ຮ່ວມກັນສຶກສາຂໍ້ມູນທ່າແຮງແຫຼ່ງແຮ່ທາດ ຢູ່ 2 ແຂວງ

ໃນວັນທີ 15 ກັນຍາ 2020 ຢູ່ທີ່ຫ້ອງປະຊຸມ ຊັ້ນ 3 ຕຶກສູນບໍລິການຊອກຄົ້ນ, ສໍາຫຼວດ ແລະ ວິໄຈແຮ່ທາດ (ຫຼັກ 8), ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາ ວ່າດ້ວຍການສຶກສາຂໍ້ມູນເບື້ອງຕົ້ນທ່າແຮງແຫຼ່ງແຮ່ທາດ ຢູ່ເຂດເມືອງສົບເບົາ ແຂວງຫົວພັນ ແລະ ເມືອງຊານໄຊ ແຂວງອັດຕະປື.

ເປັນການເຊັນສັນຍາກັນລະຫວ່າງ ລັດວິສາຫະກິດ ພັດທະນາແຮ່ທາດລາວ ກັບ ບໍລິສັດ ລາວຟູເຊີງ ພັດທະນາ ລົງທຶນອຸດສາຫະກຳ ຈຳກັດ, ຮ່ວມລົງນາມໂດຍ ທ່ານ ບຸນລັດ ວິໄລສູກ ຜູ້ອຳນວຍການ ລັດວິສາຫະກິດ ພັດທະນາແຮ່ທາດລາວ ແລະ ທ່ານ ຫຼີ ຟູຄຸຍ ຜູ້ອຳນວຍການ ບໍລິສັດ ລາວຟູເຊີງ ພັດທະນາ ລົງທຶນອຸດສາຫະກຳ ຈຳກັດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ແກ້ວ ຄຳຜາວົງ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ພ້ອມດ້ວຍຄະນະຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຄີພະຍານ.

ໂດຍອີງຕາມ ໜັງສືແຈ້ງການ ຂອງຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ: 2533/ຫກ, ລົງວັນທີ 9 ກັນຍາ 2020 ເຫັນດີອະນູມັດໃຫ້ ລັດວິສາຫະກິດ ພັດທະນາແຮ່ທາດລາວ ເຊັນສັນຍາຮ່ວມມື (MOU) ວ່າດ້ວຍການສຶກສາຂໍ້ມູນເບື້ອງຕົ້ນທ່າແຮງແຫຼ່ງແຮ່ທາດ. ຢູ່ແຂວງຫົວພັນ ແລະ ແຂວງອັດຕະປື ຮ່ວມກັບ ບໍລິສັດ ລາວຟູເຊີງ ພັດທະນາ ລົງທຶນອຸດສາຫະກຳ ຈຳກັດ.

ແຫຼ່ງຂໍ້ມູນ: ຂ່າວສານພະລັງງານ ແລະ ບໍ່ແຮ່

Comments