ຢາກໄປສຶກສາ ແລະ ຄົ້ນຄວ້າວິໄຈ ຢູ່ມະຫາວິທະຍາໄລ ໃນປະເທດເອີຣົບ ອ່ານດ່ວນ….

ຂ່າວດີທີ່ສຸດ ! ?? ?? ?? ??
ສໍາລັບບັນດາທ່ານ ທີ່ຕ້ອງການໄປສຶກສາ ແລະ ເຮັດການຄົ້ນຄວ້າວິໄຈ ຢູ່ມະຫາວິທະຍາໄລ ໃນແຖບປະເທດເອີຣົບ (ຢູໂຣບ)  ທ່ານບໍ່ຄວນພາດ ງານນີ້ ເດີ້ !!!
“Study and Research Europe 2018” ໂດຍງານ ຈະໄດ້ຈັດຂຶ້ນ ຢູ່ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລ ແຫ່ງຊາດ ໃນວັນສຸກທີ 7/12/2018 ຕັ້ງແຕ່ເວລາ 9:00-18:00 ໂມງ.
ໃນງານ ທ່ານຈະໄດ້ພົບກັບ ການອອກບູທ ຈາກຫຼາກຫຼາຍປະເທດ ໃນສະຫະພາບເອີຣົບ ທີ່ໃຫ້ທຶນການສຶກສາ ເຊັ່ນ: ຝຣັ່ງ, ເຢຍລະມັນ, ອັງກິດ, ຮົງກາຣີ ເປັນຕົ້ນ. ພ້ອມນັ້ນ, ຍັງຈະມີ ການບັນຍາຍ ແລກປ່ຽນປະສົບການ ຈາກນັກສຶກສາ ທີ່ເຄີຍໄດ້ຮັບທຶນມາແລ້ວ ແລະ ມີການອະທິບາຍ ວິທີການສະໝັກທຶນຕ່າງໆ ແບບລະອຽດ.
ມາຮ່ວມງານກັນຫຼາຍໆ, ແຊຣ໌ ແລະ  Tag ຊື່ຫມູ່ຂອງທ່ານ ໃຫ້ຮູ້ ຂໍ້ມູນນີ້ ໃຫ້ຫຼາຍໆຄົນໄດ້ມານໍາກັນແດ່ເດີ້ !!!
ໝາຍເຫດ:
ສໍາລັບນ້ອງໆ ທີ່ຢູ່ຫຼວງພະບາງ ຈະມີການຈັດງານນີ້ ຢູ່ທີ່ມະຫາວິທະຍາໄລ ສຸພານຸວົງ ໃນວັນທີ 13/12/2018 ສ່ວນແຂວງ ສະຫວັນນະເຂດ ແລະ ຈໍາປາສັກ ແມ່ນຈະໄດ້ແຈ້ງໃຫ້ຊາບ ໃນພາຍຫຼັງ.

ທີ່ມາ: Lao Youth Radio FM 90.0 Mhz

ຂ່າວດີທີ່ສຸດ ! ?? ?? ?? ?? ສໍາຫຼັບບັນດາທ່ານ ທີ່ຕ້ອງການໄປສຶກສາ ແລະ ເຮັດການຄົ້ນຄວ້າວິໄຈ ຢູ່ມະຫາວິທະຍາໄລ ໃນແຖບປະເທດຢູໂຣບ…

Posted by Lao Youth Radio FM 90.0 Mhz on Monday, November 26, 2018

Comments