ເພື່ອເປັນການປ້ອງກັນເຫດອັກຄີໄພ, ເພື່ອຄວາມເທົ່າທຽມກັນຂອງຜູ້ບໍລິໂພກ ແລະ ພ້ອມທັງເປັນການປ້ອງກັນຜູ້ບໍຫວັງດີ ທີ່ພາກັນກັກຕູນນ້ຳມັນໄປຂາຍເກີນລາຄາທາງນອກ ດັ່ງນັ້ນ ແຕ່ມື້ນີ້ເປັນຕົ້ນໄປ ປ້ຳ ພລັສ ທຸກປ້ຳທີ່ ປີໂຕຣເທຣດ ບໍລິຫານເອງທັງໝົດ #ຈະບໍ່ຈຳໜ່າຍໃຫ້ໂດຍການໃສ່ຕຸກ ທຸກໆປະເພດ ທຸກໆກໍລະນີ. #ຈະຍົກເວັ້ນບາງກໍລະນີທີ່ຈຳເປັນທີ່ສຸດ ຕາມການເຫັນດີຂອງຜູ້ຈັດການປ້ຳທີ່ໜ້າງານເທົ່ານັ້ນ. ຂໍ້ມູນ: PetroTrade
Read More »ກະແສສັງຄົມ
ລະວັງເສບຂ່າວປອມ! ເຫດການປຸ້ນຊິງຊັບຍິງສາວ ເຈົ້າໜ້າທີ່ຢືນຢັນຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້.
ລະວັງເສບຂ່າວປອມ! ເຫດການປຸ້ນຊິງຊັບຍິງສາວ ເຈົ້າໜ້າທີ່ຢືນຢັນຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້. + ໃນເວລາ 1:30 ຫາ 2:00 ໂມງ ຕອນກາງຄືນຂອງວັນທີ 16-17 ພຶດສະພາ 2022 ໄດ້ມີຄົນຮ້າຍຈຳນວນ 5 ຄົນ ( ຮູບຕາມກ້ອງວົງຈອນ ) ຈີ້ຍິງສາວ ອາຍຸ 30 ປີ, ເຮືອນຢູ່ຮ່ອມ 3 ບ້ານດົງນາໂຊກເຫນືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ບັງຄັບເມືອເຮືອນ ແລ້ວບອກລະຫັດໄຂຕູ້ເຊັບກວດເອົາຊັບສິນມີຄ່າຈຳນວນຫຼາຍລາຍການແລ້ວຫລົບຫນີໄປ. + ເຫດການໃນເບື້ອງຕົ້ນ ໃນເວລາ 19:00 ໂມງ ຂອງວັນທີ 16 ພຶດສະພາ ຜູ້ເສຍຫາຍໄດ້ຂັບລົດ ໂຕໂຍຕ້າ ແລນກຸຍເຊິ້ ໄປກິນເບຍ ກັບຫມູ່ ຢູ່ຫລາຍຮ້ານ, ຕໍ່ມາໄດ້ຍ້າຍມາກິນຢູ່ຮ້ານແຄມຂອງ ເຊີ່ງເປັນຮ້ານສຸດທ້າຍ. ພໍຮອດທ່ຽງຄືນຜູ້ເສຍຫາຍຈະກັບເຮືອນ ຍ່າງມາຫາລົດຢູ່ບ່ອນຈອດລົດ, ໃນຂະນະນັ້ນ ມີຜູ້ຊາຍ 5 ຄົນ ໄດ້ເອົາປຶນຈິ້ຜູ້ກ່ຽວບັງຄັບໃຫ້ພາເມືອເຮືອນ ພໍຮອດເຮືອນບັງຄັບໃຫ້ບອກລະຫັດຕູ້ເຊັບຢູ່ຊັ້ນລຸ່ມເຮືອນ ຈາກນັ້ນ ກໍໄຂເອົາຊັບສິນທີ່ມີຄ່າ, ຄົນຮ້າຍກໍຂີ່ລົດຫລົບຫນີ ໂດຍນຳໃຊ້ລົດກະບະ ແລະ ລົດເກັງ ...
Read More »ນໍ້າມັນແພງ! ນໍ້າມັນຂາດປໍ້າ ເກີດຈາກຫຼາຍປັດໄຈ ແຕ່ລັດຖະບານເຮັດທຸກວິທີທາງເພື່ອຊ່ວຍເຫຼືອປະຊາຊົນ
ນໍ້າມັນແພງ! ນໍ້າມັນຂາດປໍ້າ ເກີດຈາກຫຼາຍປັດໄຈ ແຕ່ລັດຖະບານເຮັດທຸກວິທີທາງເພື່ອຊ່ວຍເຫຼືອປະຊາຊົນ. ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຖະແຫຼງຕໍ່ສື່ມວນຊົນເມື່ອວັນທີ 10 ພຶດສະພາ 2022 ທີ່ກະຊວງ ອຄ ໃຫ້ຮູ້ວ່າ: ສປປ ລາວ ເປັນປະເທດນໍາເຂົ້າ ນ້ຳມັນເຊື້ອໄຟ ຈາກຕ່າງປະເທດ 100% ຊຶ່ງປັດຈຸບັນ, ຈາກສະພາບການຂອງໂລກ ທີ່ມີການປ່ຽນແປງ ສົ່ງຜົນເຮັດລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ເວົ້າລວມ, ເວົ້າສະເພາະ ລາຄານໍ້າມັນເຊື້ອໄຟສໍາເລັດຮູບຕະຫຼາດສິງກະໂປ ຍັງສືບຕໍ່ເໜັງຕີງຂຶ້ນສູງ. ຕໍ່ບັນຫາດັ່ງກ່າວນັ້ນ ໄດ້ສົ່ງຜົນກະທົບໂດຍກົງເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟພາຍໃນປະເທດເຮົາປັບຂຶ້ນເປັນເງົາຕາມໂຕ ຊຶ່ງການປັບລາຄາໃນຄັ້ງວັນທີ 30 ເມສາ 2022 ທີ່ຜ່ານມາ ແມ່ນມີຄວາມຈຳເປັນເພື່ອເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບການ. ແຕ່ດ້ວຍປັດໄຈພາຍນອກ ຄຽງຄູ່ກັບບັນຫາອັດຕາແລກປ່ຽນເງິນຕາຕ່າງປະເທດ ມີສ່ວນຜິດດ່ຽງສູງລະຫວ່າງທະນາຄານທຸລະກິດ ກັບຮ້ານແລກປ່ຽນເງິນຕາ, ການປະຕິບັດມາດຕະການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ທີ່ຕ້ອງເພີ່ມຂັ້ນຕອນ ແລະ ເພີ່ມລາຍຈ່າຍຂອງຜູ້ປະກອບການ ເຮັດໃຫ້ຫຼາຍບໍລິສັດຕົກຢູ່ໃນສະພາບຂາດທຶນ ແລະ ບໍ່ສາມາດນຳເຂົ້ານ້ຳມັນເຊື້ອໄຟມາຮັບໃຊ້ສັງຄົມໄດ້ຢ່າງທົ່ວເຖິງ. ອີກດ້ານໜຶ່ງ, ເຫັນວ່າມີບາງບໍລິສັດທີ່ມີການເຄື່ອນໄຫວບໍ່ຖືກຕ້ອງ, ໂດຍສະເພາະແມ່ນປ້ຳບໍລິການນ້ຳມັນເຊື້ອໄຟ ຈຳນວນໜຶ່ງ ມີການລັກລອບຊື້ນ້ຳມັນຈາກພາກສ່ວນອື່ນມາລົງປ້ຳ, ...
Read More »Marcos Jr. ປະທານາທິບໍດີຟິລິບປິນຄົນໃໝ່ ຊະນະເລືອກຕັ້ງດ້ວຍຄະແນນທັງໝົດ 93.8%
Marcos Jr. ປະທານາທິບໍດີຟິລິບປິນຄົນໃໝ່ ຊະນະເລືອກຕັ້ງດ້ວຍຄະແນນທັງໝົດ 93.8% ສູງເພີ່ມເປັນ 2 ເທົ່າຂອງຄູ່ແຂ່ງ. ໄຊຊະນະໃນການເລືອກຕັ້ງຄັ້ງນີ້ ເປັນຈຸດເລີ່ມຕົ້ນໃຫ້ຕະກູນ Marcos ຫວນຄືນສູ່ການປົກຄອງຟິລິບປິນ ຫຼັງຈາກເມື່ອ 36 ປີກ່ອນ ເກີດເຫດການປະຕິວັດເຮັດໃຫ້ອະດີດປະທານາທິບໍດີ Ferdinand Marcos ພໍ່ຂອງ Marcos Jr. ຈໍາເປັນຕ້ອງໄດ້ລີ້ໄພຢູ່ສະຫະລັດ. ຄະນະກໍາມະການການເລືອກຕັ້ງຟິລິບປິນ ລາຍງານຜົນການນັບຄະແນນການເລືອກຕັ້ງ ຢ່າງບໍ່ເປັນທາງການ (COMELEC) ລະບຸວ່າ Marcos Jr. ໄດ້ຮັບຄະແນນສຽງ 29.9 ລ້ານສຽງ ສູງເພີ່ມເປັນສອງເທົ່າຂອງ Leni Robredo ຮອງປະທານາທິບໍດີ ໂດຍໄດ້ນັບຄະແນນທັງໝົດແລ້ວ 93.8% ຄາດວ່າ ຜູ້ນຳຄົນໃໝ່ ຂອງຟີລິບປິນ ຈະເຂົ້າຮັບ ຕຳແໜ່ງ ຢ່າງເປັນທາງການ ໃນວັນທີ 30 ເດືອນມິຖຸນາ ໂດຍຈະມີວາລະ ການບໍລິຫານ ປະເທດ ເປັນເວລາ 6ປີ ແລະ ຈະດຳລົງຕຳແໜ່ງ ພຽງສະໄໝດຽວ ເທົ່ານັ້ນ. ຂໍ້ມູນ: ກຸງເທບທຸລະກິດ
Read More »ຫວຽດນາມ ເປີດສູນສື່ມວນຊົນ ຊີເກມ ຄັ້ງທີ31
ວັນທີ 9 ພຶດສະພາ 2022, ຫວຽດນາມ ເປີດສູນສື່ມວນຊົນ (MPC) ແລະ ສູນໂທລະພາບ ສາກົນ (IBC) ຂອງງານມະຫາກຳ ກິລາ ອາຊີ ຕາເວັນອອກ ສ່ຽງໃຕ້ ຄັ້ງທີ 31 (SEA Games 31)ຢ່າງເປັນທາງການ ຢູ່ສູນກອງປະຊຸມ ແຫ່ງຊາດ ນະຄອນຫລວງ ຮ່າໂນ້ຍ. ໂດຍສູນສື່ມວນຊົນ ດັ່ງກ່າວ ຈະຮັບໜ້າທີ່ ສ້າງທຸກເງື່ອນ ໄຂສະດວກ ເພື່ອໃຫ້ ພະນັກງານ, ນັກຂ່າວ ເຮັດວຽກຢູ່ SEA Games 31 ຄື: ສະໜອງ, ໜູນຊ່ວຍ ບັນດາການບໍລິການ ຮັບໃຊ້ການໃຫ້ຂ່າວຂອງນັກຂ່າວ; ລະບົບ ເຕັກໂນໂລຊີ ຂໍ້ມູນ ຂ່າວສານ ຂຸດຄົ້ນ ແລະ ສົ່ງຂ່າວ, ພາຫະນະ ໄປມາ; ຈັດກອງປະຊຸມ ຂ່າວສະໜອງຂໍ້ມູນ, ຈັດການ ສຳພາດ ເມື່ອມີຄວາມຮຽກຮ້ອງ. ສູນຜະລິດຂ່າວ ງານມະຫາກຳ ກິລາ (ດ້ວຍພາສາ ...
Read More »ແຈ້ງການ! ເຫັນດີໃຫ້ ເຂົ້າ-ອອກ ປະເທດໄດ້ ທຸກດ່ານສາກົນ ເຫັນດີໃຫ້ເປີດຮ້ານບັນເທີງ ແລະ ຄາລາໂອເກະ ເລີ່ມ 9 ພຶດສະພານີ້
ແຈ້ງການ ຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເລກທີ 627 /ຫສນຍ ນະຄອນຫຼວງວຽງຈັນ, ວັນທີ07. 5.2022 ເລື່ອງ: ທິດຊີ້ນໍາກ່ຽວກັບມາດຕະການໃນການເຂົ້າ-ອອກ ສປປ ລາວ ແລະ ມາດຕະການຜ່ອນຜັນພາຍໃນ່ ປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງ ການຕົກລົງ ແລະ ຊີ້ນໍາ ຂອງລັດຖະບານ ມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້: ເຫັນດີໃຫ້ຜ່ອນຜັນມາດຕະການໃນການເຂົ້າ-ອອກ ສປປ ລາວ ດັ່ງນີ້: 1) ເປີດດ່ານສາກົນທຸກດ່ານ ສໍາລັບການເຂົ້າ-ອອກ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ. 2) ອະນຸຍາດໃຫ້ພົນລະເມືອງຂອງບັນດາປະເທດທີ່ມີສັນຍາຍົກເວັ້ນວີຊາ (VISA) ກັບ ສປປ ລາວ ແບບສອງຝ່າຍຫຼື ຝ່າຍດຽວ ສາມາດເດີນທາງເຂົ້າ ສປປ ລາວ ໂດຍບໍ່ຈໍາເປັນຕ້ອງຂໍVISA. 3) ສໍາລັບພົນລະເມືອງຂອງບັນດາປະເທດ ທີ່ບໍ່ມີສັນຍາຍົກເວັ້ນ VISA ກັບ ສປປ ລາວ ແມ່ນ ສາມາດຂໍ VISAຈາກສະຖານທູດ, ...
Read More »ລົດໄຟຟ້າ ກາຍເປັນທາງເລືອກໃໝ່ ໃນສະພາບນ້ຳມັນແພງທົ່ວໂລກ
ວັນທີ4ພຶດສະພານີ້, ລາຄາ ນ້ຳມັນ ເຊື້ອໄຟທີ່ເພີ່ມສູງຂຶ້ນທົ່ວໂລກເຮັດໃຫ້ ລົດໄຟຟ້າ ກາຍເປັນທາງເລືອກໃໝ່ ໃນຍຸກນນ້ຳແພງ ໂດຍສະເພາະຊາວບຣາຊິນຈຳນວນຫລາຍ ຫັນໄປໃຊ້ລົດຖີບໄຟຟ້າ ແລະ ລົດໄຟຟ້າ ທີ່ເປັນ ພະລັງງານສະອາດ ເພີ່ມສູງຂຶ້ນ 27% ເມື່ອທຽບໃສ່ ປີກາຍ ແລະ ຄາດວ່າປີນີ້ຍອດຈຳໜ່າຍລົດໄຟຟ້າ ຈະຂະຫຍາຍຕົວເພີ່ມຂຶ້ນເຖິງ50% ໂດຍລົດຖີບ ໄຟຟ້າໄດ້ຮັບຄວາມນິຍົມເພີ່ມຂຶ້ນ ຢ່າງຕໍ່ເນື່ອງຍ້ອນລາຄານ້ຳມັນແພງ ເຮັດໃຫ້ຊາວບຣາຊິນ ຕ່າງພາກັນຢຸດໃຊ້ລົດພະລັງງານເຊື້ອເພີງ ແລະ ຫັນມາໃຊ້ລົດໄຟຟ້າແທນໃນການຂັບຂີ່ໃນຊີວິດປະຈຳວັນ. ຂໍ້ມູນ: ປະເທດລາວ
Read More »ສ້າງຄວາມເຂັ້ມແຂງ ແກ່ຜູ້ຮັບຜິດຊອບສູນຂໍ້ມູນຂ່າວສານແຮງງານເຄື່ອນຍ້າຍ ເພື່ອຢຸດຕິຄວາມຮຸນແຮງໂດຍສະເພາະຕໍ່ເພດຍິງ
ສ້າງຄວາມເຂັ້ມແຂງ ແກ່ຜູ້ຮັບຜິດຊອບສູນຂໍ້ມູນຂ່າວສານແຮງງານເຄື່ອນຍ້າຍ ເພື່ອຢຸດຕິຄວາມຮຸນແຮງ ແລະ ການລ່ວງລະເມີດໂດຍສະເພາະຕໍ່ເພດຍິງ. ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດຝຶກອົບຮົມຢຸດຕິຄວາມຮຸນແຮງ ແລະ ການລ່ວງລະເມີດຢູ່ສະຖານທີ່ເຮັດວຽກໃຫ້ແກ່ຜູ້ຮັບຜິດຊອບສູນຂໍ້ມູນຂ່າວສານສຳລັບແຮງງານເຄື່ອນຍ້າຍ(MRC) ຈຸດບໍລິການຈັດຫາງານ 6 ແຂວງຄື: ແຂວງບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ໃນລະຫວ່າງວັນທີ 3-4 ພຶດສະພາ 2022 ທີ່ນະຄອນຫລວງວຽງຈັນ. ໃນຖານະທີ່ເປັນປະເທດສົ່ງອອກແຮງງານ ໂຄງການດັ່ງກ່າວຈະສຸມໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງໄດ້ຮັບການປົກປ້ອງ, ຄຸ້ມຄອງ ແລະ ຮັບຮູ້ສິດຂອງຕົນ. ແນໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງ ມີສ່ວນຮ່ວມຫລາຍຂຶ້ນ ໃນການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດ ແລະ ພາກພື້ນອາຊຽນ. (ທ່ານ ນາງ ອານຸສອນ ຄຳສິງສະຫວັດ) ການຝຶກອົບຮົມຄັ້ງນີ້, ເພື່ອສ້າງຄວາມເຂັ້ມແຂງ ແລະ ເພີ່ມຄວາມຮູ້ກ່ຽວກັບຄວາມສຳຄັນຂອງບັນຫາຄວາມຮຸນແຮງ ແລະ ການລ່ວງລະເມີດຢູ່ສະຖານທີ່ເຮັດວຽກ ແກ່ຜູ້ຮັບຜິດຊອບສູນຂໍ້ມູນຂ່າວສານສຳລັບແຮງງານເຄື່ອນຍ້າຍ(MRC) ເຊິ່ງເປັນກິດຈະກຳໜຶ່ງໃນແຜນງານ ໂຄງການເຄື່ອນຍ້າຍແຮງງານແບບປອດໄພ ແລະ ມີຄວາມຍຸຕິທໍາ (Safe and Fair Programme) ປີ ...
Read More »ຫ້ອງວິເຄາະ “ຈໍາປາສາຍໄໝ” ຢູ່ໂຮງໝໍແຂວງຈຳປາສັກກວດໂຄວິດແບບ Real-Time PCR ໄດ້ສູງ 3,000 ຕົວຢ່າງຕໍ່ມື້
ຫ້ອງວິເຄາະ “ຈໍາປາສາຍໃໝ” , ໂດຍມີ STD ເປັນຄູ່ຮ່ວມງານ ໃນໂຄງການ 11 ລ້ານ ໂດລາສະຫະລັດ.ຫ້ອງທົດລອງ ຈຳປາ LSEA ໄດ້ຖືກຕິດຕັ້ງດ້ວຍລະບົບກົນຈັກອັດຕະໂມມັດສອງລະດັບຂອງ MGI ຊ່ວຍໃຫ້ນັກວິຊາການຫ້ອງທົດລອງສາມາດກວດໄດ້ເຖິງ 3,000 ຕົວຢ່າງຕໍ່ມື້, ແລະສູງເຖິງ 30,000 ຕົວຢ່າງຕໍ່ມື້ ຖ້າຫາກວ່າຕົວຢ່າງ 10ອັນ ຖືກລວມຢູ່ໃນທໍ່ດຽວແລ້ວນຳໄປກວດເປັນຊຸດ. Dr. Khamsing Keothongku , ຜູ້ອໍານວຍການໂຮງໝໍແຂວງຈໍາປາສັກ ໃຫ້ຮູ້ວ່າ: ໂຄງການສ້າງຕັ້ງຫ້ອງວິເຄາະຈໍາປາສາຍໄໝ ແມ່ນການຮ່ວມມື ລະຫວ່າງ ໂຮງໝໍ ແຂວງ ຈໍາປາສັກ ແລະ ບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ. ຫ້ອງວິເຄາະຈຳປານີ້ ແມ່ນມີປະໂຫຍດທີ່ດີສຸດ ຕໍ່ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດແຂວງຈໍາປາສັກ ແລະ ແຂວງອ້ອມຂ້າງ.ປະກອບດ້ວຍເຄື່ອງຈັກກວດທີ່ທັນສະໄໝ ແລະ ເພື່ອເປັນພັດການພັດທະນາບຸກຄະລາກອນທາງການແພດ ຂອງໂຮງໝໍ ແຂວງຈໍາປາສັກອີກດ້ວຍ ເຮັດໃຫ້ມີຄວາມຊໍານິຊໍານານໃນການກວດຫາເຊື້ອພະຍາດດັ່ງກ່າວໄດ້ໄວ ແລະ ທັນການ. Mr. Xiang Li, ປະທານບໍລິສັດ ສີທັນດອນ ໃຫ້ຮູ້ວ່າ :ຈູດປະສົງຂອງການສ້າງຕັ້ງຫ້ອງວິເຄາະຈໍາປາສາຍໄໝ ແມ່ນເພື່ອເປັນການຮັບປະກັນ ...
Read More »ເດນມາກ ກາຍເປັນປະເທດທຳອິດຂອງ EU ທີ່ຍົກເລີກທຸກມາດຕະການຈຳກັດ Covid-19
ສຳນັກຂ່າວ Copenhagen, ເດນມາກ (CNN) ລາຍງານ ໃນວັນທີ 1 ກຸມພາ 2022 ນີ້ວ່າ: ເດນມາກ ໄດ້ຍົກເລີກບັນດາມາດຕະການກໍຄືຂໍ້ຈຳກັດ Covid-19 ທັງຫມົດພາຍໃນປະເທດ, ໃຫ້ພະຍາດ coronavirus ເປັນພະຍາດ “ທີ່ບໍ່ໄດ້ສ້າງຄວາມເຈັບປ່ວຍທີ່ຮ້າຍແຮງຕໍ່ສັງຄົມ,” ອີງຕາມລັດຖະບານ. ນີ້ຫມາຍຄວາມວ່າການບັງຄັບໃຊ້ ຄຳສັ່ງທີ່ໃຫ້ໃສ່ຫນ້າກາກພາຍໃນເຮືອນ, ການໃຊ້ “Covid pass” ເມື່ອເຂົ້າບາ, ຮ້ານອາຫານ ແລະ ສະຖານທີ່ພາຍໃນອື່ນໆ,“ບໍ່ມີໃຜສາມາດຮູ້ໄດ້ວ່າຈະເກີດຫຍັງຂຶ້ນໃນເດືອນທັນວາໜ້າທີ່ຈະມາຮອດ. ແຕ່ພວກເຮົາສັນຍາກັບພົນລະເມືອງຂອງເດນມາກວ່າພວກເຮົາຈະມີຂໍ້ຈໍາກັດອອກມາ ຖ້າຫາກວ່າພວກເຮົາມີຄວາມຈໍາເປັນແທ້ໆ ແລະພວກເຮົາກໍ່ຈະຍົກເລີກ ມັນໄວເທົ່າທີ່ຈະໄວໄດ້,” Magnus Heunicke ລັດຖະມົນຕີກະຊວງສາທາລະນະສຸກຂອງເດນມາກບອກ CNN. ວັນຈັນທີ່ຜ່ານມາ. “ນັ້ນແມ່ນສິ່ງທີ່ເກີດຂຶ້ນໃນປັດຈຸບັນ.” ອີງຕາມຂໍ້ມູນຂອງໂລກຂອງພວກເຮົາ, 81% ຂອງປະຊາກອນເດນມາກໄດ້ຮັບການສັກຢາປ້ອງກັນ Covid-19 ຄົບໂດສ. ນີ້ກໍ່ອາດແມ່ນເຫດຜົນທີ່ເຮັດໃຫ້ມີຜູ້ເຈັບປ່ວຍທີ່ຈຳເປັນຕ້ອງໄດ້ຮັກສາໂຕໃນໂຮງໝໍໜ້ອຍທີ່ສຸດ.ຂໍ້ມູນ CNN
Read More »