ສ້າງຕັ້ງສາຍພົວພັນທາງການທູດ ລາວ-ຣັດເຊຍ ຄົບຮອບ 60 ປີ….

ນະຄອນຫລວງວຽງຈັນ, ວັນທີ 7 ຕຸລາ 2020 ພະນະທ່ານ ທອງ​ລຸນ ສີ​ສຸດ​ລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງ​ສານ​ຊົມ​ເຊີຍ ເນື່ອງໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ ມີເນື້ອໃນດັ່ງນີ້:

ໃນນາມລັດຖະບານ ແລະ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ຣັດເຊຍ ເພື່ອນມິດທຸກຖ້ວນໜ້າ.ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າຕະຫລອດໄລຍະ 60 ປີ ນັບແຕ່ມື້ສ້າງຕັ້ງສາຍພົວພັນການທູດລະຫວ່າງ ສອງປະເທດພວກເຮົາເປັນຕົ້ນມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຍາວນານ ລະຫວ່າງ ສອງລັດຖະບານ ແລະ ປະຊາຊົນສອງຊາດພວກເຮົາ ໄດ້ຮັບການເສີມຂະ ຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ, ອັນເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດພວກເຮົາ ກໍ່ຄື ພາລະກິດແຫ່ງການສ້າງສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ, ຄວາມຍຸຕິທໍາ ແລະ ຄວາມກ້າວໜ້າທາງສັງຄົມ.

ການພົບປະອັນສຳຄັນ ຂອງທ່ານບູຕິນ ແລະ ທ່ານທອງລຸນ -  ຂີດໝາຍສຳຄັນຂອງການຮ່ວມມືສອງຊາດ ລາວ-ຣັດເຊຍ

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ພາຍຫຼັງສອງປະເທດພວກເຮົາ ໄດ້ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ ໃນປີ 2011 ຜ່ານມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງໃນຫຼາຍຂົງເຂດ, ເປັນຕົ້ນແມ່ນ ທາງດ້ານການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ, ການສຶກສາ, ການທ່ອງທ່ຽວ, ວັດທະນະທຳ, ສາທາລະນະສຸກ, ການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ອື່ນໆ.

ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈອັນເລິກເຊິ່ງ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ ອັນໜັກແໜ້ນ, ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ການຍົກລະດັບສາຍພົວພັນ ລາວ-ຣັດເຊຍ ຂຶ້ນສູ່ລະດັບໃໝ່ໃນອະນາຄົດອັນໃກ້ນີ້ ຈະນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາໃຫ້ຫຼາຍຂຶ້ນ ທັງປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.ໃນໂອກາດອັນມີຄວາມໝາຍສໍາຄັນທາງດ້ານປະຫວັດສາດນີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ ລັດຖະບານ ແລະ ປະຊາຊົນ ຣັດເຊຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າແກ່ພວກຂ້າພະເຈົ້າ ໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອດີງາມ ລະຫວ່າງ ລາວ ແລະ ຣັດເຊຍ ຈົ່ງຍືນຍົງຕະຫຼອດໄປ!

ແຫຼ່ງຂໍ້ມູນ: lao youth radio

Comments