ກະແສສັງຄົມ

ອອກມາແລ້ວ ຄໍາຖະແຫຼງ ຈາກທ່ານນາຍົກ ກ່ຽວກັບ ການສືບຕໍ່ປະຕິບັດ ມາດຕະການ ສະກັດກັ້ນ ແລະ ຕ້ານການແຜ່ລະບາດ ໂຄວິດ 19 ຢູ່ ສປປ ລາວ

ອອກມາແລ້ວ ຄໍາຖະແຫຼງ ຈາກທ່ານນາຍົກ ກ່ຽວກັບ ການສືບຕໍ່ປະຕິບັດ ມາດຕະການ ສະກັດກັ້ນ ແລະ ຕ້ານການແຜ່ລະບາດ ໂຄວິດ 19 ຢູ່ ສປປ ລາວ ດັ່ງລາຍລະອຽດ ຂ້າງລຸ່ມນີ້

Read More »

ແຂວງຈຳປາສັກ ຕີລາຄາການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການລະບາດພະຍາດໂຄວິດ-19

ກອງປະຊຸມປະເມີນຕີລາຄາ ຂອງຄະນະກຳມະການສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ຕ້ານການລະບາດພະຍາດໂຄວິດ-19 ຂັ້ນແຂວງ, ໃນການກະກຽມຄວາມພ້ອມ ເພື່ອວາງມາດຕະການຕ່າງໆ ໃນການປ້ອງກັນ ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູແຂວງຈຳປາສັກ ໃຫ້ມີຄວາມຮັດກຸມ ແລະ ຮອບດ້ານ, ໄດ້ຈັດຂຶ້ນ ໃນຕອນບ່າຍ ວັນທີ 4 ພຶດສະພາ 2021, ທີ່ຫ້ອງວ່າການແຂວງຈຳປາສັກ ພາຍໃຕ້ການເປັນປະທານ ຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າ ແຂວງຈຳປາສັກ, ທ່ານ ດຣ. ບຸນກອງ ສີຫາວົງ ອະດີດລັດຖະມົນຕີ ກະຊວງສາທາລະນະສຸກ, ມີ ບັນດາ ຄະນະນໍາ, ຫົວໜ້າກົມ-ຮອງກົມ ຈາກກະຊວງສາທາລະນະສຸກ, ຄະນະກຳມະການ ສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ຕ້ານການລະບາດພະຍາດໂຄວິດ-19 ຂັ້ນແຂວງ, ນະຄອນ ແລະ ເມືອງ ເຂົ້າຮ່ວມ.ກອງປະຊຸມໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ- 19 (COVID-19) ຢູ່ ...

Read More »

ຫົວໜ້າກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ເຄື່ອນໄຫວຊີ້ນໍາວຽກງານຢູ່ຕາມເຂດຊາຍແດນ ຊີ້ນໍາວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ກອງຮ້ອຍທະຫານຊາຍແດນ

ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ລົງເຄື່ອນໄຫວກວດກາຕິດຕາມ, ຊີ້ນໍາວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ກອງຮ້ອຍທະຫານຊາຍແດນ 241 ແລະ 242, ກອງບັນຊາການທະຫານ ເມືອງສີໂຄດຕະບອງ ແລະ ກອງຮ້ອຍ 02 ທີ່ຂຶ້ນກັບກອງພັນ 511 ທະຫານນະຄອນຫຼວງວຽງຈັນໃນວັນທີ 4 ພຶດສະພາ 2021. ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ໄດ້ຮັບຟັງການລາຍງານຈຸດພິເສດ ແລະ ທີ່ຕັ້ງສະພາບການເຄື່ອນໄຫວຈັດຕັ້ງຕິບັດວຽກງານການສະກັດກັ້ນ ແລະ ຕ້ານການແຜ່ລະລະບາດ ຂອງພະຍາດໂຄວິດ-19 ຈາກຄະນະບັນຊາແຕ່ລະກົມກອງ, ພາຍຫຼັງໄດ້ຮັບຟັງການລາຍງານແລ້ວ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ກໍໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນໍາຕໍ່ຄະນະບັນຊາແຕ່ລະກົມກອງ ໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມຄຳສັ່ງເລກ 15/ນຍ ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ ສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕອບຕ້ານກັບພະຍາດໂຄວິດ- 19 ໃຫ້ເຂັ້ມງວດ, ສືບຕໍ່ເຮັດໜ້າ ທີ່ການເມືອງຂອງກົມກອງໃນການຕິດຕາມກວດກາບໍລິເວນຊາຍແດນຕາມຂອບເຂດຮັບຜິດຊອບຂອງຕົນຢ່າງໃກ້ຊິດ ໂດຍຈັດຕັ້ງກຳລັງອອກເຄື່ອນໄຫວສາລະເວປ້ອງກັນເວນຍາມທາງນໍ້າ ແລະ ທາງບົກ ...

Read More »

ຫົວພັນສືບຕໍ່ເຝົ້າລະວັງການລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ

ຫົວພັນສືບຕໍ່ເຝົ້າລະວັງການລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດແຂວງຫົວພັນ ໃຫ້ຮູ້ວ່າ: ປັດຈຸບັນ, ເຖິງວ່າແຂວງຫົວພັນ ຍັງບໍ່ມີຜູ້ຕິດ ເຊື້ອພະຍາດໂຄວິດ-19 ກໍຕາມ, ແຕ່ຄະນະນໍາແຂວງ ກໍຄື ຄະນະສະເພາະກິດຂັ້ນແຂວງ ຍັງສືບຕໍ່ໃຫ້ຄວາມສຳຄັນອັນດັບໜຶ່ງ ໃນການເຝົ້າລະວັງເພື່ອຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວ ໂດຍໄດ້ສຸມໃສ່ເຮັດທຸກວິທີທາງ ແນໃສ່ເຮັດໃຫ້ແຂວງຫົວພັນ ປາສະຈາກພະຍາດໂຄວິດ-19.ທ່ານ ດຣ ອຳຈະເລີນ ສອນທະວີໄຊ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງຫົວພັນ, ຕາງໜ້າຄະນະສະເພາະກິດຂັ້ນແຂວງ ລາຍງານເມື່ອວັນທີ 2 ພຶດສະພາ 2021 ຜ່ານມາວ່າ: ພາຍ ຫລັງທີ່ໄດ້ຮັບຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ຄຳສັ່ງຂອງເຈົ້າແຂວງ ສະບັບເລກທີ 123/ຈຂ.ຫພ ລົງວັນທີ 22 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ ໂຄວິດ-19. ຄະນະສະເພາະກິດຂັ້ນແຂວງໄດ້ຮີບຮ້ອນຈັດຕັ້ງປະຕິບັດປິດການເຂົ້າ-ອອກແຂວງ ໂດຍຕັ້ງຈຸດກັ່ນກອງເພື່ອຄົ້ນຫາກໍລະນີສົງໃສ ແລະ ກໍລະນີສຳພັດຢູ່ຈຸດເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງ ໂດຍສະເພາະແມ່ນຈຸດນໍ້າເນີນ ເຊິ່ງເປັນຈຸດເຊື່ອມຕໍ່ກັບແຂວງຊຽງຂວາງ ແລະ ຈຸດຫາດສາ ເປັນເສັ້ນທາງເຊື່ອມຕໍ່ກັບແຂວງຫລວງພະບາງ. ມາຮອດວັນທີ 27 ...

Read More »

ກະຊວງ ຍທຂ ແຈ້ງການກ່ຽວກັບການຂົນສົ່ງສິນຄ້າ ແລະ ຢຸດການ ຂົນສົ່ງລະຫວ່າງແຂວງຕໍ່ແຂວງ ບໍ່ອະນຸຍາດໃຫ້ຄົນຂັບລົດມີຜູ້ຊ່ວຍ

ໃນຕອນບ່າຍ ວັນທີ 3 ພຶດສະພາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ລັນ ແສງອາ ພອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ລາຍງານກ່ຽວກັບການຂົນສົ່ງໂດຍສານ ແລະ ສິນຄ້າ ຢູ່ ສປປ ລາວ ໃນໄລຍະປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ສະ ບັບເລກທີ 242/ຍທຂ ລົງວັນທີ 23 ເມສາ 2021 ກ່ຽວກັບການຂົນສົ່ງໂດຍສານ, ສິນຄ້າຢູ່ ສປປ ລາວ ມີດັ່ງນີ້: I. ຂົງເຂດການຂົນສົ່ງ ທີ່ພວກເຮົາຢຸດຕິຊົ່ວຄາວ ແລະ ຍັງອະນຸຍາດໃຫ້ເປີດບໍລິການລວມທັງມີມາດຕະການຄວບຄຸມຕ່າງໆ ເປັນຕົ້ນ 1). ໃຫ້ຢຸດຕິຊົ່ວຄາວການຂົນສົ່ງໂດຍສານ ທາງນ້ຳລະຫວ່າງນະ ຄອນຫລວງວຽງຈັນ ຫາບັນດາແຂວງ, ແຂວງຫານະຄອນຫລວງວຽງຈັນ ແລະ ແຂວງຫາແຂວງ; 2). ໃຫ້ຢຸດຊົ່ວຄາວການຂົນສົ່ງ ທາງອາກາດ ພາຍໃນປະເທດທຸກເສັ້ນທາງບິນ, ຍົນເວັ້ນຖ້ຽວບິນພິເສດ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ໄປຮັບຜູ້ໂດຍສານທີ່ມີພູມລຳເນົາ ເຮັດວຽກປະຈຳຢູ່ນະຄອນຫລວງວຽງຈັນ; 3). ໃຫ້ຢຸດຕິຊົ່ວຄາວການຂົນສົ່ງໂດຍສານທາງບົກ ລະຫວ່າງນະຄອນຫລວງວຽງຈັນຫາບັນດາແຂວງ, ແຂວງຫານະຄອນຫລວງວຽງຈັນ ...

Read More »

ທິມຊ່ຽວຊານແພດ ຫວຽດນາມ 35ຄົນ ພ້ອມອຸປະກອນການແພດ ຕ້ານພະຍາດໂຄວິດ-19 ມາເຖິງ ສ ປປ ລາວ ແລ້ວ

ຕອນເຊົ້າວັນທີ 04 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບການຊ່ວຍເຫຼືອຈາກພັກ, ລັດແລະປະຊາຊົນຫວຽດນາມໃຫ້ແກ່ພັກ, ລັດແລະປະຊາຊົນລາວເພື່ອຕ້ານແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປລາວ. ກ່ອນໜ້ານີ້, ໃນປີ 2020 ສປປ ລາວ ກໍ່ໄດ້ຮັບການຊ່ວຍເຫລືອຈາກສະຫາຍຫວຽດນາມມາແລ້ວ ເຊິ່ງເປັນການຊ່ວຍເຫລືອທີ່ທັນການ ແລະ ມີປະສິດທິຜົນທີ່ສຸດ ຊ່ວຍໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ໄດ້ໃນໄລຍະຜ່ານມາ. ເຊິ່ງໃນຄັ້ງນີ້, ສສ ຫວຽດນາມ ໄດ້ມອບເງິນສົດ ຈໍານວນ 500.000 ໂດລາ ສະຫະລັດ, ສົ່ງທີມແພດຊ່ຽວຊານ ຈໍານວນ 35 ທ່ານ, ພ້ອມດ້ວຍອຸປະກອນການແພດ ຈໍານວນໜຶ່ງ ປະກອບມີ: ເຄື່ອງຊ່ວຍຫາຍໃຈ ຈຳນວນ 200ເຄື່ອງ, ທາດຂ້າເຊື້ອພະຍາດ (Chloramine ຈຳນວນ 10.000 ກິໂລ, ໜ້າກາກອະນາໄມ ຈໍານວນ 2 ລ້ານແຜ່ນແລະອື່ນໆ. ໃຫ້ກຽດຕາງໜ້າກ່າວມອບໂດຍ ສະຫາຍ ໂຕແອັງຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ...

Read More »

ກອງທັບ ປະຊາຊົນຫວຽດນາມ ສົ່ງຊ່ຽວຊານ ແລະ ເຄື່ອງມືທາງການແພດ ມາຊ່ວຍກອງທັບປະຊາຊົນລາວ ຕ້ານໂຄວິດ-19

ກອງທັບປະຊາຊົນຫວຽດນາມ ໄດ້ສົ່ງຄະນະຊ່ຽວຊານທາງການແພດ ຈໍານວນ 4 ສະຫາຍ ພ້ອມ ເຄື່ອງມືທາງການແພດຈໍານວນ 12 ໂຕນ ປະກອບມີ: ຜົງໂຄຣລາມິນບີ(cloamin b) 500 ກິໂລ, ຜ້າອັດປາກ N95 ຈໍານວນ 5.000 ອັນ, ຜ້າອັດປາກແພ 100.000 ອັນ,ເຄື່ອງນຸ່ງປ້ອງກັນ PCD ລະດັບ4 ຈໍານວນ 5.000 ຊຸດ, ນໍ້າຢາລ້າງມື 1.000 ຂວດ, ຊຸດກວດຕົວຢ່າງຫາເຊື້ອພະຍາດ 1.000 ອັນ ແລະ ເຄື່ອງວັດແທກອຸນຫະພູມ 100 ອັນ ມາຊ່ວຍເຫລືອກອງທັບປະຊາຊົນລາວ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດ ຂອງພະຍາດໂຄວິດ-19. ພິທີມອບ-ຮັບການຊ່ວຍເຫລືອດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ພຶດສະພາ 2021 ນີ້ຢູ່ດ່ານສາກົນ ນໍ້າພາວ-ເກົາແຈ່ວ, ເຊິ່ງຕາງໜ້າມອບໂດຍ ສະຫາຍ ພົນຈັດຕະວາ ຫງວຽນ ຮຸ່ງຖັງ ຮອງຫົວໜ້າກົມໃຫຍ່ ຫົວໜ້າກົມເສນາທິການ ກົມໃຫຍ່ພະລາທິການ ແລະ ກ່າວຮັບໂດຍ ສະຫາຍ ພົນຕີ ...

Read More »

ໄລຍະວິກິດ ຫ້າມສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າ

ປັດຈຸບັນ, ຢູ່ປະເທດເຮົາມີການລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງ ແລະ ກະຈາຍເປັນວົງກວ້າງ ເພື່ອສະກັດກັ້ນບໍ່ໃຫ້ເຊື້ອພະຍາດດັ່ງກ່າວທະວີຄວາມຮຸນແຮງ ລັດຖະບານກໍຄືຄະນະສະເພາະຈຶ່ງອອກມາດຕະ ການຕ້ານ ແລະ ຄວບຄຸມພະຍາດດັ່ງກ່າວ ດ້ວຍການປິດການເຂົ້າ-ອອກ ບັນດາແຂວງ, ເມືອງ ລວມເຖິງບ້ານໃນ ຂອບເຂດທົ່ວປະເທດ. ປຸກລະດົມໃຫ້ປະຊາຊົນ ຢູ່ເຮືອນ, ຢຸດການອອກນອກເຮືອນ ແລະ ການເຄື່ອນໄຫວກິດ ຈະກຳທາງສັງຄົມຕ່າງໆ ຊຶ່ງທັງໝົດນີ້ອາດສ້າງຄວາມຫຍຸ້ງຍາກໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ ແຕ່ເພື່ອຮັບ ປະກັນຄວາມປອດໄພຂອງທຸກຄົນ ກໍມີຄວາມຈຳເປັນທີ່ພວກເຮົາຕ້ອງປະຕິບັດມາດຕະການດັ່ງກ່າວຢ່າງເຂັ້ມງວດ. ຄຽງຄູ່ກັບຄວາມຫຍຸ້ງຍາກໃນການດຳລົງຊີວິດປະຈຳວັນ ສິ່ງທີ່ໜ້າເປັນຫ່ວງອີກຢ່າງໜຶ່ງແມ່ນລາຄາສິນຄ້າ ອຸປະໂພກ, ບໍລິໂພກ ຢູ່ຕາມທ້ອງຕະຫລາດ ຊຶ່ງອາດສູງຂຶ້ນ ແລະ ບາງລາຍການກໍຂາດ ເນື່ອງຈາກການຂົນສົ່ງ ບໍ່ທົ່ວເຖິງ ຢ່າງໃດກໍຕາມຂໍຮຽກຮ້ອງເຖິງຜູ້ປະກອບການຄ້າຂາຍ ໃຫ້ຄຳນຶງເຖິງຄວາມຖືກຕ້ອງ, ຄວາມຍຸຕິທຳຕໍ່ຜູ້ ບໍລິໂພກ ເນື່ອງຈາກໃນໄລຍະວິກິດຄືແນວນີ້ ພວກເຮົາທຸກຄົນຄວນພ້ອມພຽງກັນຜ່ານຜ່າ ບໍ່ສວຍ ໂອກາດນີ້ຂຶ້ນ ລາຄາເປັນຫລາຍທົບຈາກປົກກະຕິ ຊຶ່ງນອກຈາກສ້າງຄວາມອັບປະໂຫຍດໃຫ້ຜູ້ບໍລິໂພກແລ້ວ ຜູ້ຂາຍເອງກໍມີຄວາມ ຜິດທາງກົດໝາຍອາຍາ ຕາມມາດຕາ 277 ແລະ ມາດຕາ 278 ທີ່ໄດ້ລະບຸໄວ້າວ່າ: ການສວຍໂອກາດຂຶ້ນລາຄາ ສິນຄ້າ ແລະ ຄ່າບໍລິການ ແພງເກີນຂອບເຂດໃນເວລາເກີດໄພແຫ້ງແລ້ງ, ໄພຖ້ວມ ຫລື ...

Read More »

ທີມແພດໄດ້ປະສົບຜົນສຳເລັດໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຄົນທໍາອິດຂອງແຂວງສາລະວັນ

ທີມແພດໂຮງໝໍແຂວງສາລະວັນ ໄດ້ປະສົບຜົນສຳເລັດໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທໍາອິດຂອງແຂວງ, ເຊິ່ງເປັນກໍລະນີຜູ້ຕິດເຊື້ອທີ 54 ຂອງປະເທດ. ຕາມການລາຍງານຂອງ ທ່ານ ດຣ ວັນທອງ ບຸນວິໄລ ໃຫ້ຮູ້ວ່າ: ທ້າວນຽມ ໃສສູນທອນ ກວດພົບເຊື້ອໂຄວິດ-19 ໃນວັນທີ 15 ເມສາ 2021 ຈາກນັ້ນໄດ້ເຂົ້າຮັບການປິ່ນປົວຢູ່ທີ່ໂຮງໝໍແຂວງສາລະວັນ ແລະໄດ້ຮັບການເອົາໃຈໃສ່ປິ່ນປົວຈາກທີມງານແພດໝໍກໍ່ຄືການຊີ້ນຳ, ຕິດຕາມຂອງການນໍາຂັ້ນເທິງແຕ່ລະຂັ້ນຢ່າງເປັນປົກກະຕິ ແລະຕໍ່ເນື່ອງ, ຜ່ານການກວດຫາເຊື້ອຈຳນວນ 4 ຄັ້ງ ໃນນັ້ນຄັ້ງທີ 1 ຜົນກວດແມ່ນພົບເຊື້ອ ສ່ວນກວດອີກ 3 ຄັ້ງພາຍຫຼັງແມ່ນບໍ່ພົບເຊື້ອ, ອາການຂອງຜູ້ກ່ຽວກໍ່ປົກກະຕິ ບໍ່ມີໄຂ້, ໄອ,ຈາມ, ບໍ່ເມື່ອຍ, ບໍ່ຫາຍໃຈຜືດ, ກິນ-ດື່ມໄດ້ດີ, ມີແນວຄິດທຸ່ນທ່ຽງປະຕິບັດຕາມຄຳແນະນຳຂອງແພດ-ໝໍໄດ້ເປັນຢ່າງດີ, ສວ່ນຜູ້ທີ່ໄກ້ຊິດກັບທ້າວນຽມແມ່ນໄດ້ມີການຕິດຕາມຜົນກວດຕາມຂັ້ນຕອນ ແລະໄດ້ກັບເມືອກັກໂຕຢູ່ບ້ານຂອງຕົນເອງຕາມລະບຽບການຕື່ມອີກ. ສໍາລັບແພດທີ່ເຂົ້າປິ່ນປົວທ້າວນຽມແມ່ນຈະໃດ້ສືບຕໍ່ກັກບໍລິເວນຈຳນວນ 14 ວັນ, ຈິ່ງຈະໄດ້ກັບໄປຢູ່ນໍາຄອບຄົວ. ໂອກາດນີ້ທ້າວນຽມໃດ້ກ່າວຄວາມຂອບໃຈຢ່າງສູງທີ່ອຳນາດການປົກຄອງແຕ່ລະຂັ້ນ ກໍ່ຄືທິມງານແພດໝໍທີ່ເອົາໃຈໃສ່ສຸມທຸກເຮື່ອແຮງເຂົ້າໃນການປິ່ນປົວຈົນຫາຍດີ ແລະໄດ້ກັບອອກໄປດຳລົງຊີວິດຢູ່ນຳຄອບຄົວ ແລະຝາກເຖິງພໍ່ແມ່ຜີ່ນ້ອງທຸກຄົນບໍ່ວ່າຈະຢູ່ພາຍໃນປະເທດກໍ່ຄືຜູ້ທີ່ເຮັດວຽກຢູ່ປະເທດ, ເພື່ອນບ້ານຈົ່ງໃດ້ເພີ່ມທະວີຮ່ວມແຮງຮ່ວມໃຈກັນຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19ນີ້ບໍ່ໃຫ້ແຜ່ລາມອອກສູ່ວົງກ້ວາງ. ພິທີສົ່ງທ້າວ ນຽມ ໃສສູນທອນ ປະຊາຊົນບ້ານນາເຕີຍ ເມືອງຄົງເຊໂດນ ແຂວງສາລະວັນ ແມ່ນໄດ້ຈັດຂື້ນຕອນແລງວັນທີ 29 ເມສາ ...

Read More »

ນວ ສືບຕໍ່ລົງກວດກາ ການສວຍໂອກາດຂຶ້ນລາຄາສິນຄ້າ

ເມື່ອເຈົ້າໜ້າທີ່ໄດ້ຮັບລາຍງານຂອງສັງຄົມ ວ່າມີການຂຶ້ນລາຄາໄຂ່ໄກ່ ແລະ ຊີ້ນໝູ ຢູ່ຕະຫລາດຫ້ວຍຫົງ ແລະ ຕະຫລາດໂພນສະຫວ່າງ, ປກສ ນວ ຈຶ່ງໄດ້ຮີບຮ້ອນມອບໝາຍໃຫ້ພະແນກຕຳ ຫລວດປ້ອງກັນເສດຖະກິດ ຫ້ອງຕຳຫລວດ ປສກ ນວ ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນວ ສືບຕໍ່ຈັດຕັ້ງປະຕິບັດກວດກາລາຄາສິນຄ້າຢູ່ຕະຫລາດ ນັບແຕ່ເວລາ 8:00 ໂມງ ຫາ 17:00 ໂມງ ຂອງວັນທີ 25 ເມສາ 2021 ໄດ້ທັງໝົດ 7 ແຫ່ງ ຄື: ຕະຫລາດສວນມອນ, ຕະຫລາດທົ່ງພານທອງ, ຕະຫລາດໜອງຈັນ, ຕະຫລາດສີຂຽວ, ຕະຫລາດອົດຊີ, ຕະຫລາດຫ້ວຍຫົງ ແລະ ຕະຫລາດໂພນສະຫວ່າງ ຜ່ານການກວດກາເຫັນວ່າບໍ່ມີຄວາມຈິງ ຕະຫລາດອື່ນໆ ກໍ່ຍັງຂາຍລາຄາໃນເກນປົກກະຕິ. ກອງບັນຊາການ ປກສ ນະຄອນຫລວງວຽງຈັນ, ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ປະຕິບັດຕາມສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ທີ່ລະບຸໄວ້ໃນຂໍ້ທີ 6 ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກຕ່າງໆ ...

Read More »