ກະຊວງສາທາ ກຽມສຳຫຼວດກຸ່ມສ່ຽງ ຕິດພະຍາດ HIV…

ໃນວັນທີ 29 ກັນຍາ 2020 ທີ່ແຂວງວຽງຈັນ, ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ, ກະຊວງສາທາລະນະສຸກ ໂດຍການສະ ໜັບສະໜູນຈາກກອງທຶນໂລກ ຕ້ານເອດ ໄດ້ຈັດກອງປະຊຸມກຽມຄວາມພ້ອມ ໃນການສຳຫລວດອັດຕາການຕິດເຊື້ອ ເຮສໄອວີ ໃນກຸ່ມສ່ຽງ (ສາວບໍລິ ການ) ພາຍໃຕ້ການເປັນປະທານຂອງ ທ່ານ ດຣ. ສີສະຫວາດ ສຸດທະນີລາໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ທ່ານ ດຣ. ພູທອນ ສຸດທະລັກ ຫົວໜ້າສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ມີຄະນະວິຊາການຈາກແຂວງບໍ່ແກ້ວ, ຫລວງນໍ້າທາ, ຫລວງພະບາງ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ ແລະ ຈໍາປາສັກ ເຂົ້າຮ່ວມ.

ຈຸດປະສົງ ເພື່ອເປັນການກຽມຄວາມພ້ອມທາງດ້ານວິຊາການ, ແຜນງານການສຳຫລວດ, ວິທີການ ແລະ ອຸປະກອນ ທີ່ຈະຕ້ອງນຳໃຊ້ເຂົ້າໃນການສຳຫລວດ, ເພື່ອເປັນການ ກະກຽມທາງດ້ານບຸກຄະລາກອນການແພດ, ນັກສຳພາດ, ນັກວິເຄາະ ຂອງບັນດາແຂວງ ທີ່ຈະເຮັດການສຳຫລວດ ແລະ ເປັນການກະກຽມການຈັດກອງປະຊຸມ ຂໍການສະໜັບສະໜູນ ຈາກເຈົ້າຂອງຫ້າງຮ້ານກິນດື່ມ, ຮ້ານອາຫານ, ບັນເທີງ ໃຫ້ອຳນວຍຄວາມສະດວກໃນການລົງສຳຫລວດ ໃຫ້ດຳເນີນໄປຕາມແຜນການ. ນອກນີ້ ເພື່ອເປັນການສຶກສາຄົ້ນຄວ້າ ເຝົ້າລະວັງ ກ່ຽວກັບອັດຕາການຕິດເຊື້ອຂອງພະຍາດເອດ ໃນ ສປປ ລາວ. ຊຶ່ງກອງປະຊຸມຈະດຳເນີນໄປເປັນເວລາ 4 ວັນ, ໂດຍມີວິທະຍາກອນມາຈາກສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ, ຫ້ອງວິເຄາະຂັ້ນສູນກາງ, ໂຮງໝໍແຂວງ. ນັກສຳມະນາກອນ ຈະໄດ້ລົງທົດສອບປະຕິບັດຕົວຈິງ ໃນການສຳພາດກຸ່ມສ່ຽງ, ການນຳໃຊ້ເຄື່ອງເອເລັກໂຕຣນິກ ໃນການບັນທຶກຂໍ້ມູນ, ການນຳສົ່ງຂໍ້ມູນຜ່ານລະບົບອິນເຕີເນັດ, ການກວດແກ້ຂໍ້ມູນພາກສະໝາມ.

ຕອນທ້າຍກອງປະຊຸມ ແຕ່ລະແຂວງຈະໄດ້ກຳນົດແຜນງົບປະມານ, ວັນເວລາ ທີ່ຈະຈັດຕັ້ງປະຕິບັດ, ແຜນການຂົນສົ່ງຕົວຢ່າງຈາກແຕ່ລະແຂວງ ມາເຖິງສູນກາງ. ພາຍຫລັງ ສໍາເລັດການສໍາຫລວດ ພວກເຮົາຈະສາມາດຮູ້ໄດ້ກ່ຽວກັບ ສະພາບການແຜ່ລະບາດຂອງພະຍາດເອດໃນ ສປປ ລາວ, ຊຶ່ງມີຄວາມສຳຄັນຫລາຍໃນການນໍາໃຊ້ຂໍ້ມູນ ເພື່ອວາງແຜນໄລຍະຍາວ ແລະ ຊອກຫາຍຸດທະສາດ ໃນການຢຸດຕິພະຍາດເອດໃນ ປີ 2030 ຕາມຄາດໝາຍຂອງອົງການສະຫະປະຊາຊາດຕ້ານເອດ ກໍຄື ແຜນຍຸດທະສາດແຫ່ງຊາດຕ້ານເອດ ຂອງ ສປປ ລາວ.

ແຫຼ່ງຂໍ້ມູນ: ຂປລ

Comments