ຫ້ອງວິເຄາະ “ຈໍາປາສາຍໄໝ” ຢູ່ໂຮງໝໍແຂວງຈຳປາສັກກວດໂຄວິດແບບ Real-Time PCR ໄດ້ສູງ 3,000 ຕົວຢ່າງຕໍ່ມື້

ຫ້ອງວິເຄາະ “ຈໍາປາສາຍໃໝ” , ໂດຍມີ STD ເປັນຄູ່ຮ່ວມງານ ໃນໂຄງການ 11 ລ້ານ ໂດລາສະຫະລັດ.ຫ້ອງທົດລອງ ຈຳປາ LSEA ໄດ້ຖືກຕິດຕັ້ງດ້ວຍລະບົບກົນຈັກອັດຕະໂມມັດສອງລະດັບຂອງ MGI ຊ່ວຍໃຫ້ນັກວິຊາການຫ້ອງທົດລອງສາມາດກວດໄດ້ເຖິງ 3,000 ຕົວຢ່າງຕໍ່ມື້, ແລະສູງເຖິງ 30,000 ຕົວຢ່າງຕໍ່ມື້ ຖ້າຫາກວ່າຕົວຢ່າງ 10ອັນ ຖືກລວມຢູ່ໃນທໍ່ດຽວແລ້ວນຳໄປກວດເປັນຊຸດ.

Dr. Khamsing Keothongku , ຜູ້ອໍານວຍການໂຮງໝໍແຂວງຈໍາປາສັກ ໃຫ້ຮູ້ວ່າ: ໂຄງການສ້າງຕັ້ງຫ້ອງວິເຄາະຈໍາປາສາຍໄໝ ແມ່ນການຮ່ວມມື ລະຫວ່າງ ໂຮງໝໍ ແຂວງ ຈໍາປາສັກ ແລະ ບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ. ຫ້ອງວິເຄາະຈຳປານີ້ ແມ່ນມີປະໂຫຍດທີ່ດີສຸດ ຕໍ່ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດແຂວງຈໍາປາສັກ ແລະ ແຂວງອ້ອມຂ້າງ.ປະກອບດ້ວຍເຄື່ອງຈັກກວດທີ່ທັນສະໄໝ ແລະ ເພື່ອເປັນພັດການພັດທະນາບຸກຄະລາກອນທາງການແພດ ຂອງໂຮງໝໍ ແຂວງຈໍາປາສັກອີກດ້ວຍ ເຮັດໃຫ້ມີຄວາມຊໍານິຊໍານານໃນການກວດຫາເຊື້ອພະຍາດດັ່ງກ່າວໄດ້ໄວ ແລະ ທັນການ.

Mr. Xiang Li, ປະທານບໍລິສັດ ສີທັນດອນ ໃຫ້ຮູ້ວ່າ :ຈູດປະສົງຂອງການສ້າງຕັ້ງຫ້ອງວິເຄາະຈໍາປາສາຍໄໝ ແມ່ນເພື່ອເປັນການຮັບປະກັນ ແລະ ກະກຽມຄວາມພ້ອມໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ຂອບເຂດ 4 ແຂວງພາກໃຕ້, ໃຫ້ສາມາດກວດວິເຄາະ ແລະ ຮູ້ຜົນແບບ Real-Time PCR ແລະ ເຄື່ອງວິເຄາະບົ່ງມະຕິ ທີ່ມີຄຸນນະພາບສູງຖືກຕ້ອງ, ແລະ ທັນສະໄໝ ຕາມມາດຖານອົງການອະນາໄມໂລກ ເຊິ່ງສາມາດກວດວິເຄາະໄດ້ເຖິງ 3,000 ຕົວຢ່າງຕໍ່ວັນ.

ສິ່ງທີ່ສຳຄັນອີກຢ່າງ ແມ່ນເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ ປະຊາຊົນລາວ ແລະ ນັກທ່ອງທ່ຽວຊາວຕ່າງຊາດທີ່ ຈະເດີນທາງມາຈາກຕ່າງປະເທດ ເພື່ອເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວ ພາຍໃນຂົງເຂດ ໂຄງການເຂດພັດທະນາເສດຖະກິດໃໝ່ ສີທັນດອນ, ເມືອງ ໂຂງ, ຕົວເມືອງ ຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວອື່ນໆໃນແຂວງ ຈໍາປາສັກ ຕາມແຜນການເປີດປະເທດຂອງ ລັດຖະບານ ແຫ່ງ ສປປ ລາວ.

Comments