ມອບ-ຮັບໜ້າທີ່ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່

ໃນວັນທີ 2 ເມສາ 2021 ທີ່ກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ມີພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລະຫວ່າງ ທ່ານ ຄຳມະນີ ອິນທິລາດ (ຜູ້ເກົ່າ) ແລະ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີ ກະ ຊວງພະລັງງານ ແລະ ບໍ່ແຮ່ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍບັນດາຄະນະພັກ-ຄະນະນໍາກະຊວງດັ່ງກ່າວ ເຂົ້າຮ່ວມ.

อาจเป็นรูปภาพของ 15 คน และผู้คนกำลังยืน

ທ່ານ ດາວວົງ ພອນແກ້ວ ໄດ້ກ່າວວ່າ: ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງສູງ, ຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ຕໍ່ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ ທີ່ໄດ້ມີຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ມອບໝາຍໃຫ້ຂ້າພະເຈົ້າ ດຳລົງຕຳແໜ່ງລັດ ຖະມົນຕີ ເພື່ອພ້ອມກັບໝູ່ຄະນະ ແລະ ຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ, ກໍາມະກອນໃນທົ່ວຂະແໜງພະລັງງານ ແລະ ບໍ່ແຮ່ ສືບຕໍ່ນຳພາ, ຄຸ້ມຄອງ-ບໍລິຫານ ແລະ ພັດທະນາວຽກງານພະ ລັງງານ ແລະ ບໍ່ແຮ່ ໃຫ້ກ້າວໜ້າຂະຫຍາຍຕົວຢ່າງໜັກແໜ້ນ, ແຂງແຮງ ແລະ ຕໍ່ເນື່ອງ; ສ້າງທຸກເງື່ອນໄຂເພື່ອໃຫ້ກາຍເປັນຂະແໜງການນຳພາທາງ ໃນລະບົບເສດຖະກິດແຫ່ງຊາດ ແລະ ເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດໃນໄລຍະໃໝ່ເພື່ອກ້າວຂຶ້ນ. ຂ້າ ພະເຈົ້າ ຍິນດີຮັບເອົາການມອບໝາຍໜ້າທີ່ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ຊຶ່ງແມ່ນໜ້າທີ່ອັນສໍາຄັນ, ມີກຽດສູງສົ່ງດ້ວຍຄວາມເຕັມໃຈ ແລະ ເບີກບານມ່ວນຊື່ນ. ເຖິງວ່າການຈັດຕັ້ງປະຕິບັດບົດ ບາດໃນຖານະລັດຖະມົນຕີ ຈະແມ່ນການເຮັດໜ້າທີ່ອັນສໍາຄັນ, ກວ້າງຂວາງ, ໜັກໜ່ວງ ແລະ ເຕັມໄປດ້ວຍສິ່ງທ້າທາຍກໍຕາມ. ແຕ່ຂ້າພະເຈົ້າຖືວ່າ ແມ່ນການເຮັດໜ້າທີ່ອັນມີກຽດສູງສົ່ງຂອງຕົນ ແລະ ກໍຂໍໃຫ້ຄໍາໝັ້ນສັນຍາວ່າ: ຈະຕັ້ງໜ້າ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ດ້ວຍການອຸທິດສະຕິປັນຍາ, ເຫື່ອແຮງ, ຄວາມຮູ້, ຄວາມສາມາດ ແລະ ບົດຮຽນທີ່ມີຢູ່ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ດັງກ່າວ ສົມກຽດກັບຄວາມເຊື່ອໝັ້ນ, ຮັກແພງ, ໄວ້ວາງໃຈຂອງພັກ ແລະ ປະຊາຊົນບັນດາເຜົ່າ. ຂ້າພະເຈົ້າຂໍສະເໜີມາຍັງຄະນະພັກ, ການນຳທຸກຂັ້ນພາຍໃນຂະແໜງພະລັງງານ ແລະ ບໍ່ແຮ່ ຈົ່ງໄດ້ໃຫ້ການຮ່ວມມື ເພື່ອພ້ອມກັນນຳພາ, ຄຸ້ມຄອງ, ບໍລິຫານຂະແໜງການ ແລະ ສືບຕໍ່ພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ຂະຫຍາຍຕົວຢ່າງໜັກແໜ້ນ. ພ້ອມນີ້, ກໍຂໍຮຽກຮ້ອງມາຍັງຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ, ກໍາມະກອນ ແລະ ປະຊາຊົນບັນດາເຜົ່າ ຈົ່ງໄດ້ໃຫ້ການຮ່ວມມື, ສະໜັບສະໜູນ, ຊ່ວຍ ເຫລືອເພື່ອໃຫ້ຂ້າພະເຈົ້າສາມາດເຮັດຫລ້ອນບົດບາດ ແລະ ສາມາດຈັດຕັ້ງປະຕິບັດໜ້າທີ່ອັນມີກຽດ ໄດ້ຢ່າງຖືກຕ້ອງ ແລະ ມີຄຸນນະພາບສູງ.

อาจเป็นรูปภาพของ 16 คน และผู้คนกำลังยืน

ໂອກາດດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີດັ່ງກ່າວ, ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງ ທ່ານ ຄຳມະນີ ອິນ ທິລາດ ອະດິດລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມໝູ່ຄະນະ ທີ່ໄດ້ມີຜົນສຳເລັດຫລາຍດ້ານ. ເຖິງວ່າພວກເຮົາມີຜົນສໍາເລັດໃນຫລາຍດ້ານ, ແຕ່ຍັງເຫັນວ່າຍັງມີຫລາຍບັນຫາ ທີ່ພວກສະຫາຍ ຈະຕ້ອງໄດ້ເອົາໃຈໃສ່ປັບປຸງ ແລະ ແກ້ໄຂໃນຕໍ່ໜ້າ ເປັນຕົ້ນ ບັນຫາປະກົດການຫຍໍ້ທໍ້ຕ່າງ, ການປະຕິບັດໜ້າທີ່ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ, ບັນຫາການນໍາໃຊ້ຊັບພະຍາກອນທຳມະຊາດ ເຊັ່ນ: ດິນ, ນ້ຳ, ແຮ່ທາດ, ປ່າໄມ້, ຊີວະນາໆພັນ ແລະ ອື່ນໆ.. ບໍ່ມີປະສິດທິຜົນເທົ່າທີ່ຄວນ ແລະ ບໍ່ມີລັກສະນະຍືນຍົງ, ສິ່ງແວດລ້ອມເລີ່ມຖືກທໍາລາຍ ແລະ ເກີດເປັນມົນລະພິດທາງອາກາດ, ທາງດິນ, ນໍ້ານັບມື້ນັບເພີ່ມຂຶ້ນ ສົມທົບກັບສະພາບການປ່ຽນແປງດິນຟ້າອາກາດ ທີ່ເຮັດໃຫ້ເກີດໄພພິບັດທາງທຳມະຊາດ ທີ່ເກີດຂຶ້ນ ນັບມື້ນັບຫລາຍຂຶ້ນ, ເຊິ່ງສົ່ງຜົນກະທົບໂດຍກົງ ຕໍ່ເສດຖະກິດ ແລະ ການດໍາລົງຊີວີດຂອງປະຊາຊົນເຮົາ.

ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ພາຍໃຕ້ຄໍາຂວັນ “ຍົກສູງຄວາມສາມາດນຳພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງການປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນຳພາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ຖືເປັນແນວຄິດຊີ້ນໍາທີ່ສ່ອງແສງ ແລະ ຊີ້ບອກຢ່າງກວມລວມ ທີ່ພວກສະ ຫາຍ ຕ້ອງສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຜັນຂະຫຍາຍ ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ຕະຫລອດສະ ໄໝທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ. ສະນັ້ນ, ໃນເງື່ອນໄຂຂອງການພັດທະນາ ແລະ ການເລັ່ງທວງ ຂອງສະພາບການໃໝ່ນີ້, ຂ້າພະເຈົ້າສະເໜີ ໃຫ້ສະຫາຍເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ໃໝ່ ແລະ ບັນດາສະຫາຍ ໃນຄະນະບໍລິຫານງານພັກ ກະຊວງ ເອົາໃຈໃສ່ບາງບັນຫາ ດັ່ງນີ້: ສືບຕໍ່ກໍາແໜ້ນສະພາບການຂອງໂລກ, ພາກພື້ນ, ກໍໃຫ້ລະອຽດ, ຊັດເຈນ; ລວມທັງສະພາບພາຍໃນປະເທດ ໂດຍສະເພາະ ແມ່ນຢູ່ກະຊວງພະລັງງານ ແລະ ບໍ່ແຮ່, ເນື່ອງຈາກວ່າສະພາບການດ້ານຕ່າງໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ ແມ່ນມີການຫັນປ່ຽນໂດຍຕະຫລອດ ຊຶ່ງຈະກະທົບຕໍ່ການນໍາຂອງພັກ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາ, ກະທົບຕໍ່ແນວຄິດຈິດໃຈຂອງສະ ມາຊິກພັກ, ພະນັກງານ ໂດຍກົງ ມັນຮຽກຮ້ອງໃຫ້ພະນັກງານນຳພາ-ຄຸ້ມຄອງເເຕ່ລະຂັ້ນ ຕ້ອງມີວິທີ່ນຳພາ-ຊີ້ນຳ ແລະ ມີການບໍລິຫານຢ່າງສອດຄ່ອງ ແລະ ມີວິທະຍາສາດ, ແທດເຖິງຕົວຈິງ, ເບິ່ງບັນຫາ ແລະ ແກ້ໄຂບັນຫາຢ່າງຖືກຕ້ອງທັນການ ແລະ ໃຫ້ຖືສໍາຄັນການປະຕິບັດຫລັກການລວມສູນປະຊາ ທິປະໄຕ ເປັນເອກະພາບ ຢ່າງເຂັ້ມງວດ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກ, ແບ່ງຄວາມຮັບຜິດຊອບ ໃຫ້ຈະແຈ້ງ, ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ ແລະ ວິທີເຮັດວຽກ ຂອງຄະນະພັກ ແລະ ຂອງຄະນະນໍາຕາມ 5 ຫລັກການ ແລະ 3 ທິດນໍາ ຂອງພັກ; ເພີ່ມທະວີເອົາໃຈໃສ່ ວຽກງານການເມືອງແນວຄິດ ໃຫ້ແຂງແຮງ, ຄະນະພັກທຸກຂັ້ນ ຖືເປັນຄວາມຮັບຜິດຊອບຂອງຕົນ ໃນການສຶກສາອົບຮົມພະນັກງານ ສະມາ ຊິກພັກ, ລັດຖະກອນຢ່າງເປັນປະຈໍາ ເລິກເຊິ່ງ; ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກ ແລະ ການຈັດຕັ້ງທຸກຂັ້ນ, ເປັນເອກະພາບສູງຕໍ່ແນວທາງນະໂຍບາຍ, ມະຕິຄໍາສັ່ງຕ່າງໆ ຂອງພັກ, ລະ ບຽບກົດໝາຍຂອງລັດ, ເສີມຂະຫຍາຍນ້ຳໃຈຮັກຊາດ, ເຊີດຊູສະຕິເອກະລາດ ເປັນເຈົ້າຕົນເອງ ສ້າງບາດກ້າວບຸກທະລຸອັນໜັກແໜ້ນ ທາງດ້ານຈິນຕະນາການ; ໃຫ້ຮີບຮ້ອນກຳນົດທິດທາງແຜນການ-ການນໍາພາຂອງອົງຄະນະພັກຕົນ ສົມທົບແໜ້ນກັບເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ IX, ໂດຍຫັນເປັນແຜນລະອຽດ ຂອງຂະແໜງການ ແລ້ວນໍາໄປຈັດຕັ້ງເຊື່ອມຊຶມ ແລະ ຄົ້ນຄວ້າຜັນຂະຫຍາຍ ໃຫ້ແກ່ສະມາຊິກພັກ,ພະນັກງານ, ລັດຖະກອນ ໃນທົ່ວຂະແໜງການຂອງຕົນໄດ້ຮັບຮູ້, ເຊື່ອມຊຶມໃຫ້ເລິກເຊິ່ງທົ່ວເຖິງ, ເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍ ເປັນໂຄງການ, ແຜນງານລະອຽດ ເຂົ້າໃນການເຄື່ອນໄຫວ ໃນພາກສ່ວນຂອງຕົນ ຢ່າງສອດຄ່ອງ ແລະ ມີການຊີ້ນໍາກວດກາການຈັດຕັ້ງປະຕິບັດ ໃນແຕ່ລະໄລຍະ ຢ່າງເປັນປົກກະຕິ; ໃຫ້ເອົາໃຈໃສ່ວຽກງານການສ້າງ ແລະ ປັບປຸງການຈັດຕັ້ງພັກ ໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານການເມືອງ ແລະ ໜັກແໜ້ນທາງດ້ານການຈັດຕັ້ງ; ຕ້ອງເອົາໃຈໃສ່ປັບປຸງຊຸກຍູ້ອົງການຈັດຕັ້ງມະຫາຊົນ ໃຫ້ໜັກແໜ້ນເຂັ້ມແຂງ ເປັນຕົ້ນ ແມ່ນຂະບວນການປະຕິບັດຄໍາຂວັນ ຂອງບັນດາອົງການຈັດຕັ້ງມະຫາຊົນ; ນຳພາການພັດທະນາ ຂະແໜງວຽກງານພະລັງງານ ແລະ ບໍ່ແຮ່ ໂດຍສົ່ງເສີມການນໍາໃຊ້ແຮ່ທາດ, ນ້ຳ ແລະ ຊັບພະຍາກອນດ້ານອື່ນໆ ໄປ ພ້ອມໆ ກັບການປົກປັກຮັກສາ ຕາມທິດຮັບປະກັນປະສິດທິພາບທີ່ຍາວນານ, ຍືນຍົງ ແລະ ມີໝາກມີຜົນໃນລະດັບສູງ, ຜົນກະທົບນ້ອຍ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ; ເຮັດໃຫ້ພົນລະເມືອງລາວ ມີສ່ວນຮ່ວມ ເພື່ອດໍາລົງຊີວິດ, ສ້າງທີ່ຢູ່ອາໃສ ແລະ ການຜະລິດ ຕາມກົດໝາຍ, ປະກອບສ່ວນໃນການສ້າງບາດກ້າວບຸກທະລຸ ດ້ານການແກ້ໄຂຄວາມທຸກຍາກຂອງປະຊາຊົນ ນໍາເອົາປະເທດເຮົາອອກຈາກຄວາມດ້ອຍພັດ ທະນາ, ສ້າງຄວາມກຽມພ້ອມ ໃນການຮັບມື ກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທໍາມະຊາດ ທີ່ຈະເກີດຂຶ້ນຕໍ່ໜ້າ.

Comments