ໃນພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ໃນວັນທີ 13 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວສູນທອນພົດ ໃນພິທີໂຮມຊຸມນຸມໃຫຍ່ສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13/8/1950-13/8/2020) ໂດຍມີດັ່ງນີ້:

ມື້ນີ້, ສູນກາງພັກ, ລັດຖະບານ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍປະຊາຊົນບັນດາເຜົ່າ ໃນທົ່ວປະເທດ ມີຄວາມເບີກບານມ່ວນຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ພ້ອມກັນຈັດຕັ້ງພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 70 ປີ ພໍດີ. ປີນີ້ຊຶ່ງເປັນປີມ້ວນທ້າຍ ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII; ເປັນປີແຫ່ງການສືບຕໍ່ປຸກລະດົມຂະບວນການສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫລີມສະ ຫລອງບັນດາວັນປະຫວັດສາດສຳຄັນຂອງຊາດຂອງພັກ, ສ້າງຂະບວນການວຽກງານຮອບດ້ານ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຈະມາເຖິງຢ່າງຟົດຟື້ນ…

ພ້ອມກັນນັ້ນ, ໃນກອງປະຊຸມດັ່ງກ່າວ ພັກ-ລັດຖະບານ ໄດ້ຕົກລົງມອບຫລຽນຄໍາແຫ່ງຊາດ ອັນເປັນຫລຽນໄຊສູງສຸດ ໃຫ້ແກ່ອົງການແນວລາວສ້າງຊາດ ທີ່ໄດ້ສ້າງຜົນງານອັນໃຫຍ່ຫລວງໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ໃຫ້ກຽດປະດັບຫລຽນໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ.

ໃນໂອກາດດຽວກັນນີ້, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ປະດັບຫລຽນໄຊອິດສະຫລະຊັ້ນ I ໃຫ້ ທ່ານ ໄຊສົມພອນ ພົມວິຫານ ປະ ທານສູນກາງແນວລາວສ້າງຊາດ ແລະ ປະດັບຫລຽນໄຊພັດທະນາຊັ້ນ I ໃຫ້ທ່ານ ອ໋ອດ ພົງສະຫວັນ ກໍາມະການສູນກາງແນວລາວສ້າງຊາດ ທີ່ເປັນນັກທຸລະກິດດີເດັ່ນ

ແຫຼ່ງຂໍ້ມູນ: ຂປລ