ການເມືອງ

ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ…

 ໃນວັນທີ 1 ເມສາຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລົງຢ້ຽມຢາມປະຊາຊົນ ເບິ່ງວິຖີຊີວິດການທຳມາຫາກິນຂອງປະຊາຊົນບ້ານນາກະດົກ ເມືອງຄຳເກີດ ແລະ ບ້ານຈັດສັນຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ,  ພ້ອມທັງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຕ້ອງລົງຊຸກຍູ້ສົ່ງເສີມ, ເຜີຍແຜ່ຝຶກອົບຮົມວິຊາຊີບ ເປັນຕົ້ນແມ່ນເຕັກນິກການປູກ, ການລ້ຽງໃຫ້ປະຊາຊົນ. ໃນການລົງເຄື່ອນໄຫວຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ລົງໄປຢ້ຽມຢາມເບິ່ງວິຖີການດຳລົງຊີວິດ, ການທຳມາຫາກິນ, ການປະກອບອາຊີບ ໂດຍສະເພາະ ການຂຸດຄຳ, ຮ່ອນຄຳຂອງປະຊາຊົນຢູ່ພາຍໃນບ້ານນາກະດົກ ເມືອງຄຳເກີດ. ພ້ອມທັງມອບເງິນຊຸກ ຍູ້, ຊ່ວຍເຫລືອ ຈຳນວນ 10 ລ້ານກີບ ໃຫ້ອຳນາດການປົກຄອງບ້ານນຳໄປໝູນໃຊ້ເຂົ້າໃນການພັດທະນາບ້ານ ເພື່ອເຮັດໃຫ້ປະຊາຊົນພາຍໃນບ້ານມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ. ພ້ອມດຽວກັນນັ້ນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ລົງຢ້ຽມຢາມປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານ້ຳເທີນ 1 ທີ່ໄດ້ຍົກຍ້າຍມາຢູ່ບ້ານຈັດສັນຫ້ວຍ ຫອຍ ຈຳນວນ 300 ກວ່າຄົວເຮືອນ, ຢູ່ເມືອງວຽງທອງ ໂດຍທ່ານໄດ້ເນັ້ນໃຫ້ປະຊາຊົນພາຍໃນບ້ານໃຫ້ມີຈິດໃຈອຸ່ນອ່ຽງທຸ່ນທ່ຽງ, ໃຫ້ເອົາໃຈໃສ່ໃນການປູກຝັງ – ລ້ຽງສັດ ໃຫ້ກຸ້ມຢູ່ກຸ້ມກິນ ແລະ ...

Read More »

ມອບ-ຮັບໜ້າທີ່ ຄະນະປະຈໍາສະພາແຫ່ງຊາດ

ພິທີມອບ-ຮັບ ໜ້າທີ່ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ຊຸດທີ VIII ແລະ ຊຸດທີ IX, ລະຫວ່າງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ຊຸດທີ VIII ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດຊຸດທີ IX ໄດ້ຈັດຂຶ້ນໃນວັນທີ 2 ເມສານີ້ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີບັນດາທ່ານຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາຫົວໜ້າກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ ຊຸດທີ VIII ແລະ ຊຸດທີ IX ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ນາງ ສີໃສ ລືເດດມູນສອນ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຊຸດທີ VIII ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວຂອງຄະນະປະຈຳສະພາແຫ່ງຊາດ ຊຸດທີ VIII ໂດຍຫຍໍ້ໃຫ້ຮູວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ຄະນະປະຈຳສະພາແຫ່ງຊາດ ຊຸດທີ VIII ໄດ້ປະຕິບັດໜ້າທີ່ຂອງຕົນມີຜົນສຳເລັດຫຼາຍດ້ານທີ່ພົ້ນເດັ່ນ ແລະ ຍັງມີບາງດ້ານທີ່ຄົງຄ້າງຈຳນວນໜຶ່ງທີ່ຄະນະປະຈຳສະພາແຫ່ງຊາດ ຊຸດທີ IX ...

Read More »

ມອບ-ຮັບໜ້າທີ່ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່

ໃນວັນທີ 2 ເມສາ 2021 ທີ່ກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ມີພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລະຫວ່າງ ທ່ານ ຄຳມະນີ ອິນທິລາດ (ຜູ້ເກົ່າ) ແລະ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີ ກະ ຊວງພະລັງງານ ແລະ ບໍ່ແຮ່ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍບັນດາຄະນະພັກ-ຄະນະນໍາກະຊວງດັ່ງກ່າວ ເຂົ້າຮ່ວມ. ທ່ານ ດາວວົງ ພອນແກ້ວ ໄດ້ກ່າວວ່າ: ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງສູງ, ຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ຕໍ່ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ ທີ່ໄດ້ມີຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ມອບໝາຍໃຫ້ຂ້າພະເຈົ້າ ດຳລົງຕຳແໜ່ງລັດ ຖະມົນຕີ ເພື່ອພ້ອມກັບໝູ່ຄະນະ ແລະ ...

Read More »

ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສາທາລະນະສຸກ ຜູ້ໃໝ່

ໃນວັນທີ 1 ເມສາ 2021 ຢູ່ກະຊວງສາທາລະນະສຸກ, ໄດ້ມີພິທີມອບ-ຮັບໜ້າທີ່ລັດຖະ ມົນຕີກະຊວງສາທາລະນະສຸກ ລະຫວ່າງ ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ເກົ່າ) ແລະ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ(ຜູ້ໃໝ່) ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາຄະນະພັກ-ຄະນະນໍາກະຊວງ ດັ່ງກ່າວເຂົ້າຮ່ວມ. ທ່ານ ປອ. ດຣ. ບຸນແຝງ ໄດ້ກ່າວວ່າ: ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ລັດຖະບານ, ສະພາແຫ່ງຊາດ ກໍຄື ພະນັກງານສາທາລະນະສຸກທຸກພາກສ່ວນ ທີ່ໄວ້ວາງໃຈ ແລະ ມອບໜ້າທີ່ໃຫ້ຂ້າພະເຈົ້າ ເປັນລັດຖະມົນຕີກະຊວງສາທາລະນະສຸກ ເພື່ອຊີ້ນຳ-ນໍາພາວຽກງານສາ ທາລະນະສຸກ ໃນໄລຍະ 5 ປີຕໍ່ໜ້າ. ພ້ອມດຽວກັນ, ກໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ແລະ ຂອບ ໃຈຢ່າງຈິງໃຈຕໍ່ ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ...

Read More »

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ລັດຖະມົນກະຊວງສຶກສາທິການ ແລະ ກິລາລະຫວ່າງ ທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ (ຜູ້ເກົ່າ) ແລະ ທ່ານ ພຸດ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ຜູ້ໃໝ່) ໄດ້ມີຂຶ້ນໃນວັນທີ 1 ເມສາ 2021 ຢູ່ກະຊວງສຶກສາທິການ ແລະ ກິລາ ໂດຍການເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ມີບັນດາຄະ ນະພັກ-ຄະນະນໍາກະຊວງດັ່ງກ່າວເຂົ້າຮ່ວມ. ທ່ານນາງ ແສງເດືອນ ຫລ້າຈັນທະບູນ ໄດ້ກ່າວວ່າ: ຕະຫລອດໄລຍະ 5 ປີຜ່ານມາ, ຂ້າພະເຈົ້າ ພ້ອມດ້ວຍໝູ່ຄະນະຂັ້ນຕ່າງໆໄດ້ພ້ອມກັນຄົ້ນຄວ້າ ແລະ ເສີມຂະຫຍາຍແນວທາງນະ ໂຍບາຍຂອງພັກ, ໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກກະຊວງ ກໍຄື ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຄັ້ງທີ VIIIເຊິ່ງມີຜົນສຳເລັດສູງພໍສົມຄວນ. ສຳລັບ ສິ່ງທີ່ຍັງຄົງຄ້າງ ...

Read More »

ລາວ-ຈີນ ເປີດໂຄງການ 4×100 ຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດຂອງລາວ ຊຸດທີ 1

ລາວ – ຈີນ ໄດ້ຈັດພິທີເປີດໂຄງການກໍ່ສ້າງ ພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນ ນະບົດຂອງລາວ (ໂຄງການ 4×100) ຊຸດທີ 1 ໂດຍຈະທົດລອງຈັດຕັ້ງປະຕິບັດຢູ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ ດ້ວຍການສະໜອງນໍ້າສະອາດ ໃຫ້ 17 ບ້ານ, ກໍ່ສ້າງສຸກສາລາ 7 ແຫ່ງ, ດຶງໄຟຟ້າເຂົ້າບ້ານ – ຄົວເຮືອນ ໃນ 16 ບ້ານ ແລະ ໂຄງການໂທລະພາບດີຈີຕອນຜ່ານດາວທຽມ ໃຫ້ 30 ບ້ານ ຊຶ່ງໄລຍະເວລາການກໍ່ສ້າງແມ່ນ 18 ເດືອນ. ເພື່ອເປັນການຊຸກຍູ້ການຜັນຂະຫຍາຍການຕົກລົງເປັນເອກະພາບກັນ ລະຫວ່າງ ການນໍາສູງສຸດ ຂອງສອງປະເທດ ລາວ-ຈີນ ໂດຍຜ່ານການກະກຽມດ້ານຕ່າງໆມາເປັນໄລຍະເວລາສອງປີກວ່າ, ຄະນະ ກຳມະການຮ່ວມມືລາວ-ຈີນ ພ້ອມດ້ວຍ ຄະນະຄຸ້ມຄອງໂຄງການຝ່າຍຈີນ ໄດ້ຮ່ວມກັນຈັດພິທິເປີດການ ກໍ່ສ້າງໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຢູ່ຊົນນະບົດລາວ ຊຸດທີ 1 ຂຶ້ນ ໃນວັນ ທີ 30 ມີນານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ...

Read More »

ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງຍຸຕິທຳຜູ້ໃໝ່

ໃນວັນທີ 29 ມີນາ 2021 ຢູ່ກະຊວງຍຸຕິທຳ, ໄດ້ມີພິທີມອບ-ຮັບໜ້າທີ່ລັດຖະມົນຕີກະ ຊວງຍຸຕິທໍາ ລະຫວ່າງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ (ຜູ້ເກົ່າ) ແລະ ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງຍຸຕິທຳ (ຜູ້ໃໝ່), ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີອາດີດການນໍາອາວຸໂສບໍານານ, ພະນັກງານ-ລັດຖະກອນຫລັກແຫລ່ງຂອງກະຊວງດັ່ງກ່າວ ເຂົ້າຮ່ວມເປັນສັກຂີພິຍານ. ໃນໂອກາດນີ້, ທ່ານ ໄຊສີ ສັນຕິວົງ ໄດ້ລາຍງານຜົນງານການຊີ້ນໍາ-ນໍາພາວຽກງານ ໃນໄລ ຍະ 5 ປີຜ່ານມາວ່າ: ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເປັນວຽກງານສຳຄັນຕົ້ນຕໍ ໂດຍຕິດພັນກັບການນຳພາວຽກງານວິຊາສະ ເພາະ ໄດ້ປະສານສົມທົບກັບຄະນະພັກ-ອໍານາດການປົກຄອງ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ບັນດາມະຕິຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ, ມູນເຊື້ອຂອງພັກ, ຂອງຊາດ, ຂອງກອງທັບ, ກົດໝາຍ ...

Read More »

ທ່ານ ວຽງສະຫວັດ ສີພັນດອນ ເປັນລັດຖະມົນຕີກະຊວງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄົນໃໝ່

ໃນວັນທີ 29 ມີນາ 2021 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີມອບ-ຮັບ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ເກົ່າ) ແລະ ທ່ານ ວຽງສະຫວັດ ສີພັນດອນ ລັດ ຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ຍທຂ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ນາງ ວົງຄຳ ສຸທຳມະວົງ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບັນດານິກຳຕ່າງໆ ກ່ຽວກັບການຊັບຊ້ອນ ແລະ ແຕ່ງຕັ້ງລັດຖະມົນຕີ ຍທຂ ເປັນຕົ້ນແມ່ນມະຕິຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ສະບັບເລກທີ 9/ສພຊ ລົງວັນທີ 22/03/2021 ...

Read More »

ສະພາແຫ່ງຊາດ ຈະສຸມໃສ່ປະຕິບັດ 8 ທິດທາງລວມ ແລະ 5 ແຜນງານໃນ 5 ປີຕໍ່ໜ້າ

ສະພາແຫ່ງຊາດ ຊຸດທີ IX ຈະສຸມໃສ່ຈັດຕັ້ງປະຕິບັດວຽກງານຕ່າງໆໃນ 5 ປີຕໍ່ໜ້າ ໃຫ້ບັນລຸ 5 ເປົ້າໝາຍຕົ້ນຕໍ່ ໂດຍຈະສຸມໃສ່ປະຕິບັດຕາມ 8 ທິດທາງລວມ ແລະ 5 ແຜນງານ ເພື່ອກໍານົດທິດທາງ, ແຜນວຽກຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດ ຕາມພາລະບົດບາດຂອງສະພາແຫ່ງຊາດ ໃນຖານະທີ່ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເປັນອົງການສູງສຸດແຫ່ງອໍານາດລັດ, ອົງການນິຕິບັນຍັດທີ່ກໍານົດໃນລັດຖະທໍາມະນູນ ແລະ ກົດໝາຍ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ຊຸດທີ IX ຮັບປະກັນການປະຕິບັດສິດ ແລະ ໜ້າທີ່ ທີ່ກໍານົດໃນກົດໝາຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່. ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ຮູ້ ໃນວັນທີ 25 ມີນາ 2021 ນີ້ວ່າ: ການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າ ສະພາແຫ່ງຊາດ ຊຸດທີ IX ຈະສຸມໃສ່ປະຕິບັດຕາມ 8 ...

Read More »

ໃນໄລຍະ 5 ປີຜ່ານມາ ອົງການກວດກາແຫ່ງລັດໄດ້ລົງກວດກາ 4 ພັນກວ່າເປົ້າໝາຍ

ໃນໄລຍະ 5 ປີຜ່ານມາອົງການກວດກາແຫ່ງລັດ ໄດ້ລົງກວດາກາ 4.129 ເປົ້າໝາຍ, ນອກນັ້ນຍັງໄດ້ກວດກາໄລ່ລຽງມູນຄ່າການລົງທຶນຂອງລັດ ຕາມແຈ້ງການຂອງລັດຖະບານ ຈໍານວນ 4.601 ໂຄງ ການ, ຜ່ານການກວດກາພົບເຫັນການເສຍຫາຍທັງໝົດ 5.689,12 ຕື້ກວ່າກີບ, 31,77 ລ້ານກວ່າ ໂດລາ, 36,89 ລ້ານບາດ.ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 25 ມີນານີ້, ພາຍໃຕ້ ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ຄໍາພັນ ພົມມະ ທັດ ຫົວໜ້າອົງການກວດກາແຫ່ງລັດ ໄດ້ຂຶ້ນສະເໜີບົດລາຍງານການເຄື່ອນໄຫວວຽກງານກວດກາລັດ 5 ປີ (2016-2020) ແລະ ແຜນການ 5 ປີຕໍ່ໜ້າ.ທ່ານ ຄຳພັນ ພົມມະທັດ ກ່າວວ່າ: ໃນໄລຍະ 5 ປີຜ່ານມາ ໄດ້ລົງກວດກາ ທັງໝົດ 4.129 ເປົ້າໝາຍ, ໃນນີ້ຕິດຕາມ-ກວດກາປົກກະຕິ 1.435 ເປົ້າໝາຍ, ກວດກາຕາມຄຳສັ່ງ 1.014 ...

Read More »