ໂອກາດເຂົ້າຫາແຫຼ່ງທຶນຜ່ານຕະຫຼາດທຶນລາວ…


ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ( ສຄຄຊ ) ຮ່ວມກັບຕະຫຼາດຫຼັກຊັບລາວ ( ຕລຊລ ) ແລະ ເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໄດ້ຈັດງານສໍາມະນາພາຍໃຕ້ຫົວຂໍ້ “ ໂອກາດໃນການເຂົ້າຫາແຫຼ່ງທຶນຜ່ານຕະຫຼາດທຶນລາວ ”.
ທ່ານ ອຶນ ຊອນ ຮວາງ ຮອງຜູ້ອໍານວຍການໃຫຍ່ ຕລຊລ ກ່າວວ່າ: ພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບໃຫ້ເສດຖະກິດທົ່ວໂລກມີຜົນກະທົບ.


ຄຽງຄູ່ກັນນັ້ນ, ກໍເຮັດໃຫ້ພວກເຮົາຮູ້ວ່າຕະຫຼາດທຶນເປັນສ່ວນສໍາຄັນໃນການພັດທະນາເສດຖະກິດຂອງປະເທດ ແລະ ໃນເວລານີ້ກໍຖືວ່າເປັນໂອກາດດີຈະເຮັດໃຫ້ພວກເຮົາກ້າວຜ່ານອຸປະສັກດ້ວຍການມຸ່ງເນັ້ນ ແລະ ນໍາໃຊ້ຜົນປະໂຫຍດໃນຕະຫຼາດທຶນຢ່າງຕັ້ງໜ້າ.

ສະນັ້ນ, ສຄຄຊ, ຕລຊລ ແລະ ບໍລິສັດຫຼັກຊັບ ລາວ – ຈີນ ຈໍາກັດ ມີຈຸດປະສົງທີ່ຈະເຜີຍແຜ່ກ່ຽວກັບໂອກາດໃນການເຂົ້າຫາແຫຼ່ງທຶນຜ່ານຕະຫຼາດທຶນລາວ ແລະ ຢາກໃຫ້ບັນດາທ່ານໄດ້ເຫັນພາບລວມຂອງຕະຫຼາດທຶນລາວ, ເຂົ້າໃຈເຖິງຜົນປະໂຫຍດຂອງການລະດົມທຶນ ແລະ ກາຍເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ, ການກະກຽມອອກຈໍາໜ່າຍຫຸ້ນ ລວມໄປເຖິງການແບ່ງປັນຄວາມຮູ້ກ່ຽວກັບຫົວຂໍ້ດັ່ງກ່າວ.

This image has an empty alt attribute; its file name is image-16.png


ທ່ານ ທະນົງໄຊ ຄຸດໄພທູນ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ກ່າວຕື່ມວ່າ: ວຽກງານຕະຫຼາດທຶນລາວຖືວ່າເປັນວຽກໃໝ່ທີ່ສໍາຄັນຫຼາຍ ຕໍ່ການພັດທະນາເສດຖະກິດ – ສັງຄົມ ເຊິ່ງເປັນຊ່ອງທາງໜຶ່ງທີ່ເອື້ອອໍານວຍຄວາມສະດວກໃນການລະດົມທຶນໄລຍະຍາວໃຫ້ແກ່ວິສາຫະກິດພາກລັດ ແລະ ພາກເອກະຊົນ ເພື່ອນໍາໃຊ້ເງິນດັ່ງກ່າວເຂົ້າໃນການຂະຫຍາຍທຸລະກິດ. ປັດຈຸບັນຍັງມີຫຼາຍຫົວໜ່ວຍວິສາຫະກິດທີ່ມີຄວາມຕ້ອງການເຂົ້າຫາແຫຼ່ງທຶນໃນໄລຍະຍາວ ແຕ່ຍັງບໍ່ທັນເຂົ້າໃຈເລິກເຊິ່ງກ່ຽວກັບພາບລວມຂອງຕະຫຼາດທຶນ ລວມໄປເຖິງການກະກຽມດ້ານຕ່າງໆ ເພື່ອອອກຈໍາໜ່າຍຫຸ້ນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ.

This image has an empty alt attribute; its file name is image-17.png


ໂດຍສ່ວນຕົວແລ້ວເຫັນວ່າບັນດາຫົວໜ່ວຍວິສາຫະກິດທີ່ເປັນສະມາຊິກ ແລະ ລົງທຶນຢູ່ເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ລ້ວນແລ້ວແຕ່ມີທ່າແຮງບົ່ມຊ້ອນໃນການດໍາເນີນທຸລະກິດ ແລະ ຍັງມີຫຼາຍຫົວໜ່ວຍຕ້ອງການທຶນ ເພື່ອພັດທະນາ ແລະ ຂະຫຍາຍທຸລະກິດຂອງຕົນ.
[15:11, 9/9/2020] B’Boua_-s-v: ພິທີດັ່ງກ່າວຈັດຂຶ້ນໃນວັນທີ 8 ກັນຍາ 2020 ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ.

Comments