ການເມືອງ

ປະທານປະເທດ ອວຍພອນປີໃໝ່ລາວພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ

ໃນໂອກາດສົ່ງທ້າຍປີເກົ່າປີຊວດ ແລະຕ້ອນຮັບປີໃໝ່ປີສະຫລຸພສ 2564 ຂ້າພະເຈົ້າຂໍຖືໂອກາດອັນເລີກງາມຍາມດີ ວັນທີ່ເປັນມຸງຄຸນນີ້ສົ່ງຄຳອວຍພອນອັນປະ ເສີດມາຍັງພີ່ນ້ອງຮ່ວມຊາດ ຕະຫລອດເຖິງພີ່ນນ້ອງເຊື້ອຊາດລາວທີ່ອາໃສຢູ່ຕ່າງປະເທດ ກໍຄືຊາວຕ່າງປະ ເທດທີ່ກຳລັງປະຕິບັດໜ້າທີ່ ແລະທຳມາຫາກິນຢູ່ ສປປລາວ ຂໍໃຫ້ທຸກໆທ່ານປາສະຈາກໂລກໄພໄຂ້ ເຈັບ, ປອດໄພຈາກພະຍາດໂຄວິດ19 ມີພາລະນາໄມສົມບູນ ສຸກກາຍສຸກໃຈ ແລະມີຄວາມຈະເລີນກ້າວໜ້າທຸກປະການ. ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ ໃນປີເກົ່າ ພສ 2563 ທີ່ພວມຜ່ານພົ້ນໄປນັ້ນ ເວົ້າລວມແລ້ວກໍ່ເປັນອີກປີໜື່ງແຫ່ງຄວາມພະຍາຍາມບຸກບືນຂອງທົ່ວພັກທົ່ວລັດ ແລະທົ່ວປວງຊົນລາວທັງຊາດໃນການອອກເຫື່ອເທແຮງສຸມກຳລັງຂອງຕົນເຂົ້າໃນການພັດທະນາ, ສ້າງສາປະເທດຊາດອັນແສນຮັກຂອງພວກເຮົາຢ່າງເປັນຂະບວນຟົດຟື້ນຢ່າງສະເໝີມາ, ເຫດການທີ່ພົ້ນເດັ່ນກວ່າໝູ່ແມ່ນທົ່ວພັກ ທົ່ວລັດ ແລະທົ່ວປວງຊົນລາວໄດ້ເຂົ້າຮ່ວມການກຽມໃຫ້ແກ່ການດຳເນີນກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກ ຈາກນັ້ນປວງຊົນລາວທັງຊາດ ຜູ້ທີ່ມີສິດຕາມລັດຖະທຳມະນູນ ແລະກົດໝາຍໄດ້ພ້ອມພຽງຮຽງໜ້າກັນອອກໃຊ້ສິດຂອງຕົນໃນການປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດທີ 9 ແລະສະມາ ຊິກສະພາປະຊາຊົນຂັ້ນແຂວງຊຸດທີ 2 ຊື່ງຜົນສໍາເລັດຂອງການເລືອກຕັ້ງດັ່ງກ່າວໄດ້ສືບຕໍ່ຍົກສູງ ແລະເສີມຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າຢ່າງເຕັມສ່ວນ ຕໍ່ຈາກນັ້ນສະພາແຫ່ງຊາດກໍ່ໄດ້ເປີດກອງປະຊຸມຄັ້ງປະຖົມມະລືກຂອງຕົນ ແລະໄດ້ສຳເລັດລົງຢ່າງຈົບງາມ ໂດຍມີການຕົກລົງຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຂອງຊາດເຮົາ, ເຫດການດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເຕີບໃຫ່ຍຂະຫຍາຍຕົວຂອງປະເທດເຮົາໃນການຍົກລະດັບສະຕິຕື່ນຕົວທາງການເມືອງ, ນໍ້າໃຈຮັກຊາດ ແລະນໍ້າໃຈແຫ່ງຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ ສະແດງເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງປະຊາຊົນລາວບັນດາເຜົ່າ ຕໍ່ການນໍາພາຂອງພັກ, ລັດ ແລະ ຕໍ່ລະບອບປະຊາທິ ປະໄຕ ປະຊາຊົນຂອງພວກເຮົາ. ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ. ເຖິງວ່າປີຜ່ານມາປະເທດເຮົາຈະປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະສີ່ງທ້າທາຍຫລາຍຢ່າງທີ່ກະທົບໃສ່ປະເທດຂອງພວກເຮົາກໍ່ຕາມ ແຕ່ພາຍໃຕ້ການຊີ້ນໍາໆພາຂອງພັກ, ລັດ ...

Read More »

ປະທານປະເທດ ເນັ້ນໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເອົາໃຈໃສ່ຫລາຍບັນຫາສຳຄັນ

ໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (14/4/1955-14/4/2021) ແລະ ໃນໂອກາດ ສຳເລັດກອງປະຊຸມສາມັນຄົບຄະນະບໍລິຫານງານສູນ ກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ 2 ສະໄໝທີ VIII ວັນທີ 9 ເມສາ 2021 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ຕໍ່ຄະນະຊາວໜຸ່ມ ແລະ ຕົວແທນຊາວໜຸ່ມ-ເຍົາວະຊົນ ທົ່ວປະເທດ ໂດຍໄດ້ຊີ້ນຳ ໃຫ້ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ເອົາໃຈໃສ່ຫລາຍບັນຫາສຳຄັນ ເພື່ອເຮັດໃຫ້ວຽກງານຂອງຄະນະຊາວໜຸ່ມ ປປ ລາວ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ຄະນະຊາວໜຸ່ມທຸກຂັ້ນ ເອົາໃຈໃສ່ສືບຕໍ່ເອົາ ໃຈໃສ່ປັບປຸງກໍ່ສ້າງການຈັດຕັ້ງຂອງຕົນໃຫ້ເຂັ້ມແຂງໜັກແໜ້ນ, ມີຄວາມສາມາດພຽງພໍໃນການຈັດຕັ້ງ, ນໍາພາ, ຊີ້ນໍາການເຄື່ອນໄຫວຂອງຊາວໜຸ່ມ ໂດຍສະເພາະ ປັບປຸງກົງຈັກ, ປັບປຸງພາລະບົດບາດຂອງຄະນະຊາວໜຸ່ມແຕ່ລະຂັ້ນ, ສ້າງໃຫ້ມີໄວໜຸ່ມທີ່ເກັ່ງແລ້ວໃຫ້ເກັ່ງຂຶ້ນຕື່ມອີກ, ດີແລ້ວໃຫ້ດີຂຶ້ນຕື່ມ, ເຂັ້ມແຂງແລ້ວໃຫ້ເຂັມແຂງຂຶ້ນຕື່ມ ...

Read More »

ກອງປະຊຸມຄັ້ງປະຖົມມະລືກຂອງລັດຖະບານ ຊຸດທີ IX ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນ ເຊົ້າວັນທີ 8 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາສະມາຊິກລັດຖະບານ ຊຸດທີ IX ເຂົ້າຮ່ວມຢ່າງ​ພ້ອມ​ພຽງ. ກອງ​ປະ​ຊຸມຄັ້ງ​ນີ້, ເປັນກອງປະຊຸມຄັ້ງທໍາອິດຂອງລັດຖະບານ ພາຍຫຼັງທີ່ສະພາແຫ່ງຊາດ ຊຸດທີ IX ໄດ້ເຫັນດີຮັບຮອງເອົາກົງຈັກຂອງລັດຖະບານ ຊຸດທີ IX ຊຶ່ງປະກອບມີ 17 ກະຊວງ ແລະ 2 ອົງ ການທຽບເທົ່າກະຊວງ ແລະ ສະ​ມາ​ຊິກລັດຖະບານ ທັງ​ໝົດ 21 ທ່ານ ຍິງ 3 ທ່ານ. ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນແຕ່ວັນທີ 8-9 ເມສານີ້ ຊຶ່ງຈະໄດ້ພ້ອມກັນຮັບຟັງ, ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງຄື:ເຜີຍແຜ່ຂໍ້ຕົກລົງ ຂອງທ່ານນາຍົກລັດຖະມົນຕີ ວ່າ​ດ້ວຍການ​ແບ່ງ​ຄວາມ​ຮັ​ບ​ຜິດ​ຊອບ​ຂອງ​ນາ​ຍົກ ແລະ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ;ຮ່າງແຜນດຳເນີນງານ ຂອງລັດຖະບານ ຊຸດທີ IX ໄລ​ຍະ ...

Read More »

ອົງການອາຫານໂລກ ໃຫ້ການສະໜັບ ສະໜູນອາຫານ ແກ່ແຮງງານລາວ

ໃນວັນທີ 6 ເມສາທີ່ຜ່ານມານີ້ ຢູ່ກະຊວງສາທາລະນະສຸກ ອົງການອາຫານໂລກໄດ້ສືບຕໍ່ຂະຫຍາຍການຮ່ວມມື ໃນການສະໜັບສະໜູນຊ່ວຍອາຫານໃຫ້ແກ່ແຮງງານລາວ ທີ່ກັບຈາກປະເທດເພື່ອນບ້ານ ໃນສູນຈຳກັດບໍລິເວນ ຢູ່ 5 ແຂວງມີ: ແຂວງບໍ່ແກ້ວ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ, ໃນຈຳນວນ 1 ລ້ານໂດລາສະຫະລັດ. ເປັນກຽດມອບຮັບໂດຍທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ Jan Delbaere ຫົວໜ້າ ອົງການອາຫານໂລກ ປະຈຳ ສປປ ລາວ. ທ່ານ ດຣ ບຸນແຝງ ພູມມະໄລສິດ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ມາຍັງອົງການອາຫານໂລກ ທີ່ຮ່ວມແຮງຮ່ວມໃຈສຸມທຸກກຳລັງແຮງ ແລະ ສະຕິປັນຍາໃນການຂໍທຶນ ເພື່ອມາຊ່ວຍເຫລືອ ປະຊາຊົນລາວ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19. ໃນປີ 2020 ທີ່ຜ່ານມາ ອົງການອາຫານໂລກ ໄດ້ຮັບລາງວັນ Novel Peace Prize ...

Read More »

ມອບ-ຮັບ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ນາຍົກ ຢ້ຳພັດທະນາສື່ ໃຫ້ສູ່ຄຸນນະພາບ ທັນສະໄໝ ແລະ ວ່ອງໄວ)

ໃນວັນທີ 7 ເມສາ 2021, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ພິທີມອບ-ຮັບ ເລຂາຄະນະພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ລະຫວ່າງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຖວທ (ຜູ້ເກົ່າ) ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ (ຜູ້ໃໝ່) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ບັນດາສະຫາຍກຳມະການພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ບັນດາພະນັກງານຫລັກແຫລ່ງຂອງກະຊວງ ຖວທ ເຂົ້າຮ່ວມ. ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາຕົນເອງໄດ້ຕັ້ງໃຈປະຕິບັດໜ້າທີ່ ໃຫ້ສົມເຫື່ອແຮງ, ຄວາມຮູ້ຄວາມສາມາດ ແລະ ຄວາມຫ່ວງໄຍຂອງຕົນເຂົ້າໃສ່ວຽກງານທີ່ພັກ-ລັດມອບໝາຍ ແລະ ຮ່ວມກັບບັນດາສະຫາຍ ຄະນະພັກ ແລະ ພະນັກງານຫລັກແຫລ່ງ ເຮັດສຳເລັດໜ້າທີ່ການເມືອງແຫ່ງການເຄື່ອນໄຫວວຽກງານ ...

Read More »

ສອງນາຍົກລັດຖະມົນຕີລາວ-ຫວຽດນາມ ຮ່ວມພົບປະທາງໄກເສີມຂະຫຍາຍການພົວພັນຮ່ວມມື

ໃນຕອນແລງຂອງວັນທີ 06 ເມສາ 2021, ທີ່ ສຳນັກງານນາຍົກລັດຖະມົນຕີ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ມີການໂອ້ລົມສົນທະນາທາງໂທລະສັບ ກັບ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ. ການພົບປະແບບທາງໄກຄັ້ງນີ້ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ ສອງພັກ ສອງລັດ ໄດ້ສຳເລັດກອງປະຊຸມໃຫຍ່ຂອງຕົນ, ສະພາແຫ່ງຊາດລາວ ກໍ່ໄດ້ສຳເລັດກອງປະຊຸມຄັ້ງປະຖົມະລຶກ ຊຸດທີ IX ດ້ວຍຜົນສຳເລັດອັນຈົບງາມ ແລະ ສະພາແຫ່ງຊາດ ຫວຽດນາມ ກໍ່ກຳລັງດຳເນີນກອງປະຊຸມສະໄໝສາມັນເທື່ອທີ XI ຊຸດທີ XIV ແລະ ໃນທ່າມກາງທີ່ສະພາບການພາກພື້ນ ແລະ ສາກົນ ຍັງມີຄວາມສັບສົນ. ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍທີ່ ສະຫາຍ ຟ້າມ ມິງ ຈິງ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ຄົນໃຫມ່ ...

Read More »

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງການເງິນ (ນາຍົກ ເນັ້ນຄຸ້ມຄອງລາຍຮັບ-ລາຍຈ່າຍ ໃຫ້ດີ)

ໃນວັນທີ 6 ເມສາ 2021 ທີ່ກະຊວງການເງິນ ໄດ້ມີພິທີມອບ-ຮັບລັດຖະມົນຕີ ກະ ຊວງການເງິນຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ. ໃນພິທີ ທ່ານ ນາງ ວິໄລວັນ ເພັງສະຫວັດ ໄດ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານບັນດານິກຳຕ່າງໆ ເປັນຕົ້ນແມ່ນ ລັດຖະດຳລັດປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 120/ປປທ ລົງວັນທີ 24 ມີນາ 2021 ວ່າດ້ວຍການອອກພັກການ-ຮັບອູດໜູນບຳນານ ໂດຍອະນຸມັດໃຫ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ອອກພັກການ-ຮັບອຸດໜູນບຳນານ; ລັດຖະດຳລັດປະທານປະເທດ ແຫ່ງ ສປປ ລາວ ...

Read More »

ມອບ-ຮັບ ປະທານສູນກາງແນວລາວສ້າງຊາດ ຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 5 ເມສາ 2021 ສູນກາງແນວລາວສ້າງຊາດ ໄດ້ມີພິທີມອບ-ຮັບໜ້າທີ່ ປະທານສູນກາງແນວລາວສ້າງຊາດ ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ກຳ ມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ຜູ້ເກົ່າ) ແລະ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳ ການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ມີບັນດາພະນັກງານຫລັກແຫລ່ງ, ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນສູນກາງແນວລາວສ້າງຊາດ ເຂົ້າຮ່ວມ. ທ່ານ ນາງ ບຸດສະດີ ທະນະເມືອງ ໄດ້ຕາງໜ້າໃຫ້ຄະນະຈັດຕັ້ງສູນກາງພັກ ຜ່ານບັນດານິຕິກຳຕ່າງໆ ເປັນຕົ້ນແມ່ນ: ຄຳສັ່ງຂອງກົມກາເມືອງສູນກາງພັກ ສະບັບເລກທີ 04/ກມສພ ລົງວັນທີ 15/03/2021 ວ່າດ້ວຍການຍົກຍ້າຍພະນັກງານຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍໃຫ້ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ຜູ້ເກົ່າ) ...

Read More »

ສະຫລອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ (ປະທານປະເທດເນັ້ນ ຕໍາຫຼວດຕ້ອງມີຈິດໃຈຮັບໃຊ້ປະຊາຊົນ ມີຈັນຍາບັນ-ຈັນທໍາ)

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີໂຮມຊຸມນຸມສະເຫລີມສະຫລອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊົນ ຄົບຮອບ 60 ປີ (5 ເມສາ 1961-5 ເມສາ 2021) ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 5 ເມສາ 2021, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ, ມີບັນດາການນໍາພັກ-ລັດຂັ້ນສູງ, ພະນັກງານອາວຸໂສບຳນານ, ນາຍ ແລະ ພົນຕຳຫລວດ ເຂົ້າຮ່ວມ. ສະຫາຍ ພົທ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວຕໍ່ພິທີສະເຫລີມສະຫລອງຄັ້ງນີ້ວ່າ: ປະຫວັດສາດແຫ່ງການກຳເນີດ ແລະ ຄວາມເປັນມາ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນຕິດພັນສະໜິດແໜ້ນກັບມູນເຊື້ອອັນສະຫງ່າງາມຂອງຊາດ, ມູນເຊື້ອແຫ່ງການນຳພາອັນປີຊາສາມາດ ສະຫລາດສ່ອງໃສຂອງພັກເຮົາ ໃນພາລະກິດການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ການກຳເນີດເກີດຂຶ້ນ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ...

Read More »

ມອບ-ຮັບ ໜ້າທີ່ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຜູ້ເກົ່າ ແລະ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 5 ເມສາ 2021 ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ມີບັນດາສະຫາຍຄະນະພັກ, ການນໍາ ແລະ ສະມາ ຊິກພັກ, ພະນັກງານພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ. ໃນພິທີ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວລາຍງານ ກ່ຽວກັບວຽກງານການເຄື່ອນໄຫວໂດຍຫຍໍ້ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃນໄລຍະ 5 ປີຜ່ານມາ ນັບແຕ່ປີ 2015 ເປັນຕົ້ນມາ ພາຍຫລັງໄດ້ມີການປັບປຸງຄັ້ງສຳຄັນ ໂດຍໄດ້ແຍກອອກຈາກອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ມາເປັນອົງຄະນະພັກເອກະລາດເປັນຄັ້ງທຳອິດ, ເຊິ່ງສາມາດຍາດໄດ້ຜົນສຳເລັດສຳຄັນຫລາຍດ້ານ ໃນການປະຕິບັດໜ້າທີ່ເປັນເສນາໃຫ້ແກ່ສູນກາງພັກໃນວຽກງານຕ່າງປະເທດຂອງພັກ ແລະ ການທູດປະຊາຊົນ ທັງໃນກອບສອງຝ່າຍ ...

Read More »