ວັນທີ 5 ຕຸລາ 2020 ທີ່ກະຊວງໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ສານ (ປທສ) ໂດຍ ທ່ານ ບຸນສະເຫລີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ປທສ ໄດ້ຈັດກອງປະຊຸມທາງໄກ ພົບປະສອງຝ່າຍຮ່ວມກັບ ທ່ານ S.Iswaran ລັດຖະມົນຕີ ກະຊວງຂໍ້ມູນຂ່າວສານ ແລະ ການສື່ສານ ປະເທດສິງກະໂປ.

ຈຸດປະສົງເພື່ອແລກປ່ຽນ ກ່ຽວກັບບັນຫາຄວາມປອດໄພທາງໄຊເບີ (Cyber security) ໃນຂົງເຂດອາຊຽນ ແລະ ບັນດາຫົວຂໍ້ທີ່ຈະໄດ້ສົນທະນາ ໃນກອງປະຊຸມສັບປະດາສາກົນດ້ານໄຊເບີຂອງສິງກະໂປ (SICW), ກອງປະຊຸມລັດ ຖະມົນຕີອາຊຽນ ດ້ານຄວາມປອດໄພໄຊເບີ (AMCC) ທີ່ສິງ ກະໂປ ເປັນເຈົ້າພາບ, ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-9 ຕຸລາ 2020 ນີ້.

ພ້ອມກັນນີ້, ຍັງມີການແລກ ປ່ຽນບົດຮຽນ ດ້ານຍຸດທະສາດ ແລະ ການພັດທະນາດ້ານຄວາມປອດໄພດ້ານໄຊເບີ ຢູ່ໃນ ສປປ ລາວ. ກອງປະຊຸມ, ສອງຝ່າຍໄດ້ສົນທະນາ ແລກປ່ຽນບັນຫາສໍາຄັນ 2 ຫົວຂໍ້ຫລັກ ເປັນຕົ້ນ ການສ້າງກົດລະບຽບພື້ນຖານທາງດ້ານໄຊເບີ (ແຜນວຽກການຈັດຕັ້ງປະຕິບັດ ບັນຖັດຖານທາງໄຊເບີ) ແລະ ຍຸດທະສາດຄວາມປອດໄພ ແລະ ການພັດທະນາທາງໄຊເບີ ທີ່ເຫັນວ່າເປັນວຽກງານທີ່ມີຄວາມສຳຄັນໃນຍຸກປັດຈຸບັນ ແລະ ຕິດພັນກັບຫລາຍຂະແໜງການ.

ພ້ອມນີ້, ສອງຝ່າຍຍັງໄດ້ເຫັນດີສືບຕໍ່ຮ່ວມ ມື ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ບົນພື້ນຖານຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ແລະ ການເຄົາລົບຕໍ່ກົດໝາຍ ແລະ ລະບຽບການພາຍໃນຂອງແຕ່ລະປະເທດ ພ້ອມກັນຜ່ານຜ່າກັບສິ່ງທ້າທ້າຍໃນຕໍ່ໜ້າຮ່ວມກັນ ໂດຍສະເພາະ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ນີ້.
ແຫຼ່ງຂໍ້ມູນ: ວສລ