ການເມືອງ

WTO ຄາດການ-ການຄ້າໂລກມີແນວໂນ້ມຫຼຸດລົງ 9,2% ໃນປີ 2020…

ລາຍງານຄາດການ-ການຄ້າ ສະບັບປັບປຸງຂອງອົງການການຄ້າໂລກ (WTO) ໃນວັນອັງຄານ 6 ຕຸລາ 2020 ລະບຸວ່າ: ປະລິມານການຄ້າໂລກມີແນວໂນ້ມຫຼຸດລົງ 9,2% ໃນປີ 2020 ກ່ອນຈະເພີ່ມຂຶ້ນ 7.2% ໃນປີ 2021. ໃນເດືອນເມສາ ຜ່ານມາ ອົງການໆການຄ້າ ຄາດວ່າປະລິມານການຄ້າໂລກ 2020 ອາດຈະຫຼດລົງລະຫວ່າງ 13-32% ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ກິດຈະກຳທາງເສດຖະກິດ ແລະ ຊີວິດປະຈຳວັນປົກກະຕິທົ່ວໂລກຢຸດຕິລົງ “ການຄ້າໂລກສະແດງສັນຍານການຟື້ນຕົວ ຫຼັງຈາກຫຼຸດລົງແຮງເພາະພະຍາດໂຄວິດ-19” ຄະນະນັກເສດຖະສາດຂອງອົງການໆໂລກ ອະທິບາຍ “ຜົນການດຳເນີນງານທາງການຄ້າທີ່ເຂັ້ມແຂງໃນເດືອນມິຖຸນາ ແລະ ກໍລະກົດ ຜ່ານມາ ສົ່ງສັນຍານດ້ານບວກຕໍ່ການຂະຫຍາຍໂຕຂອງການຄ້າໂດຍລວມໃນປີ 2020 ຢ່າງໃດກໍ່ຕາມ, ການຄາດຄະເນສຳລັບປີ 2021 ຄັ້ງລ່າສຸດ ຂອງອົງການການຄ້າ ຊີ້ແນວໂນ້ມດ້ານລົບຫຼາຍກວ່າ ການຄາດຄະເນ ການຄັ້ງກ່ອນ ຊຶ່ງປະເມີນການຂະຫຍາຍໂຕໄວ້ທີ່ 21.3% ເຮັດໃຫ້ປະລິມານການຄ້າໃນປີ 2021 ຕ່ຳກວ່າແນວໂນ້ມກ່ອນເກີດໂຣກລະບາດໃຫຍ່ ເຊິ່ງອົງການການຄ້າເຕືອນວ່າ “ການຟື້ນຕົວອາດຈະຢຸດຊະງັດ ດ້ວຍຜົນກະທົບຈາກໂຣກລະບາດໃຫຍ່ທີ່ກຳລັງທີ່ກຳລັງເກີດຂຶ້ນ ແຫຼ່ງຂໍ້ມູນ: Lao youth radio

Read More »

ມີ 85 ບໍລິສັດ ລົງທຶນໃນເຂດພັດທະນາ ມູນຄ່າ 1,2 ຕື້ໂດລາ…

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ( ນວ ) ໃນວັນທີ 6 ຕຸລາ 2020 ຜ່ານມາ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຫິວ ຫູ ປະທານກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງ ຢູນນານຮຸ້ນສ່ວນ ຈຳກັດ. ໃນໂອກາດດັ່ງກ່າວ ທ່ານ ຫິວ ຫູ ກໍໄດ້ລາຍງານສະພາບຄວາມຄືບໜ້າຂອງການກໍ່ສ້າງໂຄງການເຂດພັດທະນາກວມລວມໄຊເສດຖາ ວ່າ: ການພັດທະນາຂອງໂຄງການເຂດພັດທະນາກວມລວມໄຊເສດຖາ ປັດຈຸບັນເຂດພັດທະນາໄລຍະທີ 1 ໄດ້ສຳເລັດພື້ນຖານໂຄງລ່າງ ແລະ ປັບໜ້າດິນພຽງໂດຍພື້ນຖານໃນເນື້ອທີ່ 400 ເຮັກຕາ, ພວມດຳເນີນການປະຕິບັດວຽກງານການກໍ່ສ້າງໂຄງການໄລຍະທີ 2 ໂດຍແຜນເປົ້າໝາຍຈະພັດທະນາເປັນເຂດທ່ອງທ່ຽວ, ເຂດການຄ້າ ແລະ ຕົວເມືອງໃໝ່ຂອງ ນວ, ລວມທັງການສະໜອງການຄ້າຂະໜາດນ້ອຍແບບຄົບຊຸດ, ສ້າງເສັ້ນທາງໂດຍລວມ ແລະ ການຟື້ນຟູເສັ້ນທາງສີຂຽວ, ການກໍ່ສ້າງລະບົບການບໍລິການຂອງຕົວເມືອງທັນສະໄໝ ແລະ ອື່ນໆອີກ ເປັນການຍົກລະດັບເປັນພື້ນຖານເທດສະບານເມືອງໃໝ່ແບບຄົບຊຸດ. ...

Read More »

ຂຸມດຳ ເຈົ້າຂອງລາງ ວັນໂນເບວສາຂາຟິຊິກສາດປະຈຳປີ 2020…

ຂຸມດຳ ແລະ ຄວາມລັບທີ່ມືດມົນທີ່ສຸດຂອງທາງຊ້າງເຜືອກ ຜູ້ທີ່ໄດ້ຮັບລາງວັນໂນເບວສາຂາຟີຊິກສາດປະຈຳປີນີ້ ມີ 3 ທ່ານ ຈາກການຄົ້ນພົບກ່ຽວກັບໜຶ່ງໃນປະກົດການທີ່ແປກໃໝ່ທີ່ສຸດໃນຈັກກະວານນັ້ນຄື ຂຸມດຳ Royal Swedish Academy of Sciences ໄດ້ຕັດສິນໃຈມອບລາງວັນໂນເບວສາຂາຟີຊິກສາດປະຈຳປີ 2020 ເຄິ່ງໜຶ່ງໃຫ້ ມະຫາວິທະຍາໄລ Roger Penrose ສະຫະລາຊອານາຈັກອ໊ອກຟອດ “ສຳລັບການຄົ້ນພົບວ່າການກໍ່ຕົວຂອງຂຸມດຳ ເປັນການທຳນາຍທີ່ມີປະສິດທິພາບຂອງທິດສະດີສຳພັດທະພາບທົ່ວໄປ” ແລະ ອີກເຄິ່ງໜຶ່ງເປັນຂອງ Reinhard Genzel Max Planck Institute for Extraterrestrial Physics, Garching, Germany และ University of California, Berkeley, USA และ Andrea Ghez ຈາກມະຫາວິທະຍາໄລແຄຣິຟໍເນຍລອສແອງເຈີລິສ ສະຫະລັດອາເມລິການ “ສຳລັບການຄົ້ນພົບວັດຖຸຂະໜາດກະທັດຮັດມວນມະຫານສານທີ່ໃຈກາງກາແລກຊີຂອງເຮົາ”. ການຄົ້ນພົບກ່ຽວກັບ ໜຶ່ງໃນປະກົດການທີ່ແປກໃໝ່ທີ່ສຸດໃນຈັກກະວານນັ້ນຄື ຂຸມດຳ Roger Penrose ສະແດງໃຫ້ເຫັນວ່າທິດສະດີສຳພັດທະພາບທົ່ວໄປ ນຳໄປສູ່ການກໍ່ຕົວຂອງຂຸມດຳ ທ່ານ Reinhard Genzel ແລະ Andrea Ghez ຄົ້ນພົບວ່າວັດຖຸທີ່ເບິ່ງບໍ່ເຫັນ ...

Read More »

ຫໍພິພິຕະພັນແຫ່ງຊາດ ເປີດບໍລິການໃຫ້ນັກທ່ອງທ່ຽວເຂົາຊົມຢ່າງເປັນທາງການ…

ຫໍພິພິຕະພັນແຫ່ງຊາດ ແຫ່ງໃໝ່ ຕັ້ງຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈະເປັນບ່ອນຮວບຮວມ ແລະວາງສະແດງມໍລະດົກທາງວັດທະນະທຳ, ປະຫວັດສາດ ແລະທຳມະຊາດຂອງຊາດລາວ, ແຜ່ນດິນລາວຍຸກດຶກດຳບັນ ຈົນເຖິງປັດຈຸບັນ ເພື່ອໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ໄດ້ນັກສຶກສາຮຽນຮູ້ເຖິງຄວາມເປັນມາຂອງປະເທດລາວ. ຫໍພິພິຕະພັນດັ່ງກ່າວ ໄດ້ເປີດບໍລິການໃຫ້ແຂກ ຫຼື ນັກທ່ອງທ໋ຽວທັງພາຍໃນ ແລະຕ່າງປະເທດ ຢ່າງເປັນທາງການ ໃນວັນທີ 6 ຕຸລາ 2020 ໂດຍການເຂົ້າຮ່ວມຕັດແຖບຜ້າເປີດງານ ຂອງເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ທ່ານ ສຈ.ດຣ ກິແກ້ວ ໄຂຄຳພິທູນ, ທ່ານ ບົວວົງ ຊາພູວົງ ຮອງລັດຖະມົນຕີ ຖວທ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ຫໍພິພິຕະພັນດັ່ງກ່າວ ແມ່ນເປີດບໍລິການໃນວັນ ແລະ ໂມງລັດຖະການ, ບັນດາຜູ້ທີ່ເຂົ້າທ່ຽວຊົມຈະໄດ້ສຶກສາຮຽນຮູ້ເຖິງແຜ່ນດິນລາວໃນຍຸກດຶກດຳບັນ, ຍຸກກ່ອນປະຫວັດສາດ ແລະ ປະຫວັດສາດລາວສະໄໝກ່ອນລ້ານຊ້າງ, ຊຶ່ງວັດຖຸບູຮານທີ່ໄດ້ວາງສະແດງໃນຫໍພິພິຕະພັນແຫ່ງນີ້ປະກອບມີ ຊາກພືດ ແລະ ສັດ, ເຄື່ອງມືຫີນ, ກະດູກມະນຸດບູຮານ, ເຄື່ອງປັ້ນດິນເຜົາ ...

Read More »

ສ້າງຕັ້ງສາຍພົວພັນທາງການທູດ ລາວ-ຣັດເຊຍ ຄົບຮອບ 60 ປີ….

ນະຄອນຫລວງວຽງຈັນ, ວັນທີ 7 ຕຸລາ 2020 ພະນະທ່ານ ທອງ​ລຸນ ສີ​ສຸດ​ລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງ​ສານ​ຊົມ​ເຊີຍ ເນື່ອງໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ ມີເນື້ອໃນດັ່ງນີ້: ໃນນາມລັດຖະບານ ແລະ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ຣັດເຊຍ ເພື່ອນມິດທຸກຖ້ວນໜ້າ.ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າຕະຫລອດໄລຍະ 60 ປີ ນັບແຕ່ມື້ສ້າງຕັ້ງສາຍພົວພັນການທູດລະຫວ່າງ ສອງປະເທດພວກເຮົາເປັນຕົ້ນມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຍາວນານ ລະຫວ່າງ ສອງລັດຖະບານ ແລະ ປະຊາຊົນສອງຊາດພວກເຮົາ ໄດ້ຮັບການເສີມຂະ ຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ, ອັນເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດພວກເຮົາ ...

Read More »

ລາວ-ສິງກະໂປ ພົບປະແລກປ່ຽນບັນຫາຄວາມປອດໄພທາງໄຊເບີ…

ວັນທີ 5 ຕຸລາ 2020 ທີ່ກະຊວງໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ສານ (ປທສ) ໂດຍ ທ່ານ ບຸນສະເຫລີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ປທສ ໄດ້ຈັດກອງປະຊຸມທາງໄກ ພົບປະສອງຝ່າຍຮ່ວມກັບ ທ່ານ S.Iswaran ລັດຖະມົນຕີ ກະຊວງຂໍ້ມູນຂ່າວສານ ແລະ ການສື່ສານ ປະເທດສິງກະໂປ. ຈຸດປະສົງເພື່ອແລກປ່ຽນ ກ່ຽວກັບບັນຫາຄວາມປອດໄພທາງໄຊເບີ (Cyber security) ໃນຂົງເຂດອາຊຽນ ແລະ ບັນດາຫົວຂໍ້ທີ່ຈະໄດ້ສົນທະນາ ໃນກອງປະຊຸມສັບປະດາສາກົນດ້ານໄຊເບີຂອງສິງກະໂປ (SICW), ກອງປະຊຸມລັດ ຖະມົນຕີອາຊຽນ ດ້ານຄວາມປອດໄພໄຊເບີ (AMCC) ທີ່ສິງ ກະໂປ ເປັນເຈົ້າພາບ, ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-9 ຕຸລາ 2020 ນີ້. ພ້ອມກັນນີ້, ຍັງມີການແລກ ປ່ຽນບົດຮຽນ ດ້ານຍຸດທະສາດ ແລະ ການພັດທະນາດ້ານຄວາມປອດໄພດ້ານໄຊເບີ ຢູ່ໃນ ສປປ ລາວ. ກອງປະຊຸມ, ສອງຝ່າຍໄດ້ສົນທະນາ ແລກປ່ຽນບັນຫາສໍາຄັນ 2 ...

Read More »

ຍ້ອນມີມູນເຊື້ອເປັນເອກະລັກ ຈົນໄດ້ຮັບການຢັ້ງຢືນຖິ່ນກໍາເນີດແລ້ວ… !!!

ໃນຕອນເຊົ້າ ວັນທີ 07 ຕຸລາ 2020 ທີ່ ແຂວງຫົວພັນ ທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເຂົ້າຮ່ວມພິທີ ແລະ ມອບໃບຢັ້ງຢືນ ຖິ່ນກໍາເນີດຜ້າໄໝຫົວພັນ ໃຫ້ສະມາຄົມສົ່ງເສີມຜ້າໄໝຫົວພັນ ຢ່າງເປັນທາງການ. ທ່ານເຈົ້າແຂວງ ກ່າວວ່າ: ແຂວງຫົວພັນ ເປັນ ແຂວງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ມີເອກະລັກທາງດ້ານວັດທະນະທໍາ ແລະ ມີປະຫັວດສາດຄວາມເປັນມາແຕ່ດຶກດຳບັນ, ມີບົດບາດຕໍ່ຂະບວນປະຕິວັດປົດປ່ອຍປະເທດຊາດ. ການປູກມ້ອນ-ລ້ຽງມ້ອນ-ສາວໄໝ ແລະ ການຕ່ຳຫູກ ຢູ່ແຂວງຫົວພັນກໍໄດ້ມີມູນເຊື້ອສືບທອດກັນມາແຕ່ບູຮານນາການ ຜ່ານຫຼາຍເຊັ່ນຄົນ ໂດຍໄດ້ມີການພັດທະນາ, ປະດິດຄິດສ້າງລວດລາຍອັນປານີດ, ເປັນເອກະລັກໂດດເດັ່ນມາແຕ່ດຶກດຳບັນ, ຜ້າໄໝຫົວພັນມີຄຸນນະພາບພິເສດ ຍ້ອນຄວາມອ່ອນ, ນຸ້ມ, ໜາແໜ້ນ ແລະ ເງົາງາມ ຍ້ອນ ນໍາໃຊ້ໃບມອນ ແລະ ໂຕມ້ອນພັນພື້ນເມືອງ ທີ່ຜ່ານການປູກ, ການລ້ຽງ, ການສາວໄໝ, ຍ້ອມສີທຳມະຊາດ ແລະ ການຕໍ່າຜ້າໄໝ ທີ່ນຳໃຊ້ກໍາມະວິທີ, ພູມປັນຍາທ້ອງຖິ່ນແບບດັ້ງເດີມ ຊຶ່ງໄດ້ມີການຂະຫຍາຍຕົວເປັນລຳດັບ ຈາກການຜະລິດຮັບໃຊ້ແບບຄອບຄົວ ມາຜະລິດເປັນສິນຄ້າ ແລະ ນຳໄປວາງສະແດງທັງພາຍໃນ ...

Read More »

ສະຫະພັນ ກີລາກ໊ອຟແຫ່ງຊາດລາວ ມອບ-ຮັບໜ້າທີ່ຕຳແໜ່ງໃໝ່….

ພີທີປະກາດມອບ-ຮັບໜ້າທີ່ຕຳແໜ່ງ ລະຫວ່າງ ຄະນະບໍລິຫານງານ ສະຫະພັນກີລາກ໊ອຟຊູດເກົ່າ ແລະ ໃໝ່ ໄດ້ຈັດຂືຶ້ນໃນຕອນແລງຂອງວັນທີ 6 ຕຸລາ 2020 ທີ່ສະໂມສອນຫ້ອງປະຊຸມໃຫຍ່ ຄະນະກຳມະການໂອແລມປິກແຫ່ງຊາດ ສະໜາມກີລາເຈົ້າອານູວົງ ໂດຍການເປັນປະທານຂອງທ່ານ ສູນທອນ ສິຣິສັກ ປະທານສະຫະພັນກີລາກ໊ອຟແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ສົມສະຫວາດ ເລັງສະຫວັດ ປະທານທີ່ປຶກສາກິດຕິມະສັກ ສະຫະພັນກີລາກ໊ອຟແຫ່ງຊາດ, ທ່ານ ສົມພູ ພົງສາ ຜູ້ຊ່ວຍ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ ຮອງປະທານ ແລະເຂລາທິການຄະນະກຳມະການໂອແລມປິແຫ່ງຊາດລາວ, ມີຄະນະບໍລິຫານງານສະຫະພັນກີລາກ໊ອຟແຫ່ງຊາດ, ສະມາຄົມນັກກີລາກ໊ອຟ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສູນທອນ ສິຣິສັກ ປະທານສະຫະພັນກີລາກ໊ອຟ ໄດ້ກ່າວວ່າ: ສະຫະພັນກີລາກ້ອຟໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2008 ມາຮອດປັດຈຸບັນ 2020 ແມ່ນຄົບຮອບ 12 ປີ ທີ່ພວກເຮົາໄດ້ຮ່ວມກັນປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນຕໍ່ວຽກງານກີລາກ໊ອຟ ແລະ ສັງຄົມ. ພວກເຮົາໄດ້ລິເລີ່ມຈາກການກຳນົດທິດທາງ, ເປົ້າໝາຍສູ້ຊົນ, ...

Read More »

ສຳເລັດແລ້ວ..!! ການບູລະນະປະຕິສັງຂອນວັດວິຊຸນ ຍັງຄົງຄວາມເປັນເອກະລັກທີ່ສວຍງາມ….

ທ່ານເອກອັກຄະລັດຖະທູດ ປອ ປີເຕີ ເຮມ໋ອນ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງ ຜົນສໍາເລັດຂອງການບູລະນະປະຕິສັງຂອນວັດວິຊຸນທີ່ຫຼວງພະບາງ ແລະ ໄດ້ມອບໂຄງການບູລະນະທີ່ສໍາເລັດນີ້ໃຫ້ແກ່ລັດຖະບານ ແລະ ປະຊາຊົນຫຼວງພະບາງເຊິ່ງພິທີດັ່ງກ່າວໄດ້ຈັດຂື້ນທີ່ວັດວິຊຸນໃນວັນທີ 6 ຕຸລາ. ສະຖານທີ່ອັນສໍາຄັນທາງດ້ານປະຫວັດສາດແຫ່ງນີ້ແມ່ນໄດ້ຮັບການບູລະນະໂດຍທຶນຂອງລັດຖະບານສະຫະລັດອາເມລິກາ ພາຍໃຕ້ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ (AFCP) ລວມເປັນມູນຄ່າ 347,000 ໂດລາ. ວັດແຫ່ງນີ້ແມ່ນໄດ້ສ້າງຂື້ນໃນສັດຕະວັດທີ່16 ໃນຍຸກພະເຈົ້າ ວິຊຸນນະລາດ,ເຊິ່ງເປັນໜຶ່ງໃນວັດທີ່ເກົ່າແກ່ທີ່ສຸດຢູ່ໃນຫລວງພະບາງ ແລະເປັນຈຸດສູນກາງແຫ່ງການຮຽນຮູ້ທາງດ້ານພຸດທະຊາດສະໜາ ແລະ ເປັນບ່ອນສຳລັບສັກກະລະບູຊາຫລາຍກວ່າ 500ປີ. ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ AFCP ໄດ້ສົ່ງເສີມບັນດາເຂົ້າຫນ້າວຽກທີ່ໄດ້ແບ່ງເປັນສາມສ່ວນຂອງໂຄງການບູລະນະວັດຊຸນເຊິ່ງປະກອບມີສອງຈຸດໃຫຍ່ຂອງຕົວອາຄານວັດລວມທັງພະທາດໝາກໂມ. ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກ່າວວ່າ: ນີ້ຖືເປັນກຽດຫຼາຍທີ່ພວກເຮົາໄດ້ສົ່ງເສີມໃນການບູລະນະ ແລະ ປົກປັກຮັກສາໜຶ່ງໃນສະຖານທີ່ອັນສໍາຄັນທາງດ້ານປະຫວັດສາດໃນທົ່ວ ສປປ ລາວ. ການຮ່ວມມືລະຫວ່າງສະຫະລັດອາເມລິກາກັບນະຄອນຫຼວງພະບາງໃນການບູລະນະວັດວິຊຸນ ຖືເປັນເຄື່ອງໝາຍແຫ່ງສາຍພົວພັນລະຫວ່າງສອງຊາດ ແລະ ຄວາມໝາຍໝັ້ນໃນການ ຊ່ວຍເຫຼືອປະຊາຊົນລາວໃນການປົກປັກຮັກສາຮິດຄອງອັນລໍ້າຄ່າ. ນັບຕັ້ງແຕ່ 2001, ລັດຖະບານສະຫະລັດອາເມລິກາໄດ້ປະກອບສ່ວນຫຼາຍກວ່າ 1 ລ້ານໂດລາ ເພື່ອເປັນການປົກປັກຮັກສາມໍລະດົກທາງດ້ານວັດທະນະທໍາໃນ ສປປ ລາວ ໂດຍການນຳໃຊ້ກອງທຶນທ່ານທູດ ເພື່ອການອະນຸລັກວັດທະນະທໍາ. ທຶນດັ່ງກ່າວໄດ້ໃຫ້ການສະໜັບສະໜູນລວມທັງໝົດ 20 ໂຄງການ ເຊິ່ງລວມທັງການປະຕິສັງຂອນວັດວາອາຮາມອັນສັກສິດ, ການປົກປັກຮັກສາມໍລະດົກ ແລະວັດຖຸບູຮານພ້ອມທັງການບັນທຶກວັດທະນະທຳຮິດຄອງປະເພນີລວມໄປເຖິງການປົກປັກຮັກສາຫໍສະມຸດ. ຈົນມາເຖິງປະຈຸບັນການບູລະນະວັດຊຽງທອງຢູ່ຫຼວງພະບາງຖືເປັນໂຄງການໃຫຍ່ທີ່ສຸດເຊິ່ງໄດ້ດຳເນີນການເປັນເວລາ 3 ປີໂດຍໄດ້ຮັບການຊ່ວຍເຫຼືອຫຼາຍກວ່າ ...

Read More »

ໂດນັນທຣຳ ອອກຈາກໂຮງໝໍ ຫຼັງໄດ້ຮັບການຮັກສາໂດຍ Aaron Gould Sheinin…

ໃນວັນທີ 5 ຕຸລາ 2020 ປະທານາທິບໍດີ ໂດນັນທຣຳ ໄດ້ອອກຈາກໂຮງໝໍທະຫານ ວອລເຕີຣິດ ຫຼັງຈາກໄດ້ເຂົ້້າຮັກສາອາການຕິດເຊື້ອໂຄວິດ-19 ໃນວັນສຸກທີ່ຜ່ານມາ ໂດຍໄດ້ເດີນທາງກັບໄປທຳນຽບຂາວ ເພື່ອກັກຕົວ ແລະ ຮັກສາອາການຕໍ່ໄປຢູ່ບ່ອນນັ້ນ Conley ນາຍແພດຂອງທຣຳ ກ່າວວ່າ: ທຮຳ ມີອາການທີ່ດີຂຶ້ນຢ່າງຕໍ່ເນື່ອງ ເຂົາມີຄຸນສົມບັດກົງ ຫຼື ເກີນເກນມາດຕະຖານທັງໝົດຂອງໂຮງໝໍ ເຖິງຢ່າງໃດກໍຕາມ Conley ບໍ່ໄດ້ບອກແຈ້ງວ່າ ຜົນກວດຫາເຊື້ອໄວຣັດໂຄໂຣນາຂອງ ໂດນັນທຣຳ ເປັນລົບຄັ້ງສຸດທ້າຍເມື່ອໃດ ໃນຂະນະທີ່ຫຼາຍຄົນຍັງສົງໃສວ່າ ໂດນັນທຣຳຍັງມີເຊື້ອໂຄວິດ-19 ຢູ່ ຫຼື ບໍ່ ໂດຍມີການກຳນົດໃຫ້ລາວເຮັດວຽກ ແລະ ອາໄສຢູ່ທຳນຽບຂາວ ເຖິງວ່າຈະບໍ່ໄດ້ບອກວ່າໂດນັນທຣຳ ຈະອາໄສຢູ່ກັບຄອບຄົວເປັນບ່ອນທຳອິດ ຫຼື ຢູ່ທີ່ສຳນັກງານໃນທຳນຽບຂາວ. ນາຍແພດຍັງກ່າວອີກວ່າ: ຄວາມກັງວົນກ່ຽວກັບປະທານາທິບໍດີຍັງຄົງມີເກນສູງ ໂດຍປົກກະຕິຜູ້ປ່ວຍເລີ່ມມີອາການຊຸດໂຊມລົງ ຫຼັງຈາກຕິດເຊື້ອ COVID ພາຍໃນວັນທີ 4. ໃນບັນດາຂໍ້ມູນອັບເດດອື່ນໆ ກ່ຽວກັບອາການຂອງປະທານາທິບໍດີ ໂດນັນທຣຳ ນາຍແພດກ່າວວ່າ: ເປັນເວລາ 72 ຊົ່ວໂມງແລ້ວ ນັບຕັ້ງແຕ່ ມີເຊື້ອໄຂ້ຄັ້ງສຸດທ້າຍ ເຂົາໄດ້ກິນຢາລົດໄຂ້ຄວາມດັນໃນເລືອດ ແລະ ລະດັບອົກຊີແຊນຂອງເຂົາຢູ່ໃນລະດັບປົກກະຕິ Conley ...

Read More »