ກຽມຄັດເລືອກສິລະປະເຂົ້າສະແດງໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ…

ໃນວັນທີ 21 ຕຸລາ 2020 ທີ່ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຈັດການຖະແຫລງຂ່າວກ່ຽວກັບ ການຈັດການແຂ່ງຂັນສິລະປະ ເພື່ອຄັດເລືອກເອົາທີມສິລະປະເຂົ້າຮ່ວມສະແດງໃນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ເຊິ່ງຈັດໂດຍກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນຝາກຂາຍໂອດ໋ອບລາວ ແລະ ບໍລິສັດມິສທີນກ້າວໜ້າລາວ ຈຳກັດຜູ້ດຽວ,

ເຊິ່ງກິດຈະກຳດັ່ງກ່າວ ຈະຈັດຂຶ້ນໃນວັນທີ 27 ຕຸລາ 2020 ເວລາ 8:30 ເປັນຕົ້ນໄປ ທີ່ໂຮງຮຽນສິລະປະດົນດີແຫ່ງຊາດ, ມີທີມເຂົ້າຮ່ວມທັງໝົດ 17 ທີມ ທີ່ເປັນຊາວໜຸ່ມຈາກກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ. ທ່ານ ນາງ ປານີ ກິນດາວົງ ຮອງຫົວໜ້າກົມຂະບວນການຊາວໜຸ່ມ ໄດ້ໃຫ້ຮູ້ວ່າ: ການຈັດກິດຈະກຳດັ່ງກ່າວນີ້ ແມ່ນຂ່ຳນັບຮັບຕ້ອນວັນທີ 2 ທັນວາ ຄົບຮອບ 45 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ຊົມເຊີຍວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ,

ພ້ອມນີ້ ຍັງເປັນການຄັດເລືອກເອົາພາກສ່ວນ ທີ່ໄດ້ລາງວັນຊະນະເລີດ ເຂົ້າຮ່ວມສະແດງໃນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ສຳລັບເນື້ອໃນບົດຟ້ອນທີ່ຈະນຳມາແຂ່ງຂັນແມ່ນໃຫ້ສ່ອງແສງເຖິງມູນເຊື້ອ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຊາວໜຸ່ມ ແລະ ອານາຄົດຂອງຊາວໜຸ່ມໃນການເດີນໄປທາງໜ້າ. ສຳລັບລາງວັນ ປະກອບມີ: ລາງວັນທີ 1 ເງິນສົດ 1 ລ້ານກີບ ພ້ອມຂັນລາງວັນ 1 ໜ່ວຍ, ລາງວັນທີ 2 ເງິນສົດ 8 ແສນກີບ ພ້ອມຂັນລາງວັນ 1 ໜ່ວຍ, ລາງວັນທີ 3 ເງິນສົດ 5 ແສນກີບ ພ້ອມຂັນລາງວັນ 1 ໜ່ວຍ ແລະ ລາງວັນຊົມເຊີຍຈຳນວນສອງລາງວັນ ລາງວັນລະ 3 ແສນກີບ, ພ້ອມນີ້ຍັງມີລາງວັນພີເສດອີກຫລາຍລາງວັນຈາກບໍລິສັດມີສທີນ.

ແຫຼ່ງຂໍ້ມູນ: ຂປລ

Comments