ຈີນພ້ອມສົ່ງວັກຊີນໂຄວິດ-19 ສູ່ສາທາລະນະ ເດືອນພະຈິກນີ້…

ສຳນັກຂ່າວີຣອຍເຕີລາຍງານອ້າງເຈົ້າໜ້າທີ່ສູນຄວບຄຸມ ແລະປ້ອງກັນພະຍາດ (CDL) ຂອງຈິນເປີດເຜີຍວ່າ: ວັກຊີນຕ້ານໂຄວິດ-19 ທີ່ຈີນພັດທະນາຂຶ້ນໃນເດືອນພຶດສະພາ ພ້ອມໃຊ້ໄດ້ໃນເດືອນພະຈິກນີ້.

นักวิจัยสหรัฐฯ แจงเหตุผล 4 ข้อยัน 'โควิด-19' เป็นไปได้ยากที่จะหลุดจากแล็บ -  SONDHI TALK

ປັດຈຸບັນຈີນມີວັກຊີນໂຄວິດ-19 ຈຳນວນ 4 ລາຍການຢູ່ໃນການທົດລອທາງຄຣີນິກເປັນຂັ້ນຕອນສຸດທ້າຍໂດຍກ່ອນໜ້ານີ້ ໄດ້ມີການເປີດໂຕວັກຊີນຢ່າງໜ້ອຍ 3 ລາຍການໄປໃນເດືອນກໍລະກົດ ເພື່ອສະເໜີສັກໃຫ້ຜູ້ປະຕິບັດງານທີ່ຈຳເປັນໃນກໍລະນີສຸກເສີນ

แอมเจน ไทย

ທ່ານ ນາງ ກຸ້ຍເສິ່ນ ອູ໋ ຫົວໜ້າດ້ານຄວາມປອດໄພຊີວະພາບຂອງ CDL ໃຫ້ສຳພາດທາງໂທລະພາບທາງການຈີນ ໃນວັນທີ 14 ກັນຍານີ້ວ່າ: ການທົດລອງວັກຊີນຕ້ານໂຄວິດ -19 ທີ່ກຳລັງຢູ່ໃນຂັ້ນຕອນຄຣີນິກມີຄວາມລື່ນໄຫຼ ແລະພ້ອມນຳອອກສູ່ສາທາລະນະໄດ້ໃນເດືອນພະຈິກ ຫຼືທັນວານີ້

นักวิจัยเลี้ยงไวรัสโคโรนา ใช้ค้นคว้าวัคซีนป้องกันโควิด-19

ເຖິງຢ່າງໃດກໍ່ຕາມ, ຜູ້ຜະລິດວັກຊີນທົ່ວໂລກໄດ້ເລັ່ງແຂ່ງຂັນກັນພັດທະນາວັກຊີນປ້ອງກັນໄວຣັສທີ່ມີປະສິດທິພາບ ຊຶ່ງໂຄວິດ-19 ຂ້າຊີວິດຄົນໄປແລ້ວ 925,000 ກວ່າຄົນ ໂດຍຜູ້ຜະລິດວັກຊີນຊັ້ນນຳຂອງຕາເວັນຕົກໃຫ້ຄຳໝັ້ນໃນຕົ້ນເດືອນກັນຍາວ່າ: ຈະຮັກສາມາດຕະຖານການສຶກສາຄົ້ນຄວ້າທາງວິທະຍາສາດ ແລະປະຕິເສດແຮງກົດດັນທາງການເມືອງໃດໆທີ່ຕ້ອງພັດທະນາຂັ້ນຕອນອອກສູ່ຕະຫຼາດ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

Comments