ມອບ-ຮັບໜ້າທີ່ ຄະນະປະຈໍາສະພາແຫ່ງຊາດ

อาจเป็นรูปภาพของ 19 คน และผู้คนกำลังยืน

ພິທີມອບ-ຮັບ ໜ້າທີ່ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ຊຸດທີ VIII ແລະ ຊຸດທີ IX, ລະຫວ່າງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ຊຸດທີ VIII ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດຊຸດທີ IX ໄດ້ຈັດຂຶ້ນໃນວັນທີ 2 ເມສານີ້ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີບັນດາທ່ານຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາຫົວໜ້າກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ ຊຸດທີ VIII ແລະ ຊຸດທີ IX ເຂົ້າຮ່ວມຢ່າງພ້ອມພຽງ.

อาจเป็นรูปภาพของ 18 คน และผู้คนกำลังยืน

ໃນພິທີ, ທ່ານ ນາງ ສີໃສ ລືເດດມູນສອນ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຊຸດທີ VIII ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວຂອງຄະນະປະຈຳສະພາແຫ່ງຊາດ ຊຸດທີ VIII ໂດຍຫຍໍ້ໃຫ້ຮູວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ຄະນະປະຈຳສະພາແຫ່ງຊາດ ຊຸດທີ VIII ໄດ້ປະຕິບັດໜ້າທີ່ຂອງຕົນມີຜົນສຳເລັດຫຼາຍດ້ານທີ່ພົ້ນເດັ່ນ ແລະ ຍັງມີບາງດ້ານທີ່ຄົງຄ້າງຈຳນວນໜຶ່ງທີ່ຄະນະປະຈຳສະພາແຫ່ງຊາດ ຊຸດທີ IX ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂເພື່ອເຮັດໃຫ້ວຽກງານມີຜົນສຳເລັດເປັນກ້າວໆ ເປັນຕົ້ນສືບຕໍ່ຊຸກຍູ້ລັດຖະບານປະຕິບັດກົດໝາຍທີ່ດິນ ເພື່ອເຮັດໃຫ້ການຈັດເກັບລາຍຮັບຈາກທີ່ດິນໄດ້ຫຼາຍຂຶ້ນ, ການຄຸ້ມຄອງທີ່ດິນ, ນະໂຍບາຍທີ່ດິນໃຫ້ພະນັກງານປະຕິວັດທີ່ມີຜົນງານ, ດິນໂຄງການລົງທຶນຂອງຕ່າງປະເທດ ແລະ ອື່ນໆ. ສຳລັບການກວດການັ້ນ ໃຫ້ສະພາແຫ່ງຊາດເປັນຫຼັກໃນການຕິດຕາມກວດກາຜົນການກວດສອບບັນດາໂຄງການຕ່າງໆ, ສືບຕໍ່ຊຸກຍູ້ ແລະ ຕິດຕາມໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ທີ່ຍັງບໍ່ທັນສຳເລັດໃຫ້ສຳເລັດເດືອນກໍລະກົດ 2021 ສືບຕໍ່ຊີ້ນຳສະພາທ້ອງຖິ່ນໂດຍຈັດຝຶກອົບຮົມແຕ່ລະດ້ານໃຫ້ເຂົາເຈົ້າ ເພື່ອຍົກສູງຂີດຄວາມສາມາດຂອງ ສສຂ ຊຸກຍູ້ໂຄງການກໍ່ສ້າງຕຶກສະພາທ້ອງຖິ່ນທີ່ຍັງບໍ່ທັນສຳເລັດ ພ້ອມນີ້ເພື່ອເຮັດໃຫ້ວຽກງານສະພາໄປໄດ້ດີຕ້ອງເອົາໃຈໃສ່ປະສານກັບບັນດາກຳມາທິການເພາະທຸກວຽກງານໄດ້ພົວພັນກັບບັນດາກະຊວງ ອົງການທັງສູນກາງ ແລະ ທ້ອງຖິ່ນ

Comments