ການກໍ່ສ້າງໂຮງຮຽນ ປະຖົມສົມບູນພັນໄຊ ຫຼັງໃໝ່ຄືບໜ້າ

ໃນຕອນເຊົ້າ ຂອງວັນທີ 7 ພະຈິກ 2018 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຊຸກຍູ້, ຕິດຕາມ-ກວດກາ ເບິ່ງຄວາມຄືບໜ້າ ໃນການກໍ່ສ້າງອາຄານໂຮງຮຽນຫຼັງໃໝ່ ຢູ່ໂຮງຮຽນປະຖົມສົມບູນພັນໄຊ, ເມືອງຊຳເໜືອ, ແຂວງຫົວພັນ. ໂດຍມີການນຳຂອງແຂວງຫົວພັນ, ຄູອາຈານ ແລະ ນັກຮຽນ ໂຮງຮຽນດັ່ງກ່າວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ອາຄານໂຮງຮຽນຫຼັງນີ້ ແມ່ນຄອບຄົວຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ມອບເປັນຂອງຂວັນ ໃຫ້ແກ່ອົງການປົກຄອງ ແລະ ປະຊາຊົນທ້ອງຖິ່ນດັ່ງກ່າວ ໂດຍການສະໜັບສະໜູນທຶນ ຈາກທະນາຄານ ເອັດທີ (ST Bank), ເປັນອາຄານກໍ່ສອງຊັ້ນ, ມີຂະໜາດ 9 x 33 ແມັດ, ປະກອບມີ 6 ຫ້ອງຮຽນ, 2 ຫ້ອງການຄູອາຈານ, ສາມາດຮອງຮັບນັກຮຽນ ເຂົ້າຮຽນໄດ້ 200 ກວ່າຄົນ, ມູນຄ່າການກໍ່ສ້າງທັງໝົດ 2,4 ຕື້ກີບ ໂດຍແມ່ນບໍລິສັດ ໄຊເສດຖາ ກໍ່ສ້າງຂົວທາງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ, ຊຶ່ງໄດ້ເລີ່ມລົງມືກໍ່ສ້າງ ມາແຕ່ເດືອນກັນຍາ 2018, ປັດຈຸບັນ ມີຄວາມຄືບໜ້າປະມານ 30% ແລະ ຈະໃຫ້ສຳເລັດ 100% ໃນເດືອນເມສາ 2019. ໂຮງຮຽນປະຖົມສົມບູນພັນໄຊ ມີນັກຮຽນ ແຕ່ຊັ້ນ ປ1-ປ5 ລວມທັງໝົດ 196 ຄົນ, ມີຄູອາຈານ ຈໍານວນ 9 ຄົນ.

ໃນໂອກາດນີ້, ທ່ານຮອງນາຍົກ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ຄູອາຈານ ໂດຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ຂອງບໍລິສັດ ແລະ ຄູອາຈານ ທີ່ສາມາດປະຕິບັດໜ້າທີ່ວຽກງານຂອງຕົນ ມີຜົນສຳເລັດເປັນກ້າວໆ. ພ້ອມກັນນັ້ນ ທ່ານຍັງໄດ້ຊີ້ນຳໃຫ້ສືບຕໍ່ເອົາໃຈໃສ່ ຕໍ່ວຽກງານການກໍ່ສ້າງໂຮງຮຽນຫຼັງໃໝ່ ໃຫ້ໄດ້ມາດຕະຖານ, ຖືກຕ້ອງຕາມເຕັກນິກວິຊາການ ແລະ ສຳເລັດຕາມຄາດໝາຍທີ່ວາງໄວ້.

ພ້ອມດຽວກັນນີ້ທ່ານຍັງໄດ້ເນັ້ນໜັກໃຫ້ຄູອາຈານ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງໂຮງຮຽນ ກໍຄື ທ້ອງຖິ່ນຂອງຕົນ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ໝັ້ນຄົງຍາວນານ; ເອົາໃຈໃສ່ ຕໍ່ວຽກງານການສິດສອນ ກໍຄືການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສຳເລັດໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າ, ທີ່ສຳຄັນແມ່ນສິດສອນນັກຮຽນ ໃຫ້ຮຽນເກັ່ງ, ມີຄຸນນະພາບ, ສາມາດແຂ່ງຂັນໄດ້ ແລະ ກາຍເປັນຜູ້ສືບທອດທີ່ດີ ໃນອະນາຄົດ.

ຂອບໃຈຂໍ້ມູນຈາກ: ສນຍ.

 

Comments