ຂ່າວ ພາຍໃນປະເທດ

ລັດຖະມົົນຕີກະຊວງສຶກສາ ຕ້ອນຮັບຜູ້ຕາງໜ້າ ອົງການອຸຍນີເຊັບ ຄົນໃໝ່ປະຈຳລາວ

ວັນທີ 13 ສິງຫາ 2020 ນີ້, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງທ່ານ ດຣ ນາງ ເພຍ ຣີແບນໂລ ບະຣິດໂຕ (Dr Pia Rebello Britto), ຜູ້ຕາງໜ້າຂອງອົງການ UNICEF ຄົນໃໝ່ ປະຈຳ ສປປ ລາວ.ໂອກາດນີ້, ທ່ານນາງ ແສງເດືອນ ຫລ້າຈັນທະບູນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງທ່ານ ດຣ ນາງ ເພຍ ຣີແບນໂລ ບະຣິດໂຕ, ພ້ອມທັງສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫລືອຂອງອົງການ UNICEF ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆດ້ານການສຶກສາ ພາຍໃຕ້ແຜນງານຂອງອົງການ UNICEF ທີ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເປັນຕົ້ນ ແມ່ນບັນດາໜ້າວຽກບູລິມະສິດ ຕິດພັນກັບການສົ່ງເສີມການສຶກສາ ກໍຄື ການຮັບປະກັນໃຫ້ເດັກນ້ອຍລາວທຸກຄົນໄດ້ຮັບການພັດທະນາ ...

Read More »

ເຕືອນ!! ທ້າຍເດືອນກັນຍາ ແລະ ຕົ້ນເດືອນຕຸລາ ປະຊາຊົນກຽມຮັບມືກັບພາຍຸ 2 ລູກ

ອີງຕາມສູນພະຍາກອນອາກາດ ອົງກອນອຸຕຸນິຍົມໂລກໃຫ້ຮູ້ວ່າ: ຈະມີພາຍຸໝຸນເຂດຮ້ອນ 2 ລູກ ພັດຜ່ານປະເທດລາວ ໃນລະຫວ່າງທ້າຍເດືອນ ກັນຍາ ແລະ ຕົ້ນເດືອນ ຕຸລາ 2020 ນີ້ ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ຫຼຸດເກນປົກກະຕິ ອາດກໍ່ໃຫ້ເກີດມີລົມພັດແຮງ,​ດິນໄຫຼເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ, ນໍ້າປ່າໄຫຼຍູ້ກະທັນຫັນ ໂດຍສະເພາະຢູ່ທາງພາກກາງ ແລະ ພາກໃຕ້. ສະເພາະສະພາບອາກາດ ໃນລະຫວ່າງວັນທີ 27-28 ສິງຫານີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງໃຫ້ຮູ້ວ່າ ຈະມີຝົນຕົກໜັກຢູ່ເຂດພາກເໜືອ ແລະ ພາກກາງ. ຄາດຄະເນປະລິມານນໍ້າຝົນສະສົມໃນເດືອນສິງຫານີ້ ຈະມີຝົນຕົກຫຼຸດເກນປົກກະຕິິ (ຕົກໜ້ອຍ) ຢູ່ບາງເຂດເຊັ່ນ:​ແຂວງຜົ້ງສາລີ, ຊໍາເໜືອ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ບໍລິຄຳໄຊ,​ຈຳປາສັກ, ສາລະວັນ ແລະ ອັດຕະປື. ພ້ອມກັນນີ້,​ຈະມີຝົນຕົກປົກກະຕິ ຄ່ອຍ-ປານກາງ ຢູ່ເຂດເມືອງວຽງໄຊ, ແຂວງຊຽງຂວາງ, ຫຼວງພະບາງ, ໂພນໂຮງ, ທ່າແຂກ, ສະຫວັນນະເຂດ, ເຊໂນ ແລະ ເຊກອງ. ສະພາບລວມຄາດຄະເນປະລິມານນໍ້າຝົນສະສົມປະຈຳເດືອນສິງຫາ ຫາ ...

Read More »

ປະທານປະເທດ ກ່າວສູນທອນພົດ ແລະ ປະດັບຫລຽນຄຳແຫ່ງຊາດ ໃຫ້ແກ່ອົງການແນວລາວສ້າງຊາດ

ໃນພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ໃນວັນທີ 13 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວສູນທອນພົດ ໃນພິທີໂຮມຊຸມນຸມໃຫຍ່ສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13/8/1950-13/8/2020) ໂດຍມີດັ່ງນີ້: ມື້ນີ້, ສູນກາງພັກ, ລັດຖະບານ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍປະຊາຊົນບັນດາເຜົ່າ ໃນທົ່ວປະເທດ ມີຄວາມເບີກບານມ່ວນຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ພ້ອມກັນຈັດຕັ້ງພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 70 ປີ ພໍດີ. ປີນີ້ຊຶ່ງເປັນປີມ້ວນທ້າຍ ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII; ເປັນປີແຫ່ງການສືບຕໍ່ປຸກລະດົມຂະບວນການສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫລີມສະ ຫລອງບັນດາວັນປະຫວັດສາດສຳຄັນຂອງຊາດຂອງພັກ, ສ້າງຂະບວນການວຽກງານຮອບດ້ານ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ...

Read More »

ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ

ໃນຕອນເຊົ້າວັນທີ 12 ສິງຫາ 2020 ນີ້ທີ່ຫໍປະຊຸມແຫ່ງຊາດ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າອວຍພອນຂອງ ທ່ານ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ ( 13 /8/1950 -13/8/2020). ແຫຼ່ງຂໍ້ມູນ:​ https://www.facebook.com/plugins/post.php

Read More »

ນະຄອນຫຼວງພົບ 14 ບ້ານ ທີ່ມີໜອນນໍ້າຍຸງລາຍຫຼາຍທີ່ສຸດ…

ຈາກການລາຍງານ ຂອງສູນໄຂ້ຍຸງແມ່ກາຝາກ ແລະ ແມງໄມ້ ແລະ ສາທານະຄອນຫຼວງເຫັນວ່າ ຜົນຂອງການລົງສຳຫຼວດໜອນນຳ້ຍຸງລາຍ ຢູ່ນະຄອນຫຼວງວຽງຈັນ ໄດ້ມີຈຳນວນ 14 ບ້ານທີ່ມີໜອນນຳ້ສູງສຸດ ເຊິ່ງມີຄວາມສ່ຽງຈະເກີດໄຂ້ຍຸງລາຍເປັນວົງກວ້າງ. 14 ບ້ານ ດັ່ງກ່າວ ປະກອບມີ: 1 ບ້ານ ອ່າງນ້ອຍ2 ບ້ານ ເພຍລາດ3 ບ້ານ ຫົວນາ4 ບ້ານ ໂນນແຕ້5 ບ້ານ ຊ້າງຄູ້6 ບ້ານ ໂພນສະຫວັນ7 ບ້ານ ໂພນເຄັງ8 ບ້ານ ທາດຫຼວງກາງ9 ບ້ານ ສະພັງໝໍ້10 ບ້ານ ຂາມງອຍ11 ບ້ານ ຫ້ວຍຫົງ12 ບ້ານ ວຽງຄໍາ13 ບ້ານ ໜອງຈັນ14 ບ້ານ ດອນກອຍ ສະເໜີໃຫ້ ນາຍບ້ານ ແລະ ລູກບ້ານ ຂ້າງເທິງ ຍົກລະດັບຄວາມເປັນເຈົ້າການ ທຳລາຍແຫຼ່ງເພາະພັນຍຸງລາຍ ໃນເຮືອນຂອງຕົນເອງ ຢ່າງຮີບດ່ວນ. ແຫຼ່ງຂໍ້ມູນ: FM 90

Read More »

ກົມໃຫຍ່ຕຳຫລວດ ເຜີຍແຜ່ວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ…

ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຜີຍແຜ່, ເຊື່ອມຊຶມວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນວັນທີ 11 ສິງຫາ 2020 ທີ່ຫ້ອງປະຊຸມຂອງກົມໃຫຍ່ດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳກິ່ງ ຜຸຍຫລ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ຈິນດາໄມ ວິໄລຫົງສ໌ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ມີບັນດານາຍຕຳຫລວດ ຈາກບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ຕຳຫລວດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້ ກໍເພື່ອໃຫ້ນາຍຕຳຫລວດທີ່ເຮັດໜ້າທີ່ດຳເນີນຄະດີ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາບລວມການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ລວມທັງກົດໝາຍ, ລະບຽບການທີ່ກ່ຽວຂ້ອງ, ຄໍາສັ່ງແນະນໍາວ່າດ້ວຍການດໍາເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ທ່ານ ພົນຈັດຕະວາ ຄໍາກິ່ງ ຜຸຍຫລ້າມະນີວົງ ໄດ້ກ່າວວ່າ: ການຟອກເງິນ ແມ່ນການນໍາເອົາເງິນ ຫລື ຊັບສິນທີ່ໄດ້ມາຈາກການກະທໍາຜິດ ຫລື ໄດ້ມາໂດຍບໍ່ຖືກຕ້ອງຕາມກົດໝາຍ ແລ້ວມາປ່ຽນສະພາບເປັນເງິນ ຫລື ຊັບສິນທີ່ໄດ້ມາຢ່າງຖືກຕ້ອງ ເອີ້ນວ່າ: ຂັ້ນຕອນການດໍາເນີນການປ່ຽນ ເງິນເປື້ອນ ໃຫ້ເປັນ ເງິນສະອາດ. ສ່ວນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແມ່ນການນໍາເອົາເງິນ ຫລື ...

Read More »

ກົມອຸຕຸຄາດອາທິດນີ້ ຍັງຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ…

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 10 ຫາ 16 ສິງຫາ 2020 ວ່າ: ໃນໄລຍະວັນທີ 10 ຫາ 12 ສິງຫາ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອດ້ານຕາເວັນອອກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ. ຈາກນັ້ນວັນທີ 13 ຫາ 16 ສິງຫາ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ແຫຼ່ງຂໍ້ມູນ: ​https://www.facebook.com/plugins/post.php

Read More »

ອາຊຽນ ທົບທວນຄວາມການປະຕິບັດແຜນງານຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ…

ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ (Video conferencing) ຂອງຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມປິ່ນອ້ອມ ໃນລະຫວ່າງວັນທີ 11-12 ສິງຫາ 2020 ນີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ Rica rdo B.JALAD ຫົວໜ້າກົມ, ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ປະ ເທດຟີລິບປິນ ແລະ ມີບັນດາຈຸດປະສານງານ ຄະນະກຳມະການຄຸ້ມຄອງໄພພິບັດ ປະເທດອາຊຽນ ເຂົ້າຮວ່ມ. ກອງປະຊຸມຄະນະບໍລິຫານງານສູນປະສານງານຊ່ວຍເຫລືອ ດ້ານມະນຸດສະທຳໄພພິບັດອາ ຊຽນ ຄັ້ງທີ 12, ກອງປະຊຸມຄະນະກຳມະການຮ່ວມເພື່ອເສີມຂະຫຍາຍຂອບການຮ່ວມມືໃນການຊ່ວຍເຫລືອດ້ານມະນຸດສະທຳ ຄັ້ງທີ 13, ກອງປະຊຸມ ໂດຍການເປັນປະທານຂອງ ຫົວໜ້າຫ້ອງການຄຸ້ມຄອງພົນລະເຮືອນຟີລິບປິິນ. ພ້ອມກັນນີ້, ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຍັງຈະໄດ້ເປີດກວ້າງກັບ ສປ ຈີນ, ຍີ່ປຸ່ນ ເຂົ້າຮ່ວມເພື່ອປຶກສາຫາລືຕໍ່ກັບຂອບແນວຄວາມຄິດ ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ແລະ ກອງປະຊຸມລັດຖະມົນຕີ ຄຸ້ມຄອງໄພພິບັດອາ ຊຽນ ...

Read More »

ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ສ.ເກົາຫລີ ຄົບຮອບ 25 ປີ

ສະຖານທູດ ສ.ເກົາຫລີ ປະຈຳ ສປປ ລາວ ໄດ້ຈັດພິທີມອບ-ຮັບລາງວັນ ການແຂ່ງຂັນອອກແບບ ແລະ ເປີດນຳໃຊ້ ສັນຍາລັກ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ສ.ເກົາຫລີ ຄົບຮອບ 25 ປີ (25/10/1995-25/10/2020) ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ ວັນທີ 11 ສິງຫາ 2020. ທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ສ. ເກົາຫລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການຈັດການແຂ່ງຂັນອອກແບບໃນຄັ້ງນີ້ ເປັນຄັ້ງທຳອິດ, ໂດຍມີຜູ້ສະໝັກຈາກລາວ ແລະ ສ.ເກົາຫລີ ຈຳນວນ 109 ຄົນ, ລວມມີ 200 ກວ່າແບບທີ່ສົ່ງເຂົ້າປະກວດ, ເຊິ່ງຜູ້ຊະນະເລີດແມ່ນ ທ້າວ ຄຳເກີດ ຟານຄຳ, ຮອງຊະນະເລີດ ທ້າວ ໄຊຍະພອນ ບົວຈັນທະລາ ແລະ ທີສາມແມ່ນທ້າວ ຢູ ກວາງ ສັນຊາດ ...

Read More »

ຍື່ນສະເໜີປ່າສະຫງວນຫີນໜາມໜໍ່ເປັນມໍລະດົກທຳມະຊາດໂລກ ຕໍ່ UNESCO

ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ຈັດສົ່ງຄະນະປະຕິບັດງານ, ໃນນັ້ນມີພະນັກງານສອງຄົນ ຂອງປ່າສະຫງວນແຫ່ງຊາດຟອງຍາ-ແກ໋ບ່າງ ຈະໄປເຮັດວຽກ ຊ່ວຍເຫຼືອປະເທດເພື່ອນມິດລາວ ເພື່ອພ້ອມກັນເຮັດວຽກກັບ ກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ ປັບປຸງສໍານວນເອກະສານຍື່ນສະເໜີຕໍ່ UNESCO ຮັບຮອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກທໍາມະຊາດໂລກ. ປັດຈຸບັນ, ຫີນໜາມໜໍ່ ແມ່ນເຂດອະນຸລັກຮັກສາທໍາມະຊາດຂຶ້ນກັບແຂວງຄໍາມ່ວນ, ຕິດກັບລະບົບພູຫີນປູນຕາມເສັ້ນຊາຍແດນຫວຽດນາມ-ລາວ ຂອງປ່າສະຫງວນແຫ່ງຊາດຟອງຍາ-ແກ໋ບ່າງ (123.00 ເຮັກຕາ). ສະນັ້ນ, ຈໍາເປັນຕ້ອງນອນໃນລະບົບດຽວກັນເພື່ອອະນຸລັກຮັກສາ ແລະສ້າງເປັນເຂດພູຫີນປູນໃຫຍ່ທີ່ສຸດຢູ່ອາຊີ. ນອກຈາກການໜູນຊ່ວຍຈາກກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ, ແຂວງກວາງບິ່ງ ມີແຜນການໜູນຊ່ວຍຄື ແບ່ງປັນຂໍ້ມູນຂ່າວສານທີ່ກ່ຽວຂ້ອງ, ເຮັດແຜນທີ່ລວມລະຫວ່າງສອງຝ່າຍເພື່ອນໍາໃຊ້ໃນການເຄື່ອນໄຫວຮ່ວມມືລະຫວ່າງຊາຍແດນ, ຊ່ວຍລາວ ກ່ຽວກັບບົດຮຽນຍົກສູງຄວາມຮັບຮູ້ຂອງປະຊາຄົມໃນການອະນຸລັກຮັກສາ, ຮ່ວມກັນຄຸ້ມຄອງຊັບພະຍາກອນທຳມະຊາດ. ແຫຼ່່ງຂໍ້ມູນ:​ https://www.facebook.com/plugins/post.php

Read More »