ແຂວງຜົ້ງສາລີ ຈັດງານປີທ່ອງທ່ຽວລາວ 2018 ແລະ ເທສະການດື່ມນໍ້າຊາ

ພິທີເປີດງານປີທ່ອງທ່ຽວລາວ 2018 ແລະ ເທສະການດື່ມນໍ້າຊາ ຂອງແຂວງຜົ້ງສາລີ ໄດ້ຈັດຂຶ້ນ ໃນຕອນເຊົ້າ ຂອງວັນທີ 9 ພະຈິກ 2018 ທີ່ເດີ່ນສະໜາມຫຼວງຂອງແຂວງ, ໃຫ້ກຽດເຂົ້າຮ່ວມໃນພິທີ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ຄໍາເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍ ຮອງລັດຖະມົນກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາແຂກທັງພາຍໃນ-ຕ່າງປະເທດ ແລະ ປະຊາຊົນບັນດາເຜົ່າ ຊາວແຂວງຜົ້ງສາລີ ເຂົ້າຮວ່ມຢ່າງຫຼວງຫຼາຍ.

ພິທີທາງການ ແມ່ນເລີ່ມຕົ້ນດ້ວຍການສວນສະໜາມ ຂອງແຕ່ລະກ້ອນກຳລັງ ເປັນຕົ້ນ ກ້ອນກຳລັງເຍົາວະຊົນທັນວາ, ກ້ອນຊາວໜຸ່ມ, ກ້ອນນັກຮຽນນັກສຶກສາ ແລະ ຄູອາຈານ, ກ້ອນກໍາລັງແຫ່ຕົ້ນຊາ, ກ້ອນກຳລັງສຽງແຄນລາວ ແລະ ກ້ອນກຳລັງ 15 ຊົນເຜົ່າ.

 

ພາຍຫຼັງສໍາເລັດການສວນສະໜາມແລ້ວ, ທ່ານ ທອງສີ ເສົາສຸລິພົມ, ຮອງເຈົ້າແຂວງໆຜົ້ງສາລີ, ປະທານຄະນະຮັບຜິດຊອບຈັດງານໄດ້ຂຶ້ນລາຍງານ ກ່ຽວກັບການກະກຽມຈັດງານ ໃນຄັ້ງນີ້ວ່າ: ແຂວງຜົ້ງສາລີ ໄດ້ເລີ່ມກະກຽມມາແຕ່ທ້າຍເດືອນຕຸລາ 2017 ໂດຍປະກອບມີກິດຈະກຳຕ່າງໆ ທີ່ຕິດພັນກັບຂະບວນການຂອງແຕ່ລະເມືອງ ເປັນຕົ້ນ: ເມືອງບຸນເໜືອ: ຈັດງານປີທ່ອງທ່ຽວ 2018 ແລະ ເທສະການຈູດບັ້ງໄຟ; ເມືອງຍອດອູ: ຈັດເທສະການພະທາດກິ່ວແອກ, ເມືອງສຳພັນ: ຈັດງານປີທ່ອງທ່ຽວຕິດພັນກັບການສ້າງຄອບຄົວ ແລະ  ບ້ານວັດທະນະທຳ ບ້ານອາເຊີ, ເມືອງບຸນໃຕ້:  ຈັດງານປີທ່ອງທ່ຽວ 2018 ແລະ ງານສະແດງສິນລະປະວັນນະຄະດີບັນດາເຜົ່າ, ຕິດພັນກັບການຕໍ່າຫູກທໍໄໝ, ຍ້ອມສີທຳມະຊາດຂອງເຜົ່າຢັ້ງ ບ້ານລ້ອງນາຍເກົ່າ ແລະ ບ້ານນານ້ຳ, ເມືອງໃໝ່:  ຈັດເທສະການທ່ຽວຊົມຕາດຫ້ວຍຈິກ ແລະ ເມືອງຂວາ: ຈັດງານປີທ່ອງທ່ຽວຕິດພັນກັບບູນປະເພນີຊ່ວງເຮືອ.

ໃນງານຄັ້ງນີ້, ຍັງໄດ້ຈັດງານຕະຫຼາດນັດ ຂາຍສິນຄ້າພາຍໃນ ແລະ ຕ່າງປະເທດ, ໃນນັ້ນ ປະກອບມີສິນຄ້າ ກະສິກຳ, ອຸດສະຫະກຳ ແລະ ເຄື່ອງຫັດຖະກຳ ທີ່ເປັນເອກະລັກຂອງປະຊາຊົນບັນດາເຜົ່າ ທີ່ນຳມາຈາກບັນດາເມືອງໃນທົ່ວແຂວງ, ສິນຄ້າຈາກປະເທດໄທ, ສສ ຫວຽດນາມ ແລະ ສປ ຈີນ ຈຳນວນ 60 ກວ່າຮ້ານ ຊຶ່ງມີມູນຄ່າຂອງສິນຄ້າທັງໝົດໃນງານ ປະມານ 1 ຕື້ກ່ວາກີບ, ພ້ອມທັງຈັດງານປະກວດນາງສາວງາມ ແລະ ນັກຮອງສຽງດີ ບັນດາເຜົ່າທົ່ວແຂວງ ຄາດຄະເນຜູ້ເຂົ້າຮ່ວມ ແລະ ຊົມງານໃນຄັ້ງນີ້ມີປະມານ 2.000 ກວ່າຄົນ.

ທ່ານ ຄຳເຈນ ວົງໂພສີ ໄດ້ຂຶ້ນກ່າວປາໃສເປີດງານຢ່າງເປັນທາງການ ວ່າ:  ການຈັດງານໃນຄັ້ງນີ້ ນອກຈາກເປັນການປຸກລະດົມກໍາລັງແຮງຂອງທົ່ວສັງຄົມ ເຂົ້າໃນການສົ່ງເສີມ ແລະ ພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງການບຸລິມະສິດ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງແລ້ວ ຍັງສະແດງເຖິງ ຄວາມສາມັກຄີເປັນປຶກແຜ່ນ, ເປັນການເສີມຂະຫຍາຍທ່າແຮງການທ່ອງທ່ຽວທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ເພື່ອສືບຕໍ່ດຶງດູດນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວຢູ່ແຂວງຜົ້ງສາລີ ນັບມື້ນັບຫຼາຍຂຶ້ນ.

ຫຼັງຈາກນັ້ນ ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ 9 ບາດ, ຕັດແຖບຜ້າ ແລະ ປ່ອຍປ້າຍ ເປີດງານປີທ່ອງທ່ຽວລາວ 2018 ແລະ ເທສະການດື່ມນ້ໍາຊາ ຢ່າງເປັນທາງການ ພ້ອມກັນນັ້ນ ກໍຍັງໄດ້ມອບເງິນໃຫ້ແກ່ແຂວງ ຈຳນວນ 50 ລ້ານກີບ ແລະ ທຽ່ວຊົມງານຕະຫຼາດນັດ ຕື່ມອີກ.

ຂໍ້ມູນແລະຮູບພາບຈາກ: ກົມປະຊາສຳພັນ, ຫສນຍ.

 

Comments