ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນປັດຈຸບັນ, ລັດຖະບານ ແລະ ກອງທັບປະຊາຊົນຈີນ ແຫ່ງ ສປ ຈີນ ໄດ້ຊ່ວຍເຫຼືອຢາວັກແຊງປ້ອງກັນພະຍາດໂຄວິດ-19ຈຳນວນ 8 ແສນໂດສ ແລະ ເຂັມສັກຢາ 803.000 ອັນ ໃຫ້ແກ່ລັດຖະບານ ແລະ ກອງທັບປະຊາຊົນແຫ່ງ ສປປ ລາວ.
ພິທີມອບ-ຮັບ ຢາວັກແຊງປ້ອງກັນພະຍາດໂຄວິດ-19 ຈຳນວນ 800.000 ໂດສ ແລະ ເຂັມສັກຢາ 803.000 ອັນ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ແລະ ກອງທັບປະຊາຊົນຈີນ ແຫ່ງ ສປ ຈີນ ໃຫ້ແກ່ ສປປ ລາວ ໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນທີ 31 ມີນາ 2021 ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ຕ່າງໜ້າມອບໂດຍ ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຕ່າງໜ້າລັດຖະບານລາວຮັບໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີ ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.
ທັງນີ້, ຢາວັກແຊງຈຳນວນ 800.000 ໂດສ ມອບໃຫ້ກະຊວງປ້ອງກັນປະເທດ 300.000 ໂດສ ແລະ ໃນພິທີ່ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຕ່າງໜ້າພັກ-ລັດ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງພັກ-ລັດ ແລະ ປະຊາຊົນແຫ່ງ ສປ ຈີນ ທີ່ມອບການຊ່ວຍເຫຼືອອີກເທື່ອໜຶ່ງ ເພື່ອຊ່ວຍ ສປປ ລາວ ໃນການຕ້ານ ແລະ ສະກັດພະຍາດໂຄວິດ-19 ເຊິ່ງຢາວັກແຊງທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງກ່ອນ ກໍ່ໄດ້ແຈກຢາຍ ແລະ ສັກໃຫ້ກຸ່ມສ່ຽງໃນທົ່ວປະເທດ ແລະ ເຫັນວ່າຜ່ານການສັກວັກແຊງດັ່ງກ່າວ ມາຮອດປັດຈຸບັນແມ່ນຍັງບໍ່ມີລາຍງານວ່າຜູ້ທີ່ສັກແລ້ວ ເປັນອັນຕະລາຍ ແລະ ເຫັນວ່າວັກແຊງຈາກ ສປ ຈີນ ມີຄວາມປອດໄພ ແລະ ມີປະສິດທິຜົນດີ.