ສະຫຼອງ ລາວແລນໂລເວີຄົບຮອບ 12 ປີຢ່າງຍິ່ງໃຫຍ່

ໃນວັນທີ 18 ມີນາ 2021 ທີ່ຜ່ານ ລາວແລນໂລເວີ ໄດ້ຈັດງານສະເຫຼີມສະຫຼອງ ລາວແລນໂລເວີຄົບຮອບ 12 ປີ ຂຶ້ນຢູ່ທີ່ ສູນ ແລນໂລເວີ ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມໂດຍທ່ານ. ບິຈູ ນາຣາຢານານ, (Biju Narayanan), ຜູ້ຈັດການທົ່ວໄປ ບໍລິສັດ ຈາກົວ ແລນໂລເວີ ລາວ, ພ້ອມດ້ວຍ ຄະນະບໍລິຫານ, ບັນດາຜູ້ຖືຫຸ້ນ, ແຂກຮັບເຊີນ, ພະນັກງານ ແລະ ສື່ມວນຊົນເຂົ້າຮ່ວມ.

ເນື່ອງໃນໂອກາດທີ່ລາວແລນໂລເວີຄົບຮອບ 12 ປີ ທ່ານ. ບິຈູ ນາຣາຢານານ, (Biju Narayanan) ໄດ້ກ່າວວ່າ: ພວກຂ້າພະເຈົ້າຄະນະບໍລິຫານ ພ້ອມດ້ວຍທີມງານທຸກຄົນ ຂໍຖືໂອກາດສໍາຄັນນີ້ ເປີດຕົວໂປໂມຊັ່ນສຸດພິເສດ ເພື່ອສະເຫຼີມສະຫຼອງອີກໜຶ່ງບາດກ້າວທີ່ສຳປະສົບຜົນສໍາເລັດຂອງ Lao Land Rover ກັບບັນດາທ່ານພ້ອມດ້ວຍລູກຄ້າທິ່ສຳຄັນຂອງພວກເຮົາ.

ນອກຈາກນີ້, ໃນປີ 2021 ນີ້ Jaguar ຍັງໄດ້ສະຫຼອງວັນເກີດຄົບຮອບ 70 ປີຂອງລົດ C-Type ທີ່ມີຄວາມເປັນເອກະລັກ, ລົດແຂ່ງສາຍພັນສະປອດໂດຍແທ້.

ຍານພາຫະນະຂອງ Jaguar ແລະ Land Rover ແມ່ນເປັນທີ່ຮູ້ຈັກກັນດີໃນທົ່ວໂລກ ທັ່ງດ້ານຄຸນນະພາບ ແລະ ຄຸນຄ່າທີ່ດີເລີດ. ໃນເມື່ອບໍ່ດົນມານີ້, ບັນດານັກຂັບຂີ່ພາຍໃນລາວກໍ່ໄດ້ໃຫ້ຄວາມສົນໃຈ ແລະ ຢາກຈະຈັບຈອງເປັນເຈົ້າຂອງລົດທີ່ເຕັມໄປດ້ວຍຄວາມຫຼູຫຼາສັນຊາດອັງກິດ ທີ່ມາພ້ອມກັບຄວາມພິເສດແຕກຕ່າງບໍ່ຄືໃຜ.

ລົດເຫຼົ່ານີ້ເຂົ້າມາໃນປະເທດລາວໄດ້ແນວໃດ? ໃນປີ 1948, ລົດ Land Rover ໄດ້ເປັນທີ່ຮູ້ຈັກ ແລະ ໂດ່ງດັງໃນລະດັບໂລກດ້ວຍລົດ SUV ທີ່ແຂງແກ່ນແລະຄົງທົນ ແລະ ຕໍ່ມາກໍໄດ້ກາຍເປັນຜູ້ນຳຫຼັກໃນຕະຫຼາດການແຂ່ງຂັນດ້ານລົດຍົນນັບຕັ້ງແຕ່ນັ້ນເປັນຕົ້ນມາ. ຫຼັງຈາກນັ້ນບໍ່ດົນ, Jaguar ເອງກໍ່ໄດ້ສ້າງຊື່ຜ່ານການຜະລິດລົດຍົນທີ່ມີຮູບຊົງສວຍງາມເປັນເອກະລັກ ແລະ ຖືເປັນການຜະລິດລົດທີ່ໜ້າຈັບຕາເບີ່ງເປັນທີ່ສຸດ. ຜ່ານໄປໄດ້ຫຼາຍທົດສະວັດ ກ່ອນທີ່ບໍລິສັດຍັກໃຫຍ່ດ້ານການຜະລິດລົດສັນຊາດອັງກິດທັງສອງຈະໄດ້ລວມໂຕເຂົ້າກັນ ພາຍໃຕ້ຊື່ທີ່ຮູ້ກັນດີໃນທົ່ວໂລກວ່າ Jaguar Land Rover ໃນປີ 2013, ເຊິ່ງກໍໄດ້ເຮັດໃຫ້ເກີດມີການຮ່ວມມື ແລະ ປະສົມປະສານຄວາມສາມາດທັງໃນດ້ານການອອກແບບ ແລະ ເຕັກນິກວິຊາການ ເຂົ້າເປັນອັນໜຶ່ງອັນດຽວພາຍໃຕ້ຫຼັງຄາອັນດຽວກັນ. ບໍລິສັດດັ່ງກ່າວມີສຳນັກງານໃຫຍ່ຕັ້ງຢູ່ເມືອງລອນດອນ, ມີສູນອອກແບບ 2 ແຫ່ງ ແລະ ໂຮງງານຜະລິດ 3 ແຫ່ງທົ່ວສະຫະລາດຊະອານາຈັກ.

ໃນປະເທດລາວ, ການນຳເຂົ້າ ແລະ ຈັດຈຳໜ່າຍລົດ Land Rover ເຕັມຮູບແບບຢ່າງເປັນທາງການແມ່ນເລີ່ມຕົ້ນຂື້ນໃນປີ 2009 ໂດຍມີທີມງານຜູ້ຊ່ຽວຊານທີ່ມີຄວາມຮູ້ຄວາມສາມາດມາໃຫ້ຄຳແນະນຳ ແລະ ຊ່ວຍເຫຼືອ, ເຊິ່ງນັ້ນໄດ້ເຮັດໃຫ້ Jaguar ໄດ້ຖືກເພີ່ມນໍາເຂົ້າມາຈັດຈໍາໜ່າຍໃນປີ 2013.

ການເຕີບໂຕຂອງຕະຫຼາດລົດພີມ້ຽມ ຫຼື ລົດຫຼູໃນລາວແມ່ນເຫັນໄດ້ວ່າມີທ່າອ່ຽງທີ່ດີຂຶ້ນກວ່າແຕ່ກ່ອນ ດັ່ງທີ່ບັນດາທ່ານສາມາດເຫັນໄດ້ຈາກຕົວຈິງຕາມທ້ອງຖະໜົນ, ລົດຂອງ Jaguar ແລະ Land Rover ແມ່ນເປັນຜູ້ນໍາໃນພາກສ່ວນຕະຫຼາດລົດປະເພດດຽວກັນ ຫຼື ລົດຫຼູ. ມາຮອດປັດຈຸບັນ, ພວກເຮົາໄດ້ຈໍາໜ່າຍລົດໄປແລ້ວຫຼາຍກວ່າ 1200 ຄັນ ແລະ ພວກເຮົາຄາດວ່າຈະສາມາດຍາດເອົາສ່ວນແບ່ງຂອງຕະຫຼາດລົດພຣີມ້ຽມໄດ້ຫຼາຍຍິ່ງຂຶ້ນອີກໃນອະນາຄົດ.

ໃນຂະນະທີ່ບໍລິສັດມີຄວາມພາກພູມໃຈໃນການນຳໃຊ້ເຕັກໂນໂລຢີໃໝ່ຫຼ້າສຸດເພື່ອເສີມສ້າງປະສິດທິພາບໃນການຫຼຸດຜ່ອນການນໍາໃຊ້ນໍ້າມັນເຊື້ອໄຟໃຫ້ຫຼາຍທີ່ສຸດ, ແລະ ນັ້ນເຮັດໃຫ້ Jaguar Land Rover ກຳລັງກ້າວໄປອີກຂັ້ນໜຶ່ງທີ່ໄກກວ່າເກົ່າ; ໃນປີ 2021 ບໍລິສັດຈະມີການເປີດຕົວລົດຫຼູ EV SUV ລົດພະລັງງານໄຟຟ້າ 100% ທີ່ມາພ້ອມກັບສະມັດທະນະສູງຢ່າງເຕັມຮູບແບບ: ເຊິ່ງກໍ່ແມ່ນລົດ I-PACE ນັ້ນເອງ.

Jaguar C-type ໄດ້ເປີດຕົວຄັ້ງ ທຳອິດໃນໂລກ ໃນປີ 1951.

ໂປໂມຊັ່ນສຸດພິເສດນັ້ນກໍຄຶ “ຊື້ລົດ Jaguar Land Rover ໃໝ່ໃນມື້ນີ້ ພ້ອມລຸ້ນຮັບລົດໃໝ່ຄັນທີ 2 ທັນທີ”

ລວມມູນຄ່າລາງວັນໃນການຈັບສະຫລາກທັງໝົດ ຫຼາຍກ່ວາ 700 ລ້ານກີບ; ໂປໂມຊັ່ນນີ້ເລີ່ມນັບແຕ່ ມື້ນີ້ 18 ມີນາ 2021 ຈົນເຖິງວັນທີ 30 ມິຖຸນາ 2021.

Comments