ວັນທີ 30 ມີນາ 2021 ທ່ານ ນາງ ໂມ ສຽວຫລິງ, ຫົວຫນ້າວິທະຍຸສາກົນແຫ່ງ ສປ ຈີນ ຫລື CRI ປະຈຳ ລາວ ໄດ້ນໍາພາສື່ມວນຊົນລາວ ແລະ ຈີນ ຢ້ຽມຢາມໂຄງ ການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມທັງຂີ່ລົດໄຟທົດລອງອອກຈາກສະຖານີໃຫຍ່ ຈຸດບ້ານໄຊ, ເມືອງໄຊທານີ ຫາ ຈຸດໂຄງການວາງລາງລົດໄຟ ຂອງບໍລິສັດກໍ່ສ້າງທາງລົດໄຟເລກ 2 ຂອງຈີນ ຢູ່ຈຸດບ້ານສົງເປືອຍ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ໄລຍະທາງ 20 ກວ່າກິໂລແມັດ ໂດຍການຕ້ອນຮັບຂອງ ທ່ານ ຫູ ປິນ ຫົວ ໜ້າບັນຊາການ ແລະ ວິສາວະກອນລະດັບສູງ ບໍລິສັດກໍ່ສ້າງທາງລົດໄຟເລກ 2 ສປ ຈີນ.

ໃນໂອກາດນີ້, ທ່ານ ຫູ ປິນ ໃຫ້ສໍາພາດວ່າ: ມາຮອດປັດຈຸບັນ ການກໍ່ສ້າງທາງລົດໄຟລາວ-ຈີນ ມີຄວາມຄືບຫນ້າຢ່າງຕໍ່ເນື່ອງ, ໃນນີ້ ສະເພາະການວາງລາງລົດໄຟ ສຳເລັດ 80% ຄາດວ່າຈະໃຫ້ສຳເລັດພາຍໃນເດືອນພຶດສະພາ ແລະ ຄາດວ່າໃນເດືອນສິງຫາ ຈະນຳເອົາລົດໄຟມາແຕ່ຈີນ ແລະ ຈະເລີ່ມທົດລອງແລ່ນໃນທ້າຍປີ 2021 ນີ້. ສ່ວນຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດໂຄງການ ມີຫລາຍສົມຄວນ ໂດຍສະເພາະນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ ເຮັດໃຫ້ການນໍາເຂົ້າອຸປະກອນກໍ່ສ້າງ ແລະ ແຮງງານກໍ່ສ້າງພົບຄວາມຫຍຸ້ງຍາກ, ຢ່າງໃດກໍຕາມ ຍ້ອນຄວາມເອົາໃຈໃສ່ຊີ້ນໍາຂອງສອງພັກ-ສອງລັດຂອງຈີນ ແລະ ຈີນ ເຮັດໃຫ້ໂຄງການດັ່ງກ່າວ ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ໝັ້ນໃຈວ່າ: ການກໍ່ສ້າງເສັ້ນທາງລົດ ໄຟລາວ-ຈີນ ຈະສຳເລັດ ແລະ ມີການມອບ-ຮັບໂຄງການຢ່າງເປັນທາງການພາຍໃນທ້າຍປີ 2021 ນີ້ຢ່າງເແນ່ນອນ.

ທ່ານ ໂພສີ ແກ້ວມະນີວົງ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຕາງໜ້າຄະນະສື່ມວນຊົນລາວ ສະແດງຄວາມຊື່ນຊົມຕໍ່ໂຄງການດັ່ງກ່າວທີ່ໄດ້ຮັບການກໍ່ສ້າງຄືບຫນ້າຢ່າງຕໍ່ເນື່ອງ ແລະ ຈະປະກອບສ່ວນສໍາຄັນ ເຮັດໃຫ້ ສປປ ລາວ ຈາກເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທີ່ມີເສັ້ນທາງແຫ່ງມິດຕະ ພາບລາວ-ຈີນ ເປັນເສັ້ນທາງເຊື່ອມຕໍ່ໃນພາກພື້ນ ທີ່ປະກອບສ່ວນສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຕໍ່ໄປ, ພ້ອມທັງສະແດງຄວາມຫວັງວ່າ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຈະປະກອບສ່ວນຮັດແໜ້ນຄວາມສາມັກຄີມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈຂອງປະຊາຊົນສອງຊາດ ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໂຄງການເຊື່ອມໂຍງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ, ເປັນຍຸດທະສາດ ຂອງ ສປປ ລາວ ໃນການ “ຫັນປະ ເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມຈອດ” ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 25 ທັນວາ 2016 ມີໄລຍະການກໍ່ສ້າງ 5 ປີ ແລະຈະເປີດນຳໃຊ້ທ່າງເປັນທາງການໃນທ້າຍປີ 2021 ນຳໃຊ້ງົບປະມານກໍ່ສ້າງ 37 ຕື້ 400 ລ້ານຢວນ, ມີທັງຫມົດ 32 ສະຖານນີ, ມີຄວາມຍາວທັງໝົດ 422,4 ກິໂລ ແມັດ ໂດຍກໍ່ສ້າງຕາມມາດຕະຖານເຕັກນິກຂອງຈີນ ດ້ວຍການອອກແບບຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ.

