ສປ ຈີນ ຈະສະໜອງຂໍ້ມູນນໍ້າ ໃຫ້ບັນດາປະເທດລຸ່ມແມ່ນໍ້າຂອງ ຕະຫຼອດປີ…

ສປ.ຈີນໄດ້ຕົກລົງສະໜອງຂໍ້ມູນທາງດ້ານອຸທົກກະສາດຕະຫຼອດປີໃຫ້ແກ່ຄະນະກຳມາທິການແມ່ນໍ້າຂອງ (MRC), ປະກອບສ່ວນເຂົ້າໃນການຕິດຕາມແມ່ນໍ້າ ແລະ ການຄາດຄະເນນໍ້າຖ້ວມ ແລະ ໄພແຫ້ງແລ້ງໃນບັນດາປະເທດແມ່ນໍ້າຂອງ

Mekong River Commission (MRC) |

ຂໍ້ຕົກລົງດັ່ງກ່າວໄດ້ລົງນາມລະຫວ່າງກະຊວງຊັບພະຍາກອນນໍ້າຂອງຈີນ ແລະ MRC ໃນລະຫວ່າງກອງປະຊຸມຄູ່ຮ່ວມເຈລະຈາ MRC ແລະ ກອງປະຊຸມປະຈຳປີ ທີ່ນະຄອນຫຼວງວຽງຈັນ, ສປປລາວ, ວັນທີ 22 ຕຸລາ 2020 ຜ່ານມາ ຊຶ່ງໄດ້ດຳເນີນເປັນເວລາໜຶ່ງວັນ ທີ່ຈັດຂື້ນໂດຍ MRC ແລະ ຄູ່ເຈລະຈາຂັ້ນຕົ້ນ: ຈີນ ແລະ ມຽນມາ. ທ່ານ ດຣ ອັນພິຈ ຫັດດາ (Dr An Pich Hatda) ຫົວໜ້າກອງເລຂາຄະນະກຳມະທິການແມ່ນ້ຳຂອງ ໄດ້ກ່າວວ່າ: ສັນຍາສະບັບດັ່ງກ່າວນີ້ແມ່ນຂີດໝາຍໃນປະຫວັດສາດຂອງການຮ່ວມມືລະຫວ່າງຈີນ-MRC, ຂະນະທີ່ການດຳເນີນງານໂຄງລ່າງພື້ນຖານໃນແມ່ນ້ຳຂອງ ແລະ ແມ່ນ້ຳສາຂາແມ່ນສາເຫດໜຶ່ງທີ່ມີສ່ວນໃນການປ່ຽນແປງຂອງກະແສນ້ຳ ແລະ ການເໜັງຕີງຂອງນ້ຳ ຊຶ່ງສາມາດສົ່ງຜົນກະທົບຕໍ່ຊຸມຊົນເຂດລຸ່ມແມ່ນ້ຳ, ການແບ່ງປັນຂໍ້ມູນການດຳເນີນງານຫຼາຍຂື້ນຈະເປັນສິ່ງສຳຄັນຕໍ່ການຄຸ້ມຄອງແມ່ນ້ຳຂອງ.

MRC ready to support review and update of Lao hydropower strategy and plan  » Mekong River Commission

ການເພີ່ມຂຶ້ນຂອງລະບຽບການໃນລຸ່ມແມ່ນ້ຳຈະມີທັງໂອກາດ ແລະ ສິ່ງທ້າທາຍຕ່າງໆຊຶ່ງມັນຮຽກຮ້ອງໃຫ້ມີການແລກປ່ຽນຂໍ້ມູນ, ຂໍ້ມູນຂ່າວສານຫຼາຍຂື້ນ, ປັບປຸງການແຈ້ງເຕືອນການປ່ອຍນ້ຳ, ການປະສານງານ, ການປະຕິບັດງານ ແລະ ການປັບປຸງລະບົບເຕືອນໄພລ່ວງໜ້າ. ໃນໄລຍະ 18 ປີທີ່ຜ່ານມາ, ສປ.ຈີນໄດ້ແບ່ງປັນຂໍ້ມູນລະດັບນ້ຳ ແລະ ນ້ຳຝົນຂອງຕົນໃນລະຫວ່າງເດືອນມິຖຸນາ-ຕຸລາ ໃນລະດູນ້ຳຖ້ວມຈາກສອງສະຖານີອຸທົກກະສາດຕັ້ງຢູ່ແມ່ນ້ຳຂອງຕອນເໜືອ ທີ່ເມືອງຢຸນຈຽງຫົງ(Yunjinghong) ແລະ ໃນແມ່ນ້ຳສາຂາທີ່ ມານັນ(Manan), ທັງສອງສະຖານີແມ່ນຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງແຂວງຢຸນນານ, ສປ.ຈີນ.

New strategy to address Mekong wide challenges near finishing line » Mekong  River Commission

ສັນຍາສະບັບໃໝ່ນີ້ຈະເຫັນວ່າຈີນຂະຫຍາຍຕາຕະລາງການແບ່ງປັນຂໍ້ມູນໃນປະຈຸບັນ ເພື່ອສະໜອງຂໍ້ມູນຕະຫຼອດປີຈາກທັງສອງສະຖານີ. ຂໍ້ມູນຈະຖືກແບ່ງປັນສອງຄັ້ງຕໍ່ມື້ ແລະ ປະກອບມີຂໍ້ມູນກ່ຽວກັບລະດັບນໍ້າຝົນ ແລະ ລະດັບນໍ້າ.ຈີນຍັງໄດ້ຕົກລົງທີ່ຈະແບ່ງປັນຂໍ້ມູນດ່ວນກ່ຽວກັບການເພີ່ມຂຶ້ນ ຫຼື ຜິດປົກກະຕິໃນລະດັບນໍ້າ ແລະ ການປ່ອຍນໍ້າ, ພ້ອມທັງຂໍ້ມູນອື່ນໆທີ່ກ່ຽວຂ້ອງກ່ຽວກັບປັດໄຈຕ່າງໆທີ່ອາດຈະເຮັດໃຫ້ເກີດນໍ້າຖ້ວມຢ່າງກະທັນຫັນໃນເຂດລຸ່ມຂອງແມ່ນໍ້າ.ນັບແຕ່ປີ 1996, MRC ແລະ ສປ.ຈີນ ໄດ້ເຮັດວຽກຮ່ວມກັນໃນຫຼາຍຂໍ້ລິເລີ່ມ, ຊຶ່ງລວມມີກອງປະຊຸມປຶກສາຫາລືປະຈຳປີ, ການແລກປ່ຽນຂໍ້ມູນ ແລະ ການແລກປ່ຽນຂໍ້ມູນຂ່າວສານ, ກອງປະຊຸມຮ່ວມ ແລະ ການສຶກສາຮ່ວມກັນ ແລະ ການແລກປ່ຽນດ້ານວິຊາການກ່ຽວກັບການພັດທະນາຊັບພະຍາກອນນ້ຳ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາພະລັງງານໄຟຟ້າພະລັງນໍ້າ.

ແຫຼ່ງຂໍ້ມູນ: lao youth radio

Comments