ຈີນເລັ່ງພັດທະນາລະບົບ AI ເພື່ອຫວັງເປັນຜູ້ນໍາທາງດ້ານເຕັກໂນໂລຊີຂອງໂລກ

ປັດຈຸບັນນີ້ ຖ້າປະເທດໃດໜຶ່ງສາມາດພັດທະນາເຕັກໂນໂລຊີໄດ້ຫຼາຍກວ່າປະເທດອື່ນໆ ກໍອາດເວົ້າໄດ້ວ່າສາມາດທີ່ຈະເປັນຜູ້ນຳໂລກຂອງເລີຍກໍວ່າໄດ້.

WSJ] จีนร่างแผน 5 ปี เร่งเครื่องพัฒนาเทคโนโลยี เพิ่มทุนวิจัย AI, การผลิตชิป  ฯลฯ | Blognone

ເຫັນໄດ້ວ່າ ປະເທດຈີນ ກໍເປັນອີກໜຶ່ງປະເທດທີ່ກຳລັງມາແຮງໃນເລື່ອງຂອງເຕັກໂນໂລຊີໃໝ່ ແລະ ກຳລັງເປັນທີ່ພຶງພໍໃຈຂອງຜູ້ບໍລິໂພກທົ່ວໂລກ ບໍ່ວ່າຈະເປັນສິນຄ້າ Computer, Note book, ໂທລະສັບມືຖື ແລະ ເຄື່ອງໄຟຟ້າອື່ນໆ. ເຖິງຢ່າງກໍຕາມ ໃນຊ່ວງໄລຍະທີ່ຜ່ານມາ ເສດຖະກິດຂອງປະເທດຈີນກໍໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຈາກນະໂຍບາຍກີດກັ້ນການຄ້າຂອງສະຫະລັດ ອາເມລິກາ ຈຶ່ງເປັນສາເຫດໃຫ້ຈີນ ຕ້ອງວາງແຜນຍຸດທະສາດໃດໜຶ່ງເພື່ອຫຼຸດຜ່ອນຜົນກະທົບຈາກສົງຄາມການຄ້າດັ່ງກ່າວ.

ຫຼ້າສຸດ Wall Street Journal ລາຍງານວ່າ: ລັດຖະບານຈີນ ປະຊຸມປະຈຳປີກ່ຽວກັບ ຮ່າງແຜນການໃຫຍ່ 5 ປີ ຕັ້ງເປົ້າໝາຍເປັນຜູ້ນຳເຕັກໂນໂລຊີເພື່ອພັດທະນະປະເທດ ແລະ ຮັກສາຄວາມໝັ້ນຄົງໂດຍລວມ ເພາະຈີນໄດ້ຕັ້ງໃຈສ້າງຫ້ອງທອງລອງ, ລົງທຶນໃນການວິໄຈ AI, ຜະລິດຊິບເຊມີຄອນດັກເຕີ, ຄວັນຕຳຄອມພິວເຕີ ແລະ ອື່ນໆ. ໂດຍອີງຕາມການລາຍງານ ໄດ້ລະບຸວ່າຈະເພີ່ມເງິນລົງທຶນພັດທະນາການວິໄຈກວ່າ 7% ທຸກປີ ຕິດຕໍ່ກັນ 5 ປີໄປຈົນເຖິງປີ 2025 ນາຍົກລັດຖະມົນຕີ ລີ່ເຄີສຽງ ຍັງກ່າວຕື່ມອີກວ່າ ຈີນຈະແກ້ໄຂນະໂຍບາຍເພື່ອສະໜັບສະໜູນການໄຫຼວຽນຂອງເງິນລົງທຶນໃນບັນດາ Start Up ເກີດໃໝ່ ປ່ອຍກູ້ເງິນງ່າຍຂຶ້ນ ແລະ ເພີ່ມຜົນປະໂຫຍດການວິໄຈ ແລະ ພັດທະນາຕໍ່ໄປ.

ແຫຼ່ງທີ່ມາ: https://www.blognone.com/node/121578

ແຫຼ່ງທີ່ມາ: https://www.blognone.com/node/121578#MobileTalk#China#LeaderofIT

Comments