ທ່ານ ທອງລຸນ ສີສຸລິດ ຢ້ຽມຢາມພື້ນຖານການຜະລິດຂອງປະຊາຊົນ ເມືອງປາກລາຍ


ວັນທີ 3 ສິງຫາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະໄດ້ລົງຢ້ຽມຢາມຂົງເຂດການຜະລິດເປັນສິນຄ້າ ຂອງປະຊາຊົນ ບ້ານໃຫຍ່ພັດທະນາ ບວມເລົາ-ຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບ ແລະ ນໍາພາລົງສູ່ພື້ນທີ່ການຜະລິດ ໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ.


ການຢ້ຽມຢາມພື້ນທີ່ການຜະລິດເປັນສິນຄ້າ ຂອງປະຊາຊົນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ໄປຕິດຕາມເບິ່ງສວນປູກມັນຕົ້ນ ແລະ ສວນສາລີ, ໄປເບິ່ງການລ້ຽມງົວແບບເປັນກຸ່ມ, ເປັນຟາມ ຕິດພັນກັບການປູກຫຍ້າຂອງປະຊາຊົນບ້ານດັ່ງກ່າວ. ຈາກນັ້ນ, ກໍໄດ້ເຂົ້າຢ້ຽມຊົມໂຮງງານຜະລິດແປ້ງມັນຕົ້ນ ຂອງ ບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ ແລະ ເບິ່ງໂຮງງານຜະລິດປຸຍຊີວະພາບ ຂອງບໍລິສັດ ຈີນຊຸຸຍ ທີ່ຕັ້ງຢູ່ ບ້ານ ນໍ້າຊົ້ງ ເມືອງປາກລາຍ.

ຂໍ້ມູນ: ຂປລ

Comments