ພິທີເປີດໂຄງການສະໜັບສະໜູນຈາກສະຫະພາບເອີຣົບ ໃນການຕອບໂຕ້ການລະບາດຂອງພະຍາດໂຄວິດ19 ຢູ່ ສປປ ລາວ ຈັດຂຶ້ນຕອນບ່າຍວັນທີ 17 ມິນາ 2021 ທີ່ໂຮງແຮມຄຣາວພລາຊາ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານນາງອີນາມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາ ສປປ ລາວ ແລະທ່ານ ດຣ. ມາກເຈຄອບສ໌. ຜູ້ຕາງໜ້າອົງການອະນາໄມໂລກປະຈໍາສປປລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວໃນພິທີວ່າ: “ພວກເຮົາມີຄວາມຍິນດີເປັນຢ່າງສູງທີ່ຈະສືບຕໍ່ຮ່ວມເຮັດວຽກກັບສະຫະພາບເອີຣົບ ແລະອົງການອະນາໄມໂລກ ເນື່ອງຈາກວ່າທັງສອງລ້ວນແລ້ວແຕ່ແມ່ນຄູ່ຮ່ວມມືທີ່ສຳຄັນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19. ພວກເຮົາພ້ອມແລ້ວທີ່ຈະເຮັດວຽກຮ່ວມກັນໃນການເສີມສ້າງແນວທາງການຮ່ວມມືໃນພາກພື້ນເພື່ອຍົກສູງສະມາຄົມອາຊຽນໃຫ້ເຂັ້ມແຂງຍິ່ງຂື້ນກວ່າເກົ່າໂດຍຄຽງຄູ່ໄປກັບການຟື້ນຟູຈາກການລະບາດຂອງພະຍາດດັ່ງກ່າວ.
. ທ່ານນາງອີນາມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາສປປລາວ ກ່າວວ່າ: “ເພື່ອແກ້ໄຂຜົນກະທົບດ້ານສຸຂະພາບແລະເສດຖະກິດ-ສັງຄົມທີ່ໄດ້ຮັບຈາກການລະບາດດັ່ງກ່າວນີ້, ສະຫະພາບເອີຣົບໄດ້ຈັດຕັ້ງແຜນງານຄືນໃໝ່ເພື່ອສຸມໃສ່ການເພີ່ມທະວີການຮ່ວມມືໃນພາກພື້ນເພື່ອໃຫ້ສາມາດເຂົ້າເຖິງຂໍ້ມູນຂ່າວສານ, ອຸປະກອນ ແລະວັກຊີນເຊິ່ງເປັນສິ່ງຈຳເປັນຢ່າງຍິ່ງຕໍ່ການເອົາຊະນະວິກິດການໃນຄັ້ງນີ້. ພວກເຮົາທຸກຄົນລ້ວນແຕ່ມີສ່ວນຮ່ວມໃນການຕໍ່ສູ້ກັບບັນຫາດັ່ງກ່າວ ແລະໃນຖານະທີ່ເປັນຄູ່ຮ່ວມມືພວກເຮົາຫວັງຢາກໃຫ້ທຸກຄົນເຂັ້ມແຂງກ້າວໄປຂ້າງໜ້າພ້ອມໆກັນ.
ບັນດາບຸລິມະສິດຂອງໂຄງການນີ້ແມ່ນສອດຄ່ອງກັບແຜນຍຸດທະສາດເພື່ອການກຽມຄວາມພ້ອມ ແລະຕອບໂຕ້ດ້ານສຸຂະພາບແຫ່ງຊາດປີ 2020-2025. ເຊິ່ງຈະລວມເອົາບູລິມະສິດດ້ານການສືບຕໍ່ຮັບປະກັນການກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ແຕ່ທໍາອິດໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ຈຸດເຂົ້າອອກປະເທດ, ສູນປະຕິບັດງານສຸກເສີນໃນລະດັບສູນກາງ ແລະຂັ້ນແຂວງ; ກຽມພ້ອມຮັບມືໃນສູນຈໍາກັດບໍລິເວນ ແລະສະຖານທີ່ໃຫ້ບໍລິການດ້ານສາທາລະນະສຸກ, ເພີ່ມຄວາມອາດສາມາດໃນການປ້ອງກັນ ແລະຄວບຄຸມການຕິດເຊື້ອ (IPC); ນໍ້າ, ສຸຂາພິບານ ແລະສຸຂະອະນາໄມ (WASH) ແລະການຄຸ້ມຄອງຈັດການສິ່ງເສດເຫຼືອ. ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ຍັງໄດ້ປະກາດວ່າສະຫະພາບເອີຣົບ ແລະບັນດາປະເທດສະມາຊິກມີຄວາມຕັ້ງໃຈຢ່າງສູງທີ່ຈະຮັບປະກັນວ່າຈະບໍ່ມີໃຜຖືກປະຖີ້ມໃນໂຄງການສັກຢາກັນພະຍາດທົ່ວໂລກ ກໍ່ຄືຜ່ານCOVAX. ຂ້າພະເຈົ້າຍິນດີ ແຈ້ງໃຫ້ບັນດາທ່ານຊາບວ່າ: ປະທານຄະນະກຳມະທິການເອີຣົບ ທ່ານນາງເອຊູລ້າຟອນເດີເຣເຢັນໄດ້ປະກາດໃນກອງປະຊຸມG7 ທີ່ຜ່ານມາວ່າ ທີມເອີຣົບໄດ້ສະໜອງການຊ່ວຍເຫຼືອ ແກ່ປະເທດທີ່ມີລາຍໄດ້ຕໍ່າ ແລະປານກາງ, ເຊິ່ງລວມທັງ ສປປລາວ, ເພື່ອຊ່ວຍໃຫ້ສາມາດເຂົ້າເຖິງການສັກຢາວັກຊິນກັນພະຍາດໂຄວິດ-19. ພວກເຮົາມີຄວາມພູມໃຈທີ່ທີມເອີຣົບເປັນຜູ້ປະກອບສ່ວນໃຫຍ່ທີ່ສຸດໃຫ້ກັບCOVAX
ນອກຈາກນັ້ນ, ສະຫະພາບເອີຣົບມີຄວາມຍິນດີເປັນຢ່າງສູງທີ່ປະເທດລາວຈະໄດ້ຮັບວັກຊີນຊຸດທໍາອິດໃນຈຳນວນ 480,000 ໂດສ, ໂດຍຜ່ານCOVAX. ດຣ. ມາກເຈຄອບສ໌, ຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປລາວ ກ່າວວ່າ: ໃນຊຸມປີທີ່ຜ່ານມາ, ອົງການອະນາໄມໂລກໄດ້ໃຫ້ການຊ່ວຍເຫຼືອທາງດ້ານວິຊາການແກ່ກະຊວງສາທາລະນະສຸກ ໃນການຕອບໂຕ້ກັບພະຍາດໂຄວິດ-19 ພ້ອມທັງຊ່ວຍພັດທະນາ, ສະຫຼຸບແຜນຍຸດທະສາດແລະແຜນການການຕອບສະໜອງລະດັບຊາດ ເພື່ອຄວບຄຸມພະຍາດໂຄວິດ-19 ອັນມີບົດບາດສຳຄັນຕໍ່ການປະສານງານກັບບັນດາຄູ່ຮ່ວມມື. ສິ່ງດັ່ງກ່າວນີ້ເປັນສານຕໍ່ການສະໜັບສະໜູນຂອງພວກເຮົາໃນໄລຍະເວລາຫຼາຍປີທີ່ຜ່ານມາເພື່ອຊ່ວຍໃຫ້ປະເທດສາມາດສ້າງຄວາມເຂັ້ມແຂງໃນລະບົບສາທາລະນະສຸກ ແລະມີຄວາມພ້ອມໃນການຮັບມືກັບໄພຂົ່ມຂູ່ຕ່າງໆກໍ່ຄືພະຍາດໂຄວິດ-19. ການຮ່ວມມືກັບສະຫະພາບເອີຣົບແມ່ນການຮ່ວມມືທີ່ສຳຄັນໃນການເພີ່ມທະວີຄວາມພະຍາຍາມດັ່ງກ່າວນີ້.
ໂຄງການສະໜັບສະໜູນຈາກສະຫະພາບເອີຣົບ ໃນການຕອບໂຕ້ການລະບາດຂອງພະຍາດໂຄວິດ19 ຢູ່ ສປປ ລາວ ຈໍານວນ 2.800.000 ເອີໂຣ ຫລື ປະມານ 32 ຕື້ກີບ ຈະດໍາເນີນເປັນເວລາ3 ປີ ຄືແຕ່ປີ 2021 – 2023