ເຊັນບັນທຶກ MOC ພະລັງງານຄວາມຮ້ອນໃຕ້ພື້ນດິນ ຂະໜາດ ກຳລັງການຕິດຕັ້ງ 4.000MW

ໂຄງການນີ້ແມ່ນ ບໍລິສັດ ລາວພັດທະນາ ກໍ່ສ້າງ ແລະ ການລົງທຶນ ຈຳກັດ ຮ່ວມກັບ ບໍລິສັດ GEIOS ຈະໄດ້ນໍາໃຊ້ທຶນ ຂອງຕົນເອງ 100% ໂດຍຈະບໍ່ສ້າງໜີ້ສິນໃຫ້ແກ່ປະເທດຊາດ ກົງກັນຂ້າມ ຈະນຳເອົາຜົນປະ ໂຫຍດມາໃຫ້ 3 ຝ່າຍຄື ລັດຖະບານ, ປະຊາຊົນ ແລະ ຜູ້ລົງທຶນ.

ພິທີເຊັນບົດບັນທຶກ MOC ພະລັງງານຄວາມຮ້ອນໃຕ້ພິພົບ ຂະໜາດ ກຳລັງການຕິດຕັ້ງ 4.000MWພິທີເຊັນບົດບັນທຶກຄວາມຮ່ວມມື ຫລື MOC ເພື່ອສໍາຫລວດ ສຶກສາ ຄວາມເປັນໄປໄດ້ ດ້ານພະລັງງານຄວາມຮ້ອນໃຕ້ພິພົບ ຂະໜາດກຳ ລັງ ການຕິດຕັ້ງ 4.000MW ໄດ້ຈັດຂຶ້ນ ໃນວັນທີ 22 ກໍລະກົດ.ໃນໂອກາດດັ່ງກ່າວ ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ປັດຈຸບັນພະລັງ ງານໄຟຟ້າ ທີ່ຜະລິດຢູ່ລາວ ກວມ 70% ແມ່ນມາຈາກພະລັງງານນ້ຳ ນອກ ຈາກນັ້ນເຮົາມີຍັງພະລັງງານທາງເລືອກ ເຊັ່ນພະລັງງານລົມ, ພະລັງງານ ແສງຕາເວັນ, ພະລັງງານຊີວະພາບ ແລະ ບວກໃສ່ ພະລັງງານໃຕ້ພິພົບເຊິ່ງ ພະລັງງານຄວາມຮ້ອນ ໃຕ້ພິພົບ ເປັນພະລັງງານສີຂຽວທີ່ສຸດ ແລະ ນຳໃຊ້ເນື້ອທີ່ດິນໃນການກໍ່ສ້າງ ບໍ່ຫລາຍ ບໍ່ທຳລາຍສິ່ງແວດລ້ອມ.

ສຳລັບໂຄງການພະລັງງານຄວາມຮ້ອນໃຕ້ພິພົບນີ້ ບໍລິສັດ ລາວພັດທະນາ ກໍ່ສ້າງ ແລະ ການລົງທຶນ ຈຳກັດ ຮ່ວມກັບ ບໍລິສັດ GEIOS ຈະໄດ້ນໍາໃຊ້ທຶນ ຂອງຕົນເອງ 100% ແລະ ມີຕະຫລາດຮັບຊື້ໄຟຟ້າເປັນທີ່ຮຽບຮ້ອຍແລ້ວ ໂດຍຈະບໍ່ສ້າງໜີ້ສິນໃຫ້ແກ່ປະເທດຊາດ ກົງກັນຂ້າມ ຈະນຳເອົາຜົນປະ ໂຫຍດມາໃຫ້ 3 ຝ່າຍຄື ລັດຖະບານ, ປະຊາຊົນ ແລະ ຜູ້ລົງທຶນ ເມື່ອປະເທດ ເຮົາມີລາຍຮັບທີ່ແນ່ນອນແລ້ວ ກໍຈະເຮັດໃຫ້ປະຊາຊົນ ມີຊີວິດການເປັນ ຢູ່ທີດີຂຶ້ນ ແລະ ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາເທື່ອລະກ້າວ, ພິເສດ ໂຄງການນີ້ ຍັງສາມາດຂາຍ ໄຮໂດເຈັນ (Hydrogen) ແລະ ຍັງຈະມີ ລາຍຮັບຈາກ ຄາບອນ ເຄຣດິດ (Carbon Credit) ທີ່ຕ່າງປະເທດຈ່າຍໃຫ້ ເພາະເປັນໂຄງການສີຂຽວ ແລະ ສະອາດ ທັງເປັນມິດຕໍ່ສິ່ງແວດລ້ອມອີກ

ດ້ວຍ.ຂໍ້ມູນ: ຂປລ

Comments