ເຂື່ອນໄຟຟ້ານໍ້າກົງ 1 ສຳເລັດແລ້ວ 81,9% ຄາດຈະຜະລິດໄຟຟ້າຈຳໜ່າຍໃນກາງປີ………..

ມາຮອດປັດຈຸບັນ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1 ສຳເລັດແລ້ວ 81,9% ຂອງໜ້າວຽກທັງໝົດ ພາຍຫຼັງເລີ່ມລົງມືກໍ່ສ້າງຢ່າງເປັນທາງການ ນັບແຕ່ວັນທີ 31 ຕຸລາ 2017 ເປັນຕົ້ນມາ, ຄາດວ່າພາຍໃນກາງປີ 2021 ໂດຍຄາດວ່າຈະໄດ້ທົດລອງແລ່ນຈັກຜະລິດໄຟຟ້າ ເດືອນພຶດສະພາ , ຫຼັງຈາກນັ້ນ ຈະຜະລິດໄຟຟ້າຈໍາໜ່າຍຢ່າງເປັນທາງການ ໃນເດືອນມິຖຸນາ ເປັນຕົ້ນໄປ.

ທ່ານ ເສິນ ຢູ ສວານ, ຜູ້ອໍານວຍການໂຄງການເຂື່ອນໄຟ ຟ້ານໍ້າກົງ 1 ແລະຄະນະ ໄດ້ລາຍງານໃຫ້ຮູ້ໃນໂອກາດທີ່ ທ່ານ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ເຄື່ອນໄຫວຕິດຕາມ ແລະ ກວດກາ ໂຄງການດັ່ງກ່າວ ໃນຕອນເຊົ້າວັນທີ 26 ພະຈິກ 2020 ວ່າ: ໂຄງການໄດ້ສໍາເລັດບັນດາໜ້າວຽກສໍາຄັນ ໂດຍສະເພາະເພື່ອຮອງຮັບໃຫ້ແກ່ແຜນການກັກເກັບນໍ້າຂອງໂຄງການ, ທາງໂຄງການໄດ້ສໍາເລັດການກໍ່ສ້າງຕົວເຂື່ອນ, ວິສະວະກອນທີ່ປຶກສາຂອງໂຄງ ການໄດ້ສໍາເລັດການຕີລາຄາປະເມີນຄຸນນະພາບການກໍ່ສ້າງ ແລະ ການປະເມີນຄວາມປອດໄພຂອງຕົວເຂື່ອນ ແລະ ສິ່ງປະກອບຕ່າງໆ ກ່ອນການກັກເກັບນໍ້າ, ສໍາເລັດການຕິດຕັ້ງອຸປະກອນຕິດຕາມຕົວເຂື່ອນ.

ຈັດຕັ້ງທີມງານວິຊາການ ເພື່ອດໍາເນີນການກັກເກັບນໍ້າ, ໄດ້ເຜີຍແຜ່ແຜນການກັກນໍ້າ ແລະ ແຜນຮັບມືໃນກໍລະນີສຸກເສີນໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນທີ່ຢູ່ໃຕ້ເຂື່ອນ ຈໍານວນ 14 ບ້ານ ແລະ ໜ້າວຽກສໍາຄັນອື່ນຯ, ໂດຍໂຄງການໄດ້ເລີ່ມກັກເກັບນໍ້ານັບແຕ່ຕົ້ນເດືອນກັນຍາ ປີ 2020 ເປັນຕົ້ນມາ. ສ່ວນໜ້າວຽກທີ່ກໍາລັງດຳເນີນໃນປັດຈຸບັນ ລວມມີ: ການກໍ່ສ້າງສັນເຂື່ອນ, ຕິດຕັ້ງປະຕູທາງນ້ຳລົ້ນ, ຕິດຕັ້ງຈັກເບີ 2, ເບຕົງໄລນິງທໍ່ຫາຍໃຈ, ໂຄງສ້າງປະຕູນ້ຳທ້າຍເຮືອນຈັກ, ໂຄງສ້າງສະວິດຢາດ GIS ແລະ ວຽກດຶງສາຍ 115 KV.

ໃນໂອກາດນີ້ ທ່ານ ບົວເທບ ມາໄລຄໍາ, ຫົວໜ້າກົມຄຸ້ມ ຄອງພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສໍາພາດວ່າ: ເຂື່ອນໄຟຟ້ານໍ້າກົງ 1 ເປັນເຂື່ອນຫີນຖົມດ້ານໜ້າດ້ວຍເບຕົງ, ສາມາດກັກເກັບນໍ້າໄດ້ປະມານ 650 ລ້ານແມັດກ້ອນ. ຜ່ານການລົງຕິດຕາມກວດກາໃນຄັ້ງນີ້ ເຫັນວ່າການກໍ່ສ້າງເຂື່ອນດັ່ງກ່າວມີຄວາມຫຼ້າຊ້າເລັກນ້ອຍ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແຕ່ການກໍ່ສ້າງໂດຍລວມເຫັນວ່າມີຄວາມຄືບໜ້າດີຫຼາຍ ແລະຄາດວ່າທາງໂຄງການຈະໄດ້ທົດລອງແລ່ນຈັກຜະລິດໄຟຟ້າໃນເດືອນພຶດສະພາ, ຫຼັງຈາກນັ້ນຈະຜະລິດໄຟຟ້າຈໍາໜ່າຍຢ່າງເປັນປົກກະຕິພາຍໃນເດືອນມິຖຸນາ 2021 ເປັນຕົ້ນໄປ.

ຢ່າງໃດກໍ ຕາມ ເຖີງວ່າໂຄງການຈະສໍາເລັດແລ້ວ ແຕ່ພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະທ້ອງຖິ່ນ ຈະຮ່ວມກັນສືບຕໍ່ຕິດຕາມໃນໄລຍະການດໍາເນີນງານຂອງເຂື່ອນດັ່ງກ່າວຕໍ່ໄປຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນ: ການຕິດຕາມການຊຸດຕົວຂອງເຂື່ອນ, ການເໜັງຕີງຂອງຕົວເຂື່ອນ, ການຮົ່ວຊຶມຂອງນໍ້າໃນເຂື່ອນ ແລະ ອື່ນຯ ເພື່ອເຮັດໃຫ້ເຂື່ອນສາມາດຜະລິດພະລັງງານໄຟຟ້າໃຫ້ມີປະສິດທິຜົນສູງສຸດ ແລະ ຮັບປະກັນຄວາມປອດໄພຂອງເຂື່ອນ.

ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1 ຕັ້ງຢູ່ສາຍນໍ້າກົງ ແລະນອນຢູ່ໃນເຂດເມືອງພູວົງ, ແຂວງອັດຕະປື. ມີລວງສູງຂອງໂຕເຂື່ອນ 90 ແມັດ, ເຮືອນຈັກໄຟຟ້າ ເປັນປະເພດຕັ້ງຢູ່ໃຕ້ດິນ ມີກຳລັງຕິດຕັ້ງທັງໝົດ 160 MW (2×80 MW), ສາມາດຜະລິດພະລັງງານໄຟຟ້າໄດ້ 469 GWh/ປີ, ມູນຄ່າການກໍ່ສ້າງ 335,8 ລ້ານ USD, ມີອາຍຸການສໍາປະ ທານ 25 ປີ, ໃນນີ້ ບໍລິສັດນໍ້າ ແລະພະລັງງານໄຟຟ້າແຫ່ງ ສປ ຈີນ (CWE) ຖືຫຸ້ນ 65%, ລັດວິສາຫະກິດໄຟຟ້າລາວ (EDL) ຖືຫຸ້ນ 20% ແລະ ບໍລິສັດທີ່ປືກສາດ້ານການລົງທຶນເຂື່ອນໄຟຟ້າຈໍາກັດຜູ້ດຽວ (IHC) ຖືຫຸ້ນ 15%. ສໍາລັບພະ ລັງງານໄຟຟ້າທີ່ຜະລິດໄດ້ທັງໝົດຈະຂາຍໃຫ້ແກ່ລັດວິສາຫະກິດໄຟຟ້າລາວ.

ແຫຼ່ງຂໍ້ມູນ: ວສລ

Comments