ຝຶກອົບຮົມວຽກງານກວດກາຂັ້ນພື້ນຖານໃຫ້ພະນັກງານ…

ຄະນະພົວພັນຕ່າງປະເທດສູນກາງພັກ ສົມທົບກັບ ຄະນະກວດກາສູນກາງພັກ ໄດ້ຈັດຝຶກອົບຮົມວຽກງານກວດກາຂັ້ນພື້ນຖານໃຫ້ ພະນັກງານທີ່ເຮັດວຽກງານກວດກາ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ຢູ່ທີ່ສຳນັກງານຂອງຄະນະພົວພັນຕ່າງປະເທດສູນກາງພັກ ຫລື ຄຕພ ທີ່ຫຼັກ 6 ນະຄອນຫລວງວຽງຈັນ ຕອນເຊົ້າວັນທີ 29 ກັນຍາ 2020 ນີ້

ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ບຸນຄຸ້ມ ປະທານກວດກາ ຄະນະພັກ ຄຕພ, ມີວິທະຍາກອນຈາກ ຄະນະກວດກາສູນກາງພັກ ແລະ ຜູ້ເຮັດວຽກງານກວດກາ ຂອງ 3 ອົງການຈັດຕັ້ງມະຫາຊົນຂັ້ນຕ່າງໆ ແລະ ຜູ້ເຮັດວຽກກວດກາຂອງໜ່ວຍພັກຕ່າງໆອ້ອມຂ້າງອົງຄະນະພັກ ຄຕພ ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານກວດກາຂອງ ຄຕພ ກຳໄດ້ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາ ແລະ ສາມາດນຳໄປໃຊ້ໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນດີ ພ້ອມທັງ ນຳເອົາເນື້ອໃນໄປຈັດຕັ້ງປະຕິບັດໃຫ້ໄດ້ຄຸນນະພາບ ແລະມີຄວາມສອດຄ່ອງກັບວຽກງານຕົວຈິງ, ເຫັນໄດ້ເຖິງຄວາມສຳຄັນແຕ່ລະໜ້າວຽກ ແລະ ການເຮັດວຽກໃຫ້ເລິກເຊິ່ງເຖິງຖອງ ແລະ ແລະພ້ອມກັນຈັດຕັ້ງປະຕິບັດຕາມກົດລະບຽບຢ່າງເຄັ່ງຄັດ; ເອກກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ມີຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາຂອງພັກ, ວຽກງານຕິດຕາມພັກ, ກວດກາການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ-ພະນັກງານ-ລັດຖະກອນ ເມື່ອມີການລະເມີດ ລະບຽບ ວິໄນຂອງພັກ ແລະ ກວດກາການລົງວິໄນພາຍໃນພັກ, ການຝຶກອົບຮົມໃນຄັ້ງນີ້ໄດ້ດຳເນີນໄປເປັນເວລາ 1 ວັນ.

ແຫຼ່ງຂໍ້ມູນ: ວສລ

Comments