ສະມາຊິກສະພາແຫ່ງຊາດ ຈຳນວນໜຶ່ງບໍ່ເຄີຍປະກອບຄຳເຫັນຕໍ່ກອງປະຊຸມສະພາແຫ່ງຊາດຕະຫລອດໄລຍະ 5 ປີ…..

ມີສະມາຊິກສະພາແຫ່ງຊາດ ຊຸດທີ VIII ຈໍານວນໜ້ອຍໜຶ່ງໃນຈໍານວນທັງໝົດ 149 ທ່ານ ບໍ່ເຄີຍປະກອບຄໍາເຫັນໃນກອງປະຊຸມສະພາແຫ່ງຊາດຕະຫລອດໄລຍະ 5 ປີ ຫລື ຈົນໝົດສະໄໝຂອງການເປັນສະມາຊິກສະພາແຫ່ງຊາດ ຊຸດທີ VIII.

ຂະນະດຽວກັນ ມີອີກຫລາຍທ່ານບໍ່ຍາດເວລາເຂົ້າຮ່ວມກອງປະຊຸມສໍາຄັນຕ່າງຯ ຂອງສະພາແຫ່ງຊາດ, ລວມເຖິງການລົງພົບປະກັບປະຊາຊົນຕາມສິດ ແລະ ໜ້າທີ່ສໍາຄັນຂອງຕົນເອງ.

ໃນໂອກາດຕາງໜ້າໃຫ້ອົງການຈັດຕັ້ງມະຫາຊົນຂຶ້ນປະກອບຄໍາເຫັນຕໍ່ກອງປະ ຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 16 ພະຈິກ 2020 ທ່ານ ນາງ ຄໍາຈັນ ພົມແສງສະຫວັນ, ຮອງປະທານສູນກາງແນວລາວສ້າງຊາດ ກ່າວວ່າ: ການເຂົ້າຮ່ວມກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດແຕ່ລະເທື່ອຍັງມີສະມາຊິກສະພາແຫ່ງຊາດຂາດຫລາຍ ຊຶ່ງສັງຄົມເຫັນໄດ້ຜ່ານຕົວເລກການສະເໜີຕົວຜູ້ເຂົ້າຮ່ວມຈາກການລົງຄະແນນສຽງແຕ່ລະຄັ້ງຍັງມີບ່ອນນັ່ງວ່າງຫລາຍ

ຊຶ່ງຕາມທໍາມະດາແລ້ວສະມາຊິກສະພາແຫ່ງຊາດທຸກທ່ານຕ້ອງໄດ້ເຂົ້າຮ່ວມກອງປະຊຸມແຫ່ງຊາດ ປີລະ 2 ຄັ້ງ ຢ່າງຄົບຖ້ວນ, ສ່ວນການຄົ້ນຄ້ວາ, ປະກອບຄໍາເຫັນໃນກອງປະຊຸມ ສ່ວນຫລາຍແມ່ນຜູ້ເກົ່າທີ່ເຄີຍອອກຄໍາເຫັນຫລາຍຄັ້ງເປັນປະຈໍາ ແລະ ເປັນໜ້າຊົມເຊີຍ, ແຕ່ຂະນະດຽວກັນສັງເກດເຫັນວ່າສະມາຊິກສະພາແຫ່ງຊາດຈໍານວນໜ້ອຍໜຶ່ງບໍ່ຄ່ອຍອອກຄໍາເຫັນ ຫຼືບໍ່ອອກຄໍາເຫັນເລີຍ ຕະຫລອດໄລຍະ 5 ປີ ຊຶ່ງເຫັນຄວນຕ້ອງໄດ້ເພີ່ມເຂົ້າມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄັ້ງຕໍ່ໄປ ຕ້ອງແມ່ນຜູ້ທີ່ມີພອນສະຫວັນໃນການເວົ້າຕື່ມອີກ.

ຮອງປະທານສູນກາງແນວລາວສ້າງຊາດກ່າວຕື່ມວ່າ: ສະມາຊິກສະພາແຫ່ງຊາດ ບາງທ່ານທີ່ປະຈໍາຢູ່ຂະແໜງການ, ກົມກອງຂັ້ນສູນກາງຍັງບໍ່ທັນຍາດເວລາເພື່ອເຂົ້າຮ່ວມກອງປະຊຸມສະໄໝສາມັນ ຫຼື ກອງປະຊຸມຂອງກໍາມາທິການສະພາແຫ່ງຊາດ, ລົງພົບປະຜູ້ມີສິດເລືອກຕັ້ງຢ່າງຄົບຖ້ວນ ຕາມສິດ ແລະ ໜ້າທີ່ສໍາຄັນຕົ້ນຕໍ ຊຶ່ງອາດຍ້ອນຕິດຂັດວຽກງານ, ເປັນການຖືເບົາ ຫຼື ມີຄວາມຈໍາເປັນໃດໜຶ່ງ ຊຶ່ງສັງຄົມ (ຜູ້ມີສິດເລືອກຕັ້ງ) ເຄີຍເວົ້າວ່າ: “ເຫັນໜ້າແຕ່ຍາມລົງໂຄສະນາຫາສຽງເທົ່ານັ້ນ” ຊຶ່ງບັນຫານີ້ກໍ່ເປັນເງື່ອນໄຂໜຶ່ງໃນການເລືອກເອົາຜູ້ສະໝັກເປັນສະມາຊິກສະ ພາແຫ່ງຊາດຕ້ອງມີເວລາພໍ ເພື່ອປະຕິບັດໜ້າທີ່ຂອງຕົນ ເຮັດໃຫ້ມີສະມາຊິກສະພາແຫ່ງຊາດອາຊີບຫລາຍຂຶ້ນ.

ແຫຼ່ງຂໍ້ມູນ: ວສລ

Comments