ກະຊວງ ຖວທ ປະກາດໃຫ້ພະນັກງານ ການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ

ພິທີປະກາດໃຫ້ພະນັກງານການນໍາຂັ້ນສູງ ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ອອກພັກການ-ຮັບອຸດໜູນບໍານານ, ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2021 ຢູ່ຫໍວັດທະນະທໍາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ນາງ ສວນສະຫວັນ ວິຍາເກດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຄະນະພັກ, ຫົວໜ້າກົມ, ຫົວໜ້າກອງ ອ້ອມຂ້າງກະຊວງດັ່ງກ່າວ ເຂົ້າຮ່ວມ.

อาจเป็นรูปภาพของ 1 คน และกำลังยืน

ໃນພິທີ, ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ ທ່ານ ບົວເງິນ ຊາພູວົງ ອະດີດຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ລາຊະມຸນຕີ ກໍາມະການປະຈໍາພັກ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ອອກພັກການ-ຮັບອຸດໜູນບໍານານ.

อาจเป็นรูปภาพของ 2 คน และผู้คนกำลังยืน

ຈາກນັ້ນ, ທັງສາມທ່ານ ກໍໄດ້ຂຶ້ນມີຄໍາເຫັນອໍາລາໜ້າທີ່, ໂດຍໄດ້ສະແດງຄວາມຮູ້ບຸນຄຸນຕໍ່ພັກ-ລັດ ແລະ ການຈັດຕັ້ງ, ທີ່ໄດ້ໃຫ້ໂອກາດ ຮັບໃຊ້ໜ້າທີ່ວຽກງານນັບແຕ່ວຽກນ້ອຍ ຈົນກ້າວໄປສູ່ວຽກງານໃຫຍ່, ພ້ອມທັງຍົກໃຫ້ເຫັນບັນດາຜົນງານ ທີ່ຕົນເອງໄດ້ໃຊ້ສະຕິປັນຍາ, ເຫື່ອແຮງປະກອບສ່ວນເຂົ້າໃນວຽກງານ ກໍຄື ພາລະກິດປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ.

อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍາເກດ ໄດ້ມອບດໍາລັດຂອງນາຍົກລັດຖະມົນຕີ ແລະ ຊໍ່ດອກໄມ້ ໃຫ້ທັງສາມທ່ານ, ພ້ອມມີຄໍາເຫັນໂອ້ລົມ ບາງຕອນສຳຄັນວ່າ: ຕາງໜ້າຄະນະພັກ-ຄະ ນະນໍາກະຊວງ ຂໍສະແດງຄວາມຊົມເຊີຍ ຕໍ່ບັນດາຜົນງານຂອງທັງສາມທ່ານ ແລະ ການປະກາດດັ່ງກ່າວ ແມ່ນກົດເກນ ແລະ ນະໂຍບາຍລວມຂອງພັກ ແລະ ລັດຖະບານເຮົາ ເມື່ອເຖິງອາຍຸກະສຽນ ກໍຕ້ອງໄດ້ອອກພັກຜ່ອນ-ຮັບອຸດໜູນບໍານານຕາມລະບຽບການ, ພ້ອມທັງຮຽກຮ້ອງໃຫ້ທັງສາມທ່ານ ສືບຕໍ່ໃຫ້ຄໍາແນະນໍາທາງດ້ານບົດຮຽນ ແລະ ປະສົບການຕ່າງໆ ຕາມຄວາມອາດສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານ ຖວທ ໃຫ້ມີຜົນສໍາເລັດກວ່າເກົ່າ.

ແຫຼ່ງຂ່າວ: ຂປລ

Comments