ການເມືອງ

ລັດຖະບານ ສ ເກົາຫລີ ຊ່ວຍເຫລືອ ເຂົ້າ 1.320 ໂຕນ ໃຫ້ ສປປ ລາວ

ໃນວັນທີ 23 ມິຖຸນາ 2021 ທີ່ນະຄອນຫລວງວຽງຈັນ, ລັດຖະບານ ແຫ່ງ ສາທາ ລະນະລັດ ເກົາຫລີ ໄດ້ນຳເອົາເຂົ້າສານຈ້າວ ຈຳນວນ 1.320 ໂຕນ ມູນຄ່າປະມານ 1,26 ລ້ານໂດລາສະຫະລັດ ມອບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫລືອຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິ ບັດທໍາມະຊາດ ທີ່ເກີດຂຶ້ນ ໃນ ສປປ ລາວ, ໂດຍຜ່ານອົງການອາຫານໂລກ. ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະບໍລິຫານໄພພິບັດໃນລະດັບຊາດ ແລະ ທ້ອງຖິ່ນ ໃນວຽກງານແຈກຢາຍອາຫານສຸກເສີນ, ເຊິ່ງລວມທັງການກໍານົດເປົ້າໝາຍ ບັນດາຜູ້ທີ່ຈະໄດ້ຮັບຜົນປະໂຫຍດ, ລະບົບການ ແຈກຢາຍອາຫານ ລວມທັງລະບົບການຕິດຕາມນຳອີກ. ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາລາວ ໄດ້ກ່າວວ່າ: ເຂົ້າຈໍານວນໜຶ່ງ ຈະໄດ້ນໍາໃຊ້ເປັນເຂົ້າສໍາຮອງ ລວມໃນຂັ້ນສູນກາງ ໃນກໍລະນີທີ່ເກີດມີໄພພິບັດ ທີ່ບໍ່ທັນໄດ້ຄາດຄິດ, ເຂົ້າສໍາຮອງເຫລົ່ານີ້ ຈະຖືກນໍາໃຊ້ໂດຍອົງການອາຫານໂລກ ເພື່ອຮັບປະກັນວ່າ ບັນດາເຂົ້າເຫລົ່ານີ້ຈະເປັນປະໂຫຍດ ໃຫ້ແກ່ປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍເຫລືອຫລາຍທີ່ສຸດ ແລະ ສໍາລັບສ່ວນທີ່ເຫລືອຂອງເຂົ້າຈຳນວນໜຶ່ງ ແມ່ນຈະຖືກນໍາໃຊ້ເຂົ້າໃນກິດຈະກໍາຄວາມໝັ້ນຄົງທາງດ້ານສະບຽງອາຫານອື່ນໆ ຂອງອົງການອາຫານໂລກ ເປັນຕົ້ນ ເປັນເຂົ້າສໍາຮອງໃຫ້ແກ່ຊຸມຊົນໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ...

Read More »

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາ ເຂົ້າຢ້ຽມອໍາລາ

ໃນວັນທີ 18 ມິຖຸນາ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານເຢັນ ເປີເຕີ ລຸດເຄິນເຮັມ (Jens Peter Litkenherm) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາ ລະນະລັດ ສະຫະພັນ ເຢຍລະມັນ ປະຈຳລາວ ໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ ເປັນເອກອັກຄະລັດຖະທູດປະຈຳ ສປປ ລາວ. ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ຂອງ ທ່ານ ເຢັນ ເປີເຕີ ລຸດເຄິນເຮັມ ແລະ ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນຢ່າງຫ້າວຫັນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດລາວ-ເຢຍລະມັນ ຕະຫລອດໄລຍະເວລາ 4 ປີ ທີ່ປະຈໍາການ ຢູ່ ສປປ ລາວ ເປັນຕົ້ນ ລະດົມຂົນຂວາຍທຶນຊ່ວຍເຫລືອລ້າ ຈາກລັດຖະບານເຢຍລະມັນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ; ...

Read More »

ຮອງລັດຖະມົນຕີກະຊວງສາທາລະນະສຸກ ຢ້ຽມຢາມ ແລະ ໃຫ້ກໍາລັງໃຈພະນັກງານແພດໝໍທີ່ກໍາລັງປະຕິບັດໜ້າທີ່

ເນື່ອງໃນໂອກາດ ແລະ ຊົມເຊີຍວັນແພດລາວ 18 ມິຖຸນາ ຮອງລັດຖະມົນຕີກະຊວງສາທາລະນະສຸກ ດຣ. ສະໜອງ ທອງຊະນະ ໄດ້ລົງຢ້ຽມຢາມ ແລະ ໃຫ້ກໍາລັງໃຈພະນັກງານແພດໝໍທີ່ກໍາລັງປະຕິບັດໜ້າທີ່ ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ກັບພໍ່ແມ່ປະຊາຊົນ ຢູ່ທີ່ສູນການຄ້າລາວ-ໄອເຕັກ ເມືອງໄຊເສດຖາ ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 17 ມິຖຸນາ 2021 ໃນລົງໄປຄັ້ງນີ້ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທີມງານແພດໝໍທີ່ໄດ້ສຸມເຫື່ອເທແຮງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງຢ່າງບໍ່ຮູ້ອິດຮູ້ເມື່ອຍ

Read More »

ຫ້ອງການສຳນັກງານນາຍົກປະກາດການຈັດຕັ້ງໃໝ່ 8 ຕຳແໜ່ງ ແລະອອກບຳນານ 6 ທ່ານ

ໃນຕອນບ່າຍ ວັນທີ 14 ມິຖຸນາ 2021 ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ (ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງ, ໂດຍການເປັນປະທານ ຂອງທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ; ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ, ຫົວໜ້າກົມ, ຮອງຫົວ ໜ້າກົມ ແລະ ທຽບເທົ່າ ເຂົ້າຮ່ວມ. ໃນພິທີ, ທ່ານ ຄົມສັນ ໄຊຍະສານ, ຫົວ ໜ້າກົມຈັດຕັ້ງ ແລະ ພະນັກງານ ຫສນຍ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄື: ຂໍ້ຕົກລົງວ່າດ້ວຍການອະນຸມັດ ໃຫ້ພະນັກງານອອກພັກການຮັບອຸດໜູນບຳນານ ຈຳນວນ 6 ທ່ານ, ໃນນີ້ ແມ່ນຫົວໜ້າພະແນກ 4 ທ່ານ, ເປັນ ຍິງ 3 ທ່ານ ແລະ ຮອງຫົວໜ້າພະແນກ 2 ທ່ານ; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມ ຈຳນວນ 8 ທ່ານ, ...

Read More »

ສານຂອງພະນະທ່ານ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວເນື່ອງໃນ ວັນຕ້ານການນໍາໃຊ້ແຮງງານເດັກສາກົນ (12 ມິຖຸນາ ) ປີ 2021

ເນື່ອງໃນໂອກາດວັນຕ້ານການນໍາໃຊ້ແຮງງານເດັກສາກົນ ວັນທີ 12 ມິຖຸນາ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຂ້າພະເຈົ້າ ຕາງໜ້າໃຫ້ ພັກ ແລະ ລັດຖະບານ ຂໍຝາກຄວາມສາມັກຄີຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັບອົບອຸ່ນ ມາຍັງພວກລູກໆຫຼານໆ ເດັກນ້ອຍລາວບັນດາເຜົ່າ ທຸກຖ້ວນໜ້າ ໃນທົ່ວປະເທດ.ເໝືອນດັ່ງໃນແຕ່ລະປີທີ່ຜ່ານມາ, ປະເທດຕ່າງໆໃນໂລກ ກໍ່ຄື ສປປ ລາວ ພວກເຮົາ ກໍໄດ້ມີການຈັດກິດຈະກໍາຕ່າງໆຂຶ້ນ ໃນວັນດັ່ງກ່າວ ດ້ວຍຮູບການ ແລະ ວິທີການທີ່ຟົດຟື້ນສົມຄວນ ເພື່ອເປັນການປູກຈິດສຳນຶກ ແລະ ສ້າງຂະບວນການຕ້ານການນຳໃຊ້ແຮງງານເດັກ ໂດຍສະເພາະແນ່ໃສເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງຕ່າງໆ ຢ່າງຖືກຕ້ອງຕໍ່ບັນຫາແຮງງານເດັກ. ແຕ່ໃນປີນີ້ ເນື່ອງຈາກຍັງມີການລະບາດຂອງເຊື້ອພະຍາດ COVID-19 ໃນຊຸມຊົນຢູ່ ຊຶ່ງຈະເກີດຄວາມສ່ຽງຕໍ່ຄວາມປອດໄພດ້ານສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືເດັກນ້ອຍລາວບັນດາເຜົ່າ ໃນປະເທດເຮົາ ຈຶ່ງບໍ່ສາມາດຈັດຕັ້ງປະຕິບັດໄດ້ ເໝືອນດັ່ງແຕ່ລະປີທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ການຈັດຕັ້ງ ພັກ-ລັດ ກໍ່ຄືການຈັດຕັ້ງມະຫາຊົນ ແລະ ຜູ້ປົກຄອງເດັກທຸກຖ້ວນໜ້າ ໄດ້ຮັບຮູ້ເຂົ້າໃຈເຖິງຄວາມໝາຍສຳຄັນຂອງວັນດັ່ງກ່າວ, ຂ້າພະເຈົ້າຈຶ່ງຂໍມີຄຳເຫັນບາງຈຸດສຳຄັນຄື: ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ເດັກໃນມື້ນີ້ ແມ່ນຜູ້ໃຫຍ່ໃນມື້ໜ້າ ແລະ ເປັນອະນາຄົດອັນສົດໃສຂອງຊາດ, ຖ້າເດັກໄດ້ຮັບການພັດທະນາຢ່າງມີຄຸນນະພາບ ແລະ ຕໍ່ເນື່ອງ ກໍຈະກາຍເປັນຜູ້ໃຫຍ່ທີ່ມີຄວາມຮູ້ ...

Read More »

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການລົດໄຟລາວ-ຈີນ

ໃນວັນທີ 10 ມິຖຸນາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ ລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີລັດຖະມົນຕີ, ຮອງລັດຖະ ມົນ ຕີ, ເຈົ້າຄອງ, ຫົວໜ້າກົມ- ຮອງກົມ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ພ້ອມດ້ວຍເບິ່ງຄວາມຄືບໜ້າໂຄງ ການກໍ່ສ້າງຈຸດສະ ຖານີໂດຍສານລົດໄຟລາວ-ຈີນນະຄອນ ຫຼວງວຽງຈັນ ບ້ານໂຄກສະອາດ ເມືອງໄຊທານີ ຊຶ່ງເປັນຈຸດເຊື່ອມຕໍ່ໃສ່ທາງດ່ວນວຽງຈັນ ໝາຍເລກ 1 (ໄປຕາມເສັ້ນທາງເລກທີ 13 ໃຕ້) ຊຶ່ງໃຫ້ການຕ້ອນຮັບ ຂອງທ່ານ ສ່ຽວ ຊ່ຽນເຫວີນ ຜູ້ອຳນວຍ ການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ. ທ່ານ ສ່ຽວ ຊ່ຽນເຫວີນ ໄດ້ລາຍງານໂດຍຫຍໍ້: ປັດຈຸບັນການກໍ່ສ້າງສະຖານີດັ່ງກ່າວສໍາເລັດແລ້ວ 70% ແລະ ກໍາລັງຢູ່ໃນໄລ ຍະການຕົບແຕ່ງພາຍໃນ ຄາດວ່າຈະໃຫ້ສໍາເລັດໃນເດືອນກັນຍາ 2021 ນີ້, ແຕ່ທາງໂຄງການຍັງພົບຄວາມຫຍຸ້ງຍາກເປັນ ຕົ້ນການນໍາເຂົ້າວິຊາການຕົບແຕ່ງພາຍໃນ ແລະ ນໍາເຂົ້າວັດສະດຸກົນຈັກຮັບໃຊ້ໃຫ້ແກ່ໂຄງການຍັງຊັກຊ້າ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງຢ່າງໃດກໍຕາມ ບໍລິ ສັດກໍໄດ້ເອົາໃຈໃສ່ສຸມທຸກກໍາລັງເພື່ອເຮັດໃຫ້ໂຄງການສໍາເລັດຕາມແຜນການທີ່ວາງໄວ້, ສະຖານີດັ່ງກ່າວມີເນື້ອທີ່ທັງ ...

Read More »

ກະຊວງ ຖວທ ປະກາດໃຫ້ພະນັກງານ ການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ

ພິທີປະກາດໃຫ້ພະນັກງານການນໍາຂັ້ນສູງ ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ອອກພັກການ-ຮັບອຸດໜູນບໍານານ, ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2021 ຢູ່ຫໍວັດທະນະທໍາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ນາງ ສວນສະຫວັນ ວິຍາເກດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຄະນະພັກ, ຫົວໜ້າກົມ, ຫົວໜ້າກອງ ອ້ອມຂ້າງກະຊວງດັ່ງກ່າວ ເຂົ້າຮ່ວມ. ໃນພິທີ, ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ ທ່ານ ບົວເງິນ ຊາພູວົງ ອະດີດຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ລາຊະມຸນຕີ ກໍາມະການປະຈໍາພັກ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ...

Read More »

ປະທານປະເທດ ມອບສານແຕ່ງຕັ້ງ ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນວັນທີ 9 ມິຖຸນາ 2021 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ລັດສະໝີ ແກ້ວມະນີ ໄປດໍາລົງຕໍາແໜງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນທະລັດສະວິດ ແລະ ທ່ານ ແສງແກ້ວ ປວງປະດິດ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສິງກະໂປ. ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານທູດທັງສອງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ໄປປະຕິບັດໜ້າທີ່ການທູດ ປະຈຳຢູ່ປະເທດດັ່ງກ່າວ, ພ້ອມທັງໃຫ້ທິດຊີ້ນຳຢ່າງເລິກເຊິ່ງ ແລະ ໜັກແໜ້ນ ໂດຍສະເພາະ ການປະຕິບັດໜ້າທີ່ການທູດໃຫ້ເກີດປະໂຫຍດສູງສຸດ ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເປັນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ປະເທດໃຫ້ນັບມື້ດີຂຶ້ນເປັນກ້າວໆ. ທ່ານທູດທັງສອງ ຕາງກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງການນຳພັກ-ລັດ ຖະບານ ...

Read More »

ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 6

.ໃນວັນທີ 8 ມິຖຸນາ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງ ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ສາມາຄີ ຕໍ່ສູ້ຕ້ານພະຍາດລະ ບາດ, ສົ່ງເສີມການພັດທະນາໃນຍຸກສະໄໝ ຫລັງພະຍາດລະບາດ” ທີ່ ເມືອງຊົງຊິງ ສປ ຈີນ, ໂດຍການເປັນປະທານຮ່ວມຂອງ ທ່ານ ຫວາງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ສປ ຈີນ ແລະ ທ່ານ ວຸນາ ມ່ອງ ວິນ ລັດຖະມົນຕີ ຕ່າງປະເທດ ສສ ມຽນມາ ແລະ ມີບັນດາຄະນະຜູ້ແທນຈາກປະເທດສະມາຊິກ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ຈັດຂຶ້ນທາມກາງບັນຍາກາດຂອງການສະເຫລີມສະຫລອງຄົບຮອບ 5 ປີຂອງການສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ກອງປະຊຸມໄດ້ຕີລາຄາສູງ ຕໍ່ໝາກຜົນສຳເລັດ ທີ່ຂອບການຮ່ວມມືດັ່ງກ່າວຍາດມາໄດ້ຕະຫລອດໄລຍະ 5 ປີຜ່ານມາ, ເຊິ່ງຖືເປັນຂອບການຮ່ວມມືທີ່ສຳຄັນໜຶ່ງ ທີ່ໄດ້ເຕີບໃຫຍ່ຂະຫຍາຍຕົວທັງໃນລວງເລິກ ແລະ ...

Read More »

ວິກິດໂຄວິດ-19 ສົ່ງຜົນກະທົບໜັກ ເຮັດໃຫ້ມີຜູ້ອອກແຮງງານລາວຫຼາຍກວ່າ 1 ແສນຄົນຖືກໂຈະການຈ້າງງານຊົ່ວຄາວ

ໃນວັນທີ 8 ມິຖຸນາ 2021ນີ້, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ຂອງອົງການແຮງງານສາກົນ ສະໄໝທີ 109 ປະຈຳປີ 2021 ແລະ ກອງປະຊຸມປິ່ນອ້ອມຕ່າງໆ. ທ່ານ ນາງ ໃບຄຳ ຂັດທິຍະ ຕາງໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວປະກອບຄວາມເຫັນ ຕໍ່ກອງປະຊຸມບາງຕອນສຳຄັນວ່າ: “ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກະທົບຕໍ່ການດຳລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງທົ່ວໂລກ ໂດຍສະເພາະແມ່ນສະເຖຍລະພາບຂອງການເຮັດວຽກ ແລະ ລາຍຮັບຂອງກຳລັງແຮງງານ. ສຳລັບ ສປປ ລາວ ໂຄວິດ 19 ໄດ້ເຮັດໃຫ້ກໍາລັງແຮງງານທີ່ເຮັດວຽກຢູ່ພາຍໃນປະເທດຈຳນວນ 114 ພັນຄົນ ຖືກໂຈະການຈ້າງງານຊົ່ວຄາວ ແລະ 130 ພັນຄົນ ຕ້ອງໄດ້ກັບຈາກການເຮັດວຽກຢູ່ຕ່າງປະເທດ ນອກນັ້ນກໍຍັງມີແຮງງານນອກລະບົບຈຳນວນຫຼາຍ ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນແຮງງານທີ່ເຄື່ອນຍ້າຍຈາກຊົນນະບົດເຂົ້າມາເຮັດວຽກຢູ່ໃນຕົວເມືອງຕ່າງໆຂອງປະເທດ ລວມທັງແຮງງນທີ່ຜະລິດກະສິກຳເພື່ອເປັນສິນຄ້າ. ຂະແໜງບໍລິການ ...

Read More »