ສ.ເກົາຫຼີ ເຫັນດີຊ່ວຍເຫຼືອ 2 ໂຄງການ ມູນຄ່າ 90 ລ້ານໂດລາ…

ຕາມການສະເໜີຂອງກະຊວງແຜນການ ແລະ ການລົງທຶນ ຕໍ່ ສ.ເກົາຫຼີໃນທ້າຍປີ 2019 ຜ່ານມາ ໃຫ້ ສ. ເກົາຫຼີຊ່ວຍເຫຼືອລາວ ໃນຈຳນວນ 14 ໂຄງການ ຊຶ່ງມາຮອດປັດຈຸບັນ ສ.ເກົາຫຼີ ເຫັນດີອະນຸມັດຊ່ວຍເຫຼືອ 2 ໂຄງການສຳລັບປີ 2020 ຊຶ່ງ 2 ໂຄງການດັ່ງກ່າວປະກອບມີ ໂຄງການຕ້ານຕະຝັ່ງເຈື່ອນ, ຕ້ານນ້ຳຖ້ວມ ຢູ່ແຂວງຈຳປາສັກ ໄລຍະ 2 ມີມູນຄ່າການກໍ່ສ້າງທັງໝົດ 70 ລ້ານໂດລາ ແລະ ໂຄງການເກັບພາສີອາກອນທັນສະໄໝ Tax RIS ໄລຍະ 2 ໃນມູນຄ່າ 20 ລ້ານໂດລາ ສ່ວນອີກ 12 ໂຄການ ທີ່ກະຊວງແຜນການ ແລະການລົງທຶນໄດ້ສະເໜີໄປແລ້ວນັ້ນ ຍັງຢູ່ໃນຂະບວນການຄົ້ນຄວ້າຂອງ ສ.ເກົາຫຼີ

ສ.ເກົາຫຼີ ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ລາວ ໃນ 2 ໂຄງການນີ້ ເນື້່ອງໃນໂອກາດທີ່ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ທ່ານ ສອນໄຊ ສີພັນດອນ ໄດ້ຕ້ອນຮັບໃນການເຂົ້າຍ້ຽມຍາມພົບປະ ເມື່ອບໍ່ດົນມານີ້ ທີ່ກະຊວງແຜນການ ແລະ ການລົງທຶນ ຂອງຫົວໜ້າຫ້ອງການ ກອງທຶນຮ່ວມມືເພື່ອພັດທະນາເສດຖະກິດ ຈາກທະນາຄານສົ່ງອອກ-ນຳເຂົ້າ EXIM Bank ຂອງ ສ.ເກົາຫຼີ ປະຈຳ ສປປ ລາວ ຂອງທ່ານ Lee Domg Geon

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments