຊັ່ນ: ກົມປິ່ນປົວແລະຟື້ນຟູຫນ້າທີ່ການແລະສູນໂພຊະນາການທີ່ຂຶ້ນກັບກົມອານາໄມແລະສົ່ງເສີມສຸຂະພາບຂອງກະຊວງສາທາລະນະສຸກ,ເຊິ່ງອຸປະກອນແລະຢາຈຳນວນນີ້ຍັງຈະຖືກແຈກຢາຍໃຫ້ໂຮງຫມໍແຂວງໃນທົ່ວປະເທດເພື່ອຊຸມຍູ້ສົ່ງເສີມວຽກງານປ້ອງກັນແລະປິ່ນປົວການຂາດສານອາຫານໃນເດັກ.
ແຫຼ່ງຂໍ້ມູນ:ວສລ