ການຜະລິດ

ເປີດເວັບໄຊທ໌ ມາດຕະຖານ ການທ່ອງທ່ຽວ ໃນ ສປປ ລາວ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດພິທີເປີດເວັບໄຊທ໌ ມາດຕະຖານການ ທ່ອງທ່ຽວ ໃນ ສປປ ລາວ ຂຶ້ນ ໃນວັນທີ 15 ກັນຍາ 2023 ທີ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີພາກສ່ວນ ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ. ຈຸດປະສົງຂອງງານດັ່ງກ່າວ ເພື່ອເປີດເວັບໄຊມາດຕະຖານການທ່ອງທ່ຽວອາຊຽນ ທີ່ ສປປ ລາວ ໄດ້ຈັດຕັ້ງປະຕິບັດ ແລະໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຫລາຍລາງວັນພໍສົມຄວນ ໃນໄລຍະຜ່ານມາ ປະກອບມີ 7 ມາດຕະຖານ ແລະ 1 ລາງວັນການທ່ອງທ່ຽວອາຊຽນ ຄື: ມາດຕະຖານໂຮງແຮມສີຂຽວອາຊຽນ, ມາດຕະຖານການທ່ອງທ່ຽວປະຊາຊົນມີສ່ວນຮ່ວມອາຊຽນ, ມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ, ມາດຕະຖານເມືອງທ່ຽວສະອາດອາຊຽນ, ມາດຕະຖານຫ້ອງນໍ້າສາທາລະນະສະອາດອາຊຽນ, ມາດຕະຖານການບໍລິການສະປາອາຊຽນ, ມາດຕະຖານສະຖານທີ່ຈັດງານອາຊຽນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ. ທີ່ມາ : CRI

Read More »

ລາວ-ຈີນ ຮ່ວມມືປູກພືດຜັກ ແລະ ໝາກໄມ້ສະອາດ ເພື່ອສົ່ງອອກ ສປ ຈີນ

ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ບໍລິສັດ ໄໝສຽງພັດທະນາກະສິກໍາ ແຂວງໄຮ່ລົງຈ່ຽງ ຈໍາກັດ ແຫ່ງ ສປ ຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືດ້ານກະສິກໍາສະອາດທັນສະໄໝໃນວັນທີ 17 ມີນາ ໃຫ້ກຽດຮ່ວມລົງນາມໃນສັນຍາໂດຍທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ, ທ່ານນາງ ເອີເວ ປະທານບໍລິສັດ ໄໝສຽງພັດທະນາກະສິກໍາ ແຂວງໄຮ່ລົງຈ່ຽງ ແຫ່ງ ສປ ຈີນ. ໃນພິທີ, ທ່ານຮອງຫົວໜ້າກົມປູກຝັງໄດ້ລາຍງານວ່າ: ໂຄງການດັ່ງກ່າວໄດ້ເຊັນບັນທຶກຄວາມເຂົ້າໃຈມາແຕ່ປີ 2018 ແຕ່ເນື່ອງດ້ວຍມີການລະບາດຂອງພະຍາດໂຄວິດ ຈຶ່ງບໍ່ສາມາດດຳເນີນການໄດ້. ມາຮອດປັດຈຸບັນ ບໍລິສັດມີຄວາມພ້ອມສືບຕໍ່ຈັດຕັ້ງປະຕິບັດ ແລະ ໄດ້ຮ່ວມກັບກົມປູກຝັງ ຄົ້ນຄວ້າ, ປຶກສາຫາລື, ປັບປຸງບົດບັນທຶກຄວາມເຂົ້າໃຈ ຮ່ວມມືດ້ານກະສິກຳສະອາດ ທັນສະໄໝຄືນໃໝ່, ເພື່ອການຜະລິດພືດຜັກ ແລະ ໝາກໄມ້ສະອາດທັນສະໄໝ ແລະ ນຳໃຊ້ພະລັງງານແສງຕາເວັນ ເຂົ້າໃນການຜະລິດສະອາດ. ໂຄງການດັ່ງກ່າວ ຈະໄດ້ຈັດຕັ້ງປະຕິບັດ 4 ຈຸດ ຄື: ຢູ່ສູນມາດຕະຖານກະສິກຳສະອາດ, ກົມປູກຝັງ, ບ້ານໄຜ່ລ້ອມ, ບ້ານ ດົງບັງ ແລະ ບ້ານແກ້ງໄຄ້, ...

Read More »

ພູເບ້ຍມາຍນິງ! ຢືນຢັນມີແຮ່ພຽງພໍ ແລະ ຍືດເວລາ ການປິດບໍ່ແຮ່ ໄປເຖິງປີ 2030.

ບໍລິສັດ ພູເບ້ຍ ມາຍນິງ ເລັ່ງດໍາເນີນການຂຸດເຈາະ, ຄົ້ນຄວ້າ-ວິໄຈຕາມສາຍແຮ່ ໃນເຂດບໍ່ຂະຫຍາຍພື້ນທີ່ສໍາປະທານໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ, ເມືຶອງລ້ອງແຈ້ງ, ແຂວງໄຊສົມບູນ; ຊຶ່ງພົບແຮ່ທີ່ມີຄຸນນະພາບ ແລະ ປະລິມານຫຼາຍສົມຄວນ ເພື່ອນໍາມາປ້ອນໂຮງງານ ໂດຍຄາດວ່າຈະມີແຮ່ພຽງພໍ ແລະ ສາມາດຍືດເວລາການປິດບໍ່ໄປເຖິງປີ 2030. ທ່ານ Timothy Popham, ຜູ້ຈັດການຝ່າຍພັດທະນາຊັບພະຍາກອນບໍ່ແຮ່ ບໍລິສັດ ພູເບ້ຍ ມາຍນິງ ກ່າວໃນໂອກາດທີ່ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ປະທານຄະນະກໍາມະການຕິດຕາມການປະຕິບັດງານຂອງບໍລິສັດ ພູເບ້ຍ ມາຍນິງ ວ່າ: ບໍ່ຂະຫຍາຍໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ສຳຫຼວດເມື່ອ 3 ປີຜ່ານມາ ແລະ ປີ 2022 ມາເຖິງປັດຈຸບັນ ໄດ້ເລີ່ມເບີກໜ້າດິນ, ຂຸດເຈາະ ຢູ່ 2 ບ່ອນ ຄື: ຢູ່ບ້ານພູເງິນ ແລະ ບ້ານຜາແຍງ ເພື່ອຄົ້ນຄວ້າ-ວິໄຈຕາມສາຍແຮ່ ທີ່ຢູ່ໃນເຂດສຳປະທານຂອງໂຄງການ, ການສຳຫຼວດດັ່ງກ່າວແມ່ນໃຊ້ຮູບແບບຮູເຈາະ. ປັດຈຸບັນມີ 180 ຮູເຈາະສໍາຫຼວດ, ບາງຮູເຈາະມີລະດັບຄວາມເລິກ ...

Read More »

ອຸດສາຫະກຳຕັດຫຍິບລາວຟື້ນໂຕດີ ນັກລົງທຶນຫັນມາສົນໃຈຫຼາຍ ແຕ່ກຳລັງຍັງຂາດແຮງງານ! ​

ອຸດສາຫະກຳຕັດຫຍິບລາວຟື້ນໂຕດີ ນັກລົງທຶນຫັນມາສົນໃຈຫຼາຍ ແຕ່ກຳລັງຍັງຂາດແຮງງານ! ​ທ່ານ ໄຊບັນດິດ ຣາຊພົນ, ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວກ່າວວ່າ: ປັດຈຸບັນ, ທົ່ວປະເທດມີໂຮງງານຕັດຫຍິບ 77 ແຫ່ງ, ໃນນີ້ ຢູ່ນະຄອນຫລວງວຽງຈັນ 72 ແຫ່ງ ສໍາລັບຕະຫລາດສົ່ງອອກ 1. ປະເທດໃນເອີຣົບ 80% 2. ຍິ່ປຸ່ນ 9% 3. ສະຫະລັດອາເມລິກາ 4% 4. ແຄນນາດາ 2% ແລະ ອື່ນໆ ແຕ່ລະປີສາມາດສົ່ງອອກໄດ້ປະມານ 200 ລ້ານກວ່າໂດລາສະຫະລັດ. ​ອຸດສະຫະກໍາຕັດຫຍິບລາວ ເລີ່ມຟື້ນໂຕດີຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ນັກລົງທຶນຕ້ອງການເຂົ້າມາລົງທຶນໃນດ້ານນີ້ເພີ່ມຫລາຍຂຶ້ນ ແຕ່ປັດຈຸບັນບໍ່ສາມາດຮອງຮັບໄດ້ໝົດຍ້ອນຍັງພົບບັນຫາການຂາດເຂີນກໍາລັງແຮງງານ. ທີ່ມາ: FM 90 #TargetMagzaine

Read More »

ເຊັນສັນຍາ ໂຄງການປູກແນວພັນໝາກອະໂວກາໂດ ແລະ ມັກຄາເດເມຍ ຢູ່ປາກຊ່ອງ ເນື້ອທີ່ 150 ເຮັກຕາ

ເຊັນສັນຍາ ໂຄງການປູກແນວພັນໝາກອະໂວກາໂດ ແລະ ມັກຄາເດເມຍ ຢູ່ປາກຊ່ອງ ເນື້ອທີ່ 150 ເຮັກຕາ ບູລິມະສິດແຮງງານຕ້ອງເປັນຄົນລາວ! ພິທີເຊັນສັນຍາສໍາປະທານ ໂຄງການປູກແນວພັນໝາກອະໂວກາໂດ ແລະ ມັກຄາເດເມຍ ໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານໜອງ ແລະ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນ ວັນທີ 3 ຕຸລາ 2022. ບໍລິສັດ ເອັມດີເອ (ລາວ) ຈໍາກັດ ຕ້ອງລົງທຶນທັງໝົດຕາມຕົ້ນທຶນໂຄງການທີ່ມີມູນຄ່າ ຢ່າງໜ້ອຍ 7 ລ້ານໂດລະສະຫະລັດ, ທຶນຈົດທະບຽນ ມູນຄ່າ 2,1 ລ້ານໂດລາສະຫະລັດ ອາຍຸສັນຍາ 15 ປີ. ແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງໃຫ້ບູລິມະສິດແຮງງານທີ່ເປັນຄົນລາວ, ເຈົ້າຂອງທີ່ດິນ ແລະ ຄົນທ້ອງຖິ່ນ ໃນເຂດໂຄງການເຂົ້າເຮັດວຽກ, ດ້ວຍການຝຶກອົບຮົມ ຍົກລະດັບສີມືແຮງງານ ແລະ ຕ້ອງຮັບການປະກັນສັງຄົມ. ທີ່ມາ: ປະເທດລາວ Pathedlao #TargetMagazine

Read More »

ລາວ ເລັ່ງສົ່ງເສີມ ຫັດຖະກຳຊົນເຜົ່າ ສູ່ຕະຫລາດສາກົນ

ລາວ ເລັ່ງສົ່ງເສີມ ຫັດຖະກຳຊົນເຜົ່າ ສູ່ຕະຫລາດສາກົນສະມາຄົມຫັດຖະກຳລາວ ຮ່ວມກັບ ບໍລິສັດມິສທິນກ້າວໜ້າລາວ ຈຳກັດ ຈະຈັດງານສັບປະດາຫັດຖະກຳຊົນເຜົ່າ(Lao Ethnical Crafts Week), ໃນລະຫວ່າງວັນທີ 8-18 ກັນຍາ 2022 ນີ້, ຢູ່ສູນການຄ້າພາກຊັນ ນະຄອນຫລວງວຽງຈັນ. ເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ຫັດຖະກຳຊົນເຜົ່າໃນສປປ ລາວ ໃຫ້ສາມາດຂະຫຍາຍການຕະຫລາດ ນັບມື້ກວ້າງຂວາງ ແລະ ໃຫ້ມີໂອກາດນໍາເອົາຜະລິດ ຕະພັນຂອງຕົນອອກໄປສູ່ຕະຫລາດສາກົນ ກໍຄື ໃຫ້ສາມາດນໍາເອົາສິນຄ້າໄປວາງສະແດງ ແລະ ຂາຍຢູ່ໃນສູນການຄ້າພາກຊັນ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ເນື່ອງຈາກວ່າສູນການຄ້າພາກຊັນ ເປັນສູນການຄ້າທີ່ມີເຄືອຂ່າຍກວ້າງຂວາງ ແລະ ມີເຖິງ 100 ກວ່າສາຂາ ໃນທົ່ວໂລກ, ທັງມີສາຂາຍ່ອຍຢູ່ໃນຫລາຍປະເທດ. ທີ່ມາ: ຂປລ #TargetMagazine

Read More »

ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຊ່ວຍເຫຼືອ ສາທິດຕິດຕັ້ງບ່ອນສາກລົດໄຟຟ້າດ້ວຍພະລັງງານແສງຕາເວັນ

ລົງນາມການຮ່ວມມືລະຫວ່າງ ກົມສົ່ງເສີມ ແລະ ປະຢັດພະລັງງານ,​ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ກັບ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຢຸນນານສາກົນ (ສປ ຈີນ)​ ວັນທີ 19 ສິງຫາ 2022 ເປັນໂຄງການຊ່ວຍເຫລືອລ້າຂອງບໍລິສັດ CSG-YNIC ໂດຍມີເປົ້າໝາຍເພື່ອທົດລອງຕິດຕັ້ງສະຖານີສາກລົດໄຟຟ້າ ດ້ວຍພະລັງງານແສງຕາເວັນ ທີ່ມີກຳລັງຕິດຕັ້ງ 60 ກິໂລວັດ ເປັນການສ້າງຄວາມເຊື່ອໝັ້ນຕໍ່ຜູ້ຊົມໃຊ້ພາຫະນະທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ເຊິ່ງເປັນນະໂຍບາຍຂອງລັດຖະບານ ໃນການສົ່ງເສີມຫັນມານຳໃຊ້ລົດໄຟຟ້າ ທົດແທນລົດນຳໃຊ້ນໍ້າມັນນັບມື້ນັບຫລາຍຂື້ນ. ທີ່ມາ: ເສດຖະກິດການຄ້າ#TargetMgazine

Read More »

ທ່ານ ທອງລຸນ ສີສຸລິດ ຢ້ຽມຢາມພື້ນຖານການຜະລິດຂອງປະຊາຊົນ ເມືອງປາກລາຍ

ວັນທີ 3 ສິງຫາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະໄດ້ລົງຢ້ຽມຢາມຂົງເຂດການຜະລິດເປັນສິນຄ້າ ຂອງປະຊາຊົນ ບ້ານໃຫຍ່ພັດທະນາ ບວມເລົາ-ຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບ ແລະ ນໍາພາລົງສູ່ພື້ນທີ່ການຜະລິດ ໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ. ການຢ້ຽມຢາມພື້ນທີ່ການຜະລິດເປັນສິນຄ້າ ຂອງປະຊາຊົນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ໄປຕິດຕາມເບິ່ງສວນປູກມັນຕົ້ນ ແລະ ສວນສາລີ, ໄປເບິ່ງການລ້ຽມງົວແບບເປັນກຸ່ມ, ເປັນຟາມ ຕິດພັນກັບການປູກຫຍ້າຂອງປະຊາຊົນບ້ານດັ່ງກ່າວ. ຈາກນັ້ນ, ກໍໄດ້ເຂົ້າຢ້ຽມຊົມໂຮງງານຜະລິດແປ້ງມັນຕົ້ນ ຂອງ ບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ ແລະ ເບິ່ງໂຮງງານຜະລິດປຸຍຊີວະພາບ ຂອງບໍລິສັດ ຈີນຊຸຸຍ ທີ່ຕັ້ງຢູ່ ບ້ານ ນໍ້າຊົ້ງ ເມືອງປາກລາຍ. ຂໍ້ມູນ: ຂປລ

Read More »

ເຊັນບັນທຶກ MOC ພະລັງງານຄວາມຮ້ອນໃຕ້ພື້ນດິນ ຂະໜາດ ກຳລັງການຕິດຕັ້ງ 4.000MW

ໂຄງການນີ້ແມ່ນ ບໍລິສັດ ລາວພັດທະນາ ກໍ່ສ້າງ ແລະ ການລົງທຶນ ຈຳກັດ ຮ່ວມກັບ ບໍລິສັດ GEIOS ຈະໄດ້ນໍາໃຊ້ທຶນ ຂອງຕົນເອງ 100% ໂດຍຈະບໍ່ສ້າງໜີ້ສິນໃຫ້ແກ່ປະເທດຊາດ ກົງກັນຂ້າມ ຈະນຳເອົາຜົນປະ ໂຫຍດມາໃຫ້ 3 ຝ່າຍຄື ລັດຖະບານ, ປະຊາຊົນ ແລະ ຜູ້ລົງທຶນ. ພິທີເຊັນບົດບັນທຶກ MOC ພະລັງງານຄວາມຮ້ອນໃຕ້ພິພົບ ຂະໜາດ ກຳລັງການຕິດຕັ້ງ 4.000MWພິທີເຊັນບົດບັນທຶກຄວາມຮ່ວມມື ຫລື MOC ເພື່ອສໍາຫລວດ ສຶກສາ ຄວາມເປັນໄປໄດ້ ດ້ານພະລັງງານຄວາມຮ້ອນໃຕ້ພິພົບ ຂະໜາດກຳ ລັງ ການຕິດຕັ້ງ 4.000MW ໄດ້ຈັດຂຶ້ນ ໃນວັນທີ 22 ກໍລະກົດ.ໃນໂອກາດດັ່ງກ່າວ ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ປັດຈຸບັນພະລັງ ງານໄຟຟ້າ ທີ່ຜະລິດຢູ່ລາວ ກວມ 70% ແມ່ນມາຈາກພະລັງງານນ້ຳ ນອກ ຈາກນັ້ນເຮົາມີຍັງພະລັງງານທາງເລືອກ ເຊັ່ນພະລັງງານລົມ, ພະລັງງານ ແສງຕາເວັນ, ພະລັງງານຊີວະພາບ ແລະ ...

Read More »

ແຫຼ່ງລາຍຮັບໃໝ່ຈາກພະລັງງານຄວາມຮ້ອນຊັ້ນໃຕ້ດິນ ອາດໄດ້ຮອດ 600ລ້ານ$/ປີ

ບໍລິສັດ ລາວພັດທະນາ ກໍ່ສ້າງ ແລະ ການລົງທຶນ ຈຳກັດ (LAO DEVELOPMENT contracting & investment ) ຫລື LDCI ຮ່ວມກັບ ບໍລິສັດ GEIOS ການາດາ ແລະ WEALTH POWER GROUP OF VIETNAM (WPC) ໄດ້ເຊັນສັນຍາຮ່ວມມື ເພື່ອພັດທະນາພະລັງງານຄວາມຮ້ອນຊັ້ນໃຕ້ດິນ ຢູ່ ສປປ ລາວ ເພື່ອສົ່ງຂາຍໄຟໃຫ້ກັບຫວຽດນາມ ຈຳນວນ 5.000 ເມັກ. ພາຍຫລັງໂຄງການນີ້ສຳເລັດ ຄາດວ່າລັດຖະບານແຫ່ງ ສປປ ລາວ ຈະໄດ້ຮັບເງິນປັນຜົນ ບໍ່ຕ່ຳກວ່າ 613 ລ້ານໂດລາສະຫະລັດຕໍ່ປີ. ພະລັງງານຄວາມຮ້ອນຊັ້ນໃຕ້ດິນມີສະເຖຍລະພາບ ເພາະຊັ້ນໃຕ້ດິນເຮົາມີຄວາມຮ້ອນຢູ່ຕະຫລອດເວລາ ແລະ ມີຄວາມສະຖຽນລະພາບກວ່າພະລັງງານໄຟຟ້າພະລັງນ້ຳ, ພະລັງງານລົມ ແລະ ພະລັງແສງຕາເວັນ ຍ້ອນວ່າພະລັງງານຄວາມຮ້ອນໃຕ້ດິນ ເປັນພະລັງງານທີ່ສະອາດທີ່ສຸດ ທີ່ເປັນມິດກັບສິ່ງແວດລ້ອມ ໂດຍໄດ້ຮັບການຢັ້ງຢືນ ແລະ ຮັບຮອງຈາກ ອົງການສິ່ງແວດລ້ອມໂລກ. ຂໍມູນ: ປະເທດລາວ

Read More »