ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ລັດຖະມົນກະຊວງສຶກສາທິການ ແລະ ກິລາລະຫວ່າງ ທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ (ຜູ້ເກົ່າ) ແລະ ທ່ານ ພຸດ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ຜູ້ໃໝ່) ໄດ້ມີຂຶ້ນໃນວັນທີ 1 ເມສາ 2021 ຢູ່ກະຊວງສຶກສາທິການ ແລະ ກິລາ ໂດຍການເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ມີບັນດາຄະ ນະພັກ-ຄະນະນໍາກະຊວງດັ່ງກ່າວເຂົ້າຮ່ວມ.

อาจเป็นรูปภาพของ 19 คน และผู้คนกำลังยืน

ທ່ານນາງ ແສງເດືອນ ຫລ້າຈັນທະບູນ ໄດ້ກ່າວວ່າ: ຕະຫລອດໄລຍະ 5 ປີຜ່ານມາ, ຂ້າພະເຈົ້າ ພ້ອມດ້ວຍໝູ່ຄະນະຂັ້ນຕ່າງໆໄດ້ພ້ອມກັນຄົ້ນຄວ້າ ແລະ ເສີມຂະຫຍາຍແນວທາງນະ ໂຍບາຍຂອງພັກ, ໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກກະຊວງ ກໍຄື ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຄັ້ງທີ VIIIເຊິ່ງມີຜົນສຳເລັດສູງພໍສົມຄວນ. ສຳລັບ ສິ່ງທີ່ຍັງຄົງຄ້າງ ແລະ ບໍ່ທັນສຳເລັດ ແມ່ນໄດ້ມີການຕີລາຄາ ແລະ ໄດ້ກຳນົດວິທີແກ້ໄຂໄວ້ຢູ່ໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາໃນ 5 ປີຄັ້ງທີ IX (2021-2025) ຂ້ອນຂ້າງຈະແຈ້ງຕາມມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ເພື່ອໃຫ້ຄະນະນຳຂອງກະຊວງຊຸດໃໝ່ ໄດ້ນຳໄປຜັນຂະຫຍາຍເຂົ້າສູ່ຕົວຈິງໃຫ້ມີຜົນສໍາເລັດເປັນກ້າວໆ.

อาจเป็นรูปภาพของ 1 คน

ໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີວ່າ: ການສັບປ່ຽນໜ້າທີ່ ຫລື ການສືບທອດປ່ຽນແທນຂອງພະນັກງານການນຳຂັ້ນສູງພັກ-ລັດ ບໍ່ວ່າຈະຢູ່ສູນກາງ ຫລື ທ້ອງຖິ່ນ ແມ່ນນະໂຍບາຍ, ຫລັກການ ແລະ ເປັນລະບຽບການຂອງພັກ ແລະ ລັດ ທີ່ກຳນົດໄວ້ ແນ່ໃສ່ປັບປຸງການຈັດ ຕັ້ງ ແລະ ບຸກຄະລາກອນໃຫ້ສອດຄ່ອງ ແລະ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່, ພ້ອມທັງ ໄດ້ເນັ້ນ ໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານທົ່ວກະຊວງສຶກສາທິການ ແລະ ກິລາ ເພີ່ມທະວີຄວາມເອົາໃຈໃສ່ໃນບາງບັນຫາສໍາຄັນ ເປັນຕົ້ນ ຕ້ອງມີຄວາມເປັນເອກະພາບສູງນຳຂັ້ນເທິງ ໂດຍເປັນເຈົ້າການເຮັດວຽກງານສຶກສາອົບຮົມນຳພາແນວຄິດ ຂອງພະນັກງານ, ສະມາຊິກພັກຢູ່ແຕ່ລະຂັ້ນ, ຕ້ອງເດັດດ່ຽວສະກັດກັ້ນບໍ່ໃຫ້ມີການສວຍໂອກາດ ເພື່ອໃສ່ຮ້າຍປ້າຍສີທັບຖົມໂຈມຕີກັນໃນທາງບໍ່ດີ, ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມເປົ້າໝາຍທີ່ ກອງປະຊຸມໃຫຍ່ກະຊວງໄດ້ວາງໄວ້ໃຫ້ປາກົດຜົນເປັນຈິງ, ບຳລຸງກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານ, ປັບ ປຸງຄວາມຮູ້ທາງດ້ານວິຊາການ ແລະ ທັກສະດ້ານການສິດສອນຂອງຄູຊັັ້ນປະຖົມສຶກສາ ໂດຍໃຫ້ບຸລິມະສິດໃນການຈັດສັນຊັບພະຍາກອນ ທີ່ມີເຂົ້າໃນວຽກງານປະຖົມສຶກສາໃຫ້ພຽງພໍ, ສະໜອງການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ ໂດຍສະເພາະຊັັ້ນມັດທະຍົມສຶກສາຕອນປາຍ, ອາຊີວະສຶກສາ ແລະ ການສຶກສາຊັັ້ນສູງ ເພືຶ່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາ ແລະ ກິລາ ໃນທຸກລະດັບ ເພືຶ່ອປັບປຸງປະສິດທິ ພາບ, ປະສິດທິຜົນ ເພື່ອແກ້ໄຂຄວາມແຕກໂຕນໃນວຽກງານການສຶກສາ ແລະ ກິລາ ຢູ່ຕົວເມືອງ ແລະ ຊົນນະບົດ, ພ້ອມທັງສືບຕໍໍ່ກໍໍ່ສ້າງ ແລະ ພັດທະນາບຸກຄະລາກອນການກິລາ-ກາຍະກຳ ໃຫ້ມີຄຸນະພາບ ແລະ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້ເທື່ອລະກ້າວ.

อาจเป็นรูปภาพของ 8 คน และผู้คนกำลังยืน

ຂປລ.

Comments