ສາທາລະນະສຸກ ເຜີຍແຜ່ຂໍ້ມູນແກ່ສື່ມວນຊົນລາວ ກ່ຽວກັບວັກຊີນໂຄວິດ-19

ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ຈັດກອງປະ ຊຸມເຜີຍແຜ່ຂໍ້ມູນແກ່ສື່ມວນຊົນ ກ່ຽວກັບວັກຊີນໂຄວິດ-19 ເພື່ອແຈ້ງໃຫ້ສື່ມວນຊົນຮູ້ ກ່ຽວກັບການ ຈັດຕັ້ງປະຕິບັດ ການສັກຢາປ້ອງກັນພະຍາດໂຄວິດ-19 ໂດຍສຸມໃສ່ວັກຊີນທີ່ໄດ້ຮັບການສະໜັບສະໜູນ ຈາກໂຄງການຮ່ວມມື ເພື່ອວັກແຊງປ້ອງກັນພະຍາດໂຄວິດ-19 ຫລື COVAX; ເພື່ອສ້າງຄວາມໄວ້ວາງໃຈ ກ່ຽວກັບຄວາມປອດໄພ ແລະ ປະສິດທິພາບຂອງວັກແຊງໂຄວິດ-19 ໃນບັນດາຜູ້ຄົນ ແລະ ກະຕຸ້ນໃຫ້ເຂົາເຈົ້າມາຮັບການສັກວັກຊີນ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີຜູ້ຕາງໜ້າຈາກອົງການອຸຍນີເຊບ ປະຈຳລາວ, ອົງການອະນາໄມໂລກປະຈຳລາວ ແລະ ບັນດາສື່ມວນຊົນລາວ ເຂົ້າຮ່ວມ.

อาจเป็นรูปภาพของ 3 คน และผู้คนกำลังยืน

ໃນໂອກາດດັ່ງກ່າວ, ທ່ານ ດຣ. ພູທອນ ເມືອງປາກ ໄດ້ມີຄຳເຫັນວ່າ: ກອງປະຊຸມໃນຄັ້ງນີ້, ເປັນການແລກປ່ຽນຄວາມຄິດເຫັນຮ່ວມກັນ ສຳຄັນແມ່ນໃຫ້ເນັ້ນລະຫວ່າງຜູ້ໃຫ້ຂໍ້ມູນ ແລະ ຜູ້ທີ່ຈະນຳຂໍ້ມູນໄປເຜີຍແຜ່ອອກຂ່າວ ເພື່ອເຮັດໃຫ້ການແຈກຢາຍວັກຊີນບັນລຸ ຕາມລະດັບຄາດໝາຍທີ່ວາງໄວ້ ວຽກງານສື່ສານແມ່ນມີຄວາມສຳຄັນຫລາຍ ໃນວຽກງານສັກຢາວັກຊີນ ເພາະຈະຊ່ວຍໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຖືກຕ້ອງ ກ່ຽວກັບຢາວັກຊິນໂຄວິດ-19 ຜ່ານສື່ຕ່າງໆ ໄດ້ຫລາຍຂຶ້ນ.

ທ່ານ ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າຈາກອົງການ ອຸຍນີເຊບ ປະຈຳລາວ ກໍໄດ້ມີຄຳເຫັນວ່າ: ວັກຊີນທີ່ເຂົ້າມາໃນ ສປປ ລາວ ແມ່ນໄດ້ຮັບສິດສະເໝີພາບກັບປະເທດອື່ນ ເພື່ອສັກໃຫ້ກັບກຸ່ມສ່ຽງທີ່ເປັນບູລິມະສິດ ເປັນຕົ້ນແມ່ນ ກຸ່ມທີ່ເຮັດວຽກຢູ່ໂຮງໝໍ, ກຸ່ມທີ່ເຮັດວຽກຢູ່ດ່ານ ແລະ ກຸ່ມທີ່ເຮັດວຽກຢູ່ສະຖານທີ່ຈຳກັດບໍລິເວນທັງຂອງພາກລັດ ແລະ ເອກະຊົນ.

อาจเป็นรูปภาพของ 22 คน และผู้คนกำลังยืน

ຂປລ.

Comments