ໂດນັນທຣຳ ອອກຈາກໂຮງໝໍ ຫຼັງໄດ້ຮັບການຮັກສາໂດຍ Aaron Gould Sheinin…

ໃນວັນທີ 5 ຕຸລາ 2020 ປະທານາທິບໍດີ ໂດນັນທຣຳ ໄດ້ອອກຈາກໂຮງໝໍທະຫານ ວອລເຕີຣິດ ຫຼັງຈາກໄດ້ເຂົ້້າຮັກສາອາການຕິດເຊື້ອໂຄວິດ-19 ໃນວັນສຸກທີ່ຜ່ານມາ ໂດຍໄດ້ເດີນທາງກັບໄປທຳນຽບຂາວ ເພື່ອກັກຕົວ ແລະ ຮັກສາອາການຕໍ່ໄປຢູ່ບ່ອນນັ້ນ
ສະພາລ່າງ ສ.ອາເມຣິກາ ຈະດຳເນີນການຖອດຖອນ ປ.ທຣຳ ເນື່ອງຈາກລະເມີດລັດຖະທຳມະນູນ |  ອິດສະຫຼະ

Conley ນາຍແພດຂອງທຣຳ ກ່າວວ່າ: ທຮຳ ມີອາການທີ່ດີຂຶ້ນຢ່າງຕໍ່ເນື່ອງ ເຂົາມີຄຸນສົມບັດກົງ ຫຼື ເກີນເກນມາດຕະຖານທັງໝົດຂອງໂຮງໝໍ

ເຖິງຢ່າງໃດກໍຕາມ Conley ບໍ່ໄດ້ບອກແຈ້ງວ່າ ຜົນກວດຫາເຊື້ອໄວຣັດໂຄໂຣນາຂອງ ໂດນັນທຣຳ ເປັນລົບຄັ້ງສຸດທ້າຍເມື່ອໃດ ໃນຂະນະທີ່ຫຼາຍຄົນຍັງສົງໃສວ່າ ໂດນັນທຣຳຍັງມີເຊື້ອໂຄວິດ-19 ຢູ່ ຫຼື ບໍ່ ໂດຍມີການກຳນົດໃຫ້ລາວເຮັດວຽກ ແລະ ອາໄສຢູ່ທຳນຽບຂາວ ເຖິງວ່າຈະບໍ່ໄດ້ບອກວ່າໂດນັນທຣຳ ຈະອາໄສຢູ່ກັບຄອບຄົວເປັນບ່ອນທຳອິດ ຫຼື ຢູ່ທີ່ສຳນັກງານໃນທຳນຽບຂາວ. ນາຍແພດຍັງກ່າວອີກວ່າ: ຄວາມກັງວົນກ່ຽວກັບປະທານາທິບໍດີຍັງຄົງມີເກນສູງ ໂດຍປົກກະຕິຜູ້ປ່ວຍເລີ່ມມີອາການຊຸດໂຊມລົງ ຫຼັງຈາກຕິດເຊື້ອ COVID ພາຍໃນວັນທີ 4.

ໃນບັນດາຂໍ້ມູນອັບເດດອື່ນໆ ກ່ຽວກັບອາການຂອງປະທານາທິບໍດີ ໂດນັນທຣຳ ນາຍແພດກ່າວວ່າ: ເປັນເວລາ 72 ຊົ່ວໂມງແລ້ວ ນັບຕັ້ງແຕ່ ມີເຊື້ອໄຂ້ຄັ້ງສຸດທ້າຍ ເຂົາໄດ້ກິນຢາລົດໄຂ້ຄວາມດັນໃນເລືອດ ແລະ ລະດັບອົກຊີແຊນຂອງເຂົາຢູ່ໃນລະດັບປົກກະຕິ

ທຣຳ” ຂູ່ຈີນ ການເຈລະຈາການຄ້າສະໄໝໜ້າຈະຍາກກວ່າເກົ່າ  ຖ້າຢາກຕົກລົງຕ້ອງຕົກລົງຕອນນີ້

Conley ນາຍແພດທີ່ເຮັດວຽກກ່ຽວກັບລະບົບທາງເດີນຫາຍໃຈ COVID-19 ຊຶ່ງຈັດຕັ້ງໂດຍ Cambridge Health Alliance ໃນ Cambridge, MA ກ່າວວ່າ: ໂດນັນທຮຳ ບໍ່ມີຜົນຂ້າງຄຽງຈາກການສີດຢາ IV Pieter Cohen, MD ແລະ ໃຊ້ເວລາ 2-3 ເດືອນທີ່ຜ່ານມາ ໃນການຕິດຕາມຜູ້ປ່ວຍຢ່າງໃກ້ຊິດ ຕໍ່ກັບການຮັກສາອາການຕິດເຊື້ອ COVID ຂັ້ນເລີ່ມຕົ້ນ

ທຣຳ ບອກວ່າ ອາທິດໜ້າຮູ້ກັນວ່າຈະປະຊຸມກັບເກົາຫຼີເໜືອ ຫຼື ບໍ່

ນາຍແພດທີ່ຮັກສາອາການຂອງໂຄເຮນກ່າວວ່າ: ຕັ້ງແຕ່ວັນເສົາ ຫາ ຕົ້ນອາທິດໜ້າ ຈະເປັນວັນສຳຄັນທີ່ຕ້ອງຈັບຕາເບິ່ງ ເພື່ອໃຫ້ແນ່ໃຈວ່າອາການຈະບໍ່ຮ້າຍແຮງຫຼາຍ ເພາະຫຼັງຈາກກວດພົບອາການຕິດເຊື້ອໂຄວິດວັນທຳອິດປະກົດກົດຂຶ້ນ ຈົນເຖິງວັນທີ 4 ຂອງປະທານາທິບໍດີ ແລະ ດຳເນີນຕໍ່ໄປຈົນເຖິງວັນທີ 10 ຈະມີອາການຮຸນແຮງທີ່ສຸດ ແລະ ອາດຮຸນແຮງປະມານ 15 % ເຖິງ 20% ຂອງຜູ້ຕິດເຊື້ອ.

ເຂົາຮູ້ສຶກປະຫຼາດໃຈທີ່ແພດແນະນຳ ແລະ ອະນຸຍາດໃຫ້ ໂດນັນທຣຳ ກັບໄປທີ່ທຳນຽບຂາວໂດຍພິຈາລະນາວ່າ ເຂົາຍັງຄົງໃຊ້ຢາຫຼາຍຊະນິດຢູ່ Sanjay Gupta, MD ກ່າວກັບ ສຳນັກຂ່າວຊີເອັນເອັນ.

Comments