ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດງານປະຊຸມສໍາມະນາກ່ຽວກັບ ການພັດທະນາແນວທາງ ແລະ ມາດຕະຖານລະບົບແຈ້ງເຕືອນໄພພິບັດທາງທໍາມະຊາດ ໃນກຸ່ມປະເທດອາຊຽນ ແລະ ຢີ່ປຸ່ນ ຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະ ຊວງ ປທສ ມີຜູ້ຕາງໜ້າຈາກບັນດາສະມາຊິກປະເທດອາຊຽນ, ກະຊວງ MIC ຍີ່ປຸ່ນ, ອົງການໄພພິບັດອາຊຽນ (AHA Centre), ຕາງໜ້າບັນດາກະຊວງ ແລະ ຫ້ອງການລັດ, ບັນດາບໍລິສັດ ແລະ ບັນດາກົມອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມ.

ວຽກງານການປ້ອງກັນ ແລະ ແກ້ໄຂໄພພິບັດທາງທໍາມະຊາດ ເປັນວຽກງານໜຶ່ງທີ່ສໍາຄັນ ແລະ ມີບົດບາດຕໍ່ການຂະຫຍາຍຕົວຂອງເສດຖະກິດ ແລະ ສັງຄົມ. ໄພພິບັດທີ່ເກີດຈາກທໍາມະຊາດ ແມ່ນສິ່ງທີ່ຄວບຄຸມໄດ້ຍາກທີ່ສຸດ ເມື່ອເກີດໄພພິບັດຂຶ້ນແລ້ວ ຈະສົ່ງຜົນກະທົບໂດຍກົງບໍ່ຫຼາຍກໍໜ້ອຍຕໍ່ກັບຊີວິດ ແລະ ຊັບສິນຂອງຄົນໃນສັງຄົມ. ດັ່ງນັ້ນ, ຄວນເລີ່ມຕົ້ນວາງແຜນ ແລະ ຮັບມືແຕ່ຫົວທີ ຈຶ່ງຈະເຮັດໃຫ້ມີຜົນກະທົບໜ້ອຍທີ່ສຸດ ດ້ວຍການພົວພັນຮ່ວມມື, ປະສານງານ ແລະ ການສື່ສານຂໍ້ມູນຂ່າວສານຕ່າງໆ ກໍຄືການແຈ້ງເຕືອນ ແລະ ສົ່ງຕໍ່ຂໍ້ມູນກ່ຽວກັບໄພພິບັດທີ່ເກີດຂຶ້ນ ໃນການກະກຽມຄວາມພ້ອມຮັບມືຕໍ່ໄພພິບັດດັ່ງກ່າວ. ສະນັ້ນ, ເພື່ອໃຫ້ມີຄວາມເຂົ້າໃຈໃຫ້ເປັນຮູບແບບ ແລະ ມາດຕະຖານດຽວກັນ ຕ້ອງໄດ້ກໍານົດແນວ ທາງການພັດທະນາລະບົບແຈ້ງເຕືອນໄພພິບັດທາງທໍາມະຊາດ ຄຽງຄູ່ກັບການສຶກສາຮຽນຮູ້ຮູບແບບ ການຮັບມືຕໍ່ກັບໄພພິບັດທາງທໍາມະຊາດ ຂອງປະເທດຍີ່ປຸ່ນ ແລະ ບັນດາປະເທດອາຊຽນ ເພື່ອຄຸນນະພາບຊີວິດທີ່ດີຂອງປະຊາຄົມອາຊຽນ.

ກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນໜຶ່ງໃນກິດຈະກໍາຫຼັກຂອງໂຄງການ ການພັດທະນາແນວທາງ ແລະ ມາດຕະຖານລະບົບແຈ້ງເຕືອນໄພພິບັດທາງທໍາມະຊາດ “Develop Guideline and Common Standard of Smart Notification System for Natural Disaster” ໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນພັດທະນາວຽກງານ ICT ອາຊຽນ-ຍີ່ປຸ່ນ ຊຶ່ງບັນດາປະເທດທີ່ເຂົ້າຮ່ວມ ກໍໄດ້ລາຍງານສະພາບການປ້ອງກັນໄພພິບັດທາງທໍາມະຊາດຢູ່ປະເທດຂອງຕົນ ໂດຍສະເພາະໄດ້ຮັບຟັງການນໍາສະເໜີຈາກ JTEC ປະເທດຍີ່ປຸ່ນ, ການນໍາສະເໜີຈາກສູນ AHA Centre ກ່ຽວກັບສະພາບການປ້ອງກັນໄພພິ ບັດທາງທໍາມະຊາດ, ລວມເຖິງທິດທາງແຜນການຕໍ່ໜ້າໃນການຮ່ວມມືພັດທະນາແນວທາງ ແລະ ມາດຕະຖານລະບົບແຈ້ງເຕືອນໄພພິບັດທາງທໍາມະຊາດ ຂອງບັນດາສະມາຊິກປະເທດອາຊຽນເພື່ອສຶກສາຮູບແບບການຮັບມືກັບໄພພິບັດຂອງບັນດາສະມາຊິກປະເທດອາຊຽນ, ແລກປ່ຽນບົດຮຽນ ແລະ ຄວາມແຕກຕ່າງກັນ ໃນການແຈ້ງເຕືອນໄພພິບັດ, ການຮັບມືກັບໄພທໍາມະຊາດ ຂອງປະເທດຍີ່ປຸ່ນ ແລະ ບັນດາສະມາຊິກປະເທດອາຊຽນ. ພ້ອມກັນນັ້ນ ກໍໄດ້ມີການປຶກສາຫາລື ເຖິງຄວາມເປັນໄປໄດ້ໃນການພັດທະນາແນວທາງ ແລະ ມາດຕະຖານການແຈ້ງເຕືອນ ແລະ ການຮ່ວມມືໃນອະນາຄົດ ເພື່ອແກ້ໄຂບັນຫາໄພພິບັດທາງທໍາມະຊາດທີ່ຍືນຍົງຂອງສະມາຊິກປະເທດອາຊຽນ.
ແຫຼ່ງຂໍ້ມູນ: ປະຊາຊົນ