ລັດຖະບານຕັ້ງເປົ້າສູ້ຊົນຈັດຕັ້ງປະຕິບັດແຜນປະຈໍາປີ 2019 ໃຫ້ບັນລຸ ແລະ ລື່ນຄາດໝາຍ…

ບັນດາທ່ານ ສອງສະບັບກ່ອນໄດ້ນໍາສະເໜີບົດລາຍງານ ຂອງທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ສະໄໝທີ VIII; ໃນສະບັບນີ້ຢາກນໍາສະເໜີບັນດາທ່ານໃຫ້ຮູ້ເຖິງ ແຜນສູ້ຊົນຂອງລັດຖະບານເພື່ອບັນລຸຄາດໝາຍ ແລະ ລື່ນຄາດໝາຍໃນປະ 2019 ໂດຍສະເພາະແມ່ນສຸມໃສ່ວຽກທີ່ກ່ຽວຂ້ອງກັບ 8 ມາດຕະການ ກະຕຸ້ນເສດຖະກິດ; ນັ້ນກໍຄືການປະຕິບັດໂຄງການລົງທຶນຂອງລັດຖະບານ ທີ່ໄດ້ອະນຸມັດແລ້ວໃນແຜນປະຈໍາປີ 2019 ເພື່ອນໍາໃຊ້ເຂົ້າໃນການຜະລິດໃຫ້ໄວ, ຍູ້ແຮງການຜະລິດ ແລະ ບໍລິການ, ຍູ້ແຮງວຽກທ່ອງທ່ຽວ, ແກ້ໄຂໜີ້ສິນບູລິມະສິດການລົງທຶນຂອງລັດ.

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ລາຍງານຕໍ່ກອງປະຊຸມລັດຖະບານໃນວັນທີ 26 ມີຖຸນາ 2019 ຮູ້ວ່າ: ການຊຸກຍູ້ປະຕິບັດມາດຕະການ, ນະໂຍບາຍຂອງລັດຖະບານເປັນຕົ້ນແມ່ນ 8 ມາດຕະການກະຕຸ້ນເສດຖະກິດ ໄດ້ເຮັດໃຫ້ການຜະລິດ, ການບໍລິການ ແລະ ການລົງທຶນຍັງດໍາເນີນເປັນປົກກະຕິ ແລະ ມີທ່າອ່ຽງດີຂຶ້ນ ເຫັນໄດ້ຈາກການຜະລິດຕາມຂະແໜງການຄື: ການປະລິເຂົ້າບັນລຸ 4,53 ແສນໂຕນ ເພີ່ມຂຶ້ນ 13% ທຽບກັບໄລຍະດຽວກັນຂອງປີຜ່ານມາ, ລ້ຽງສັດສະໜອງໃຫ້ກັບສັງຄົມໄດ້ 2,28 ແສນໂຕນເພີ່ມຂຶ້ນ 14%, ການຜະລິດກະແສໄຟຟ້າປະຕິບັດໄດ້ 16.007 ລ້ານ ກິໂລວັດໂມງ, ສໍາເລັດ ແລະ ເປີດນໍາໃຊ້ເຂື່ອນຈໍານວນ 20 ເຂື່ອນ, ການຜະລິດແຮ່ທາດເພີ່ມຂຶ້ນ 7,3% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາບັນລຸ 5,43 ພັນຕື້ກີບ, ການບໍລິການໃນ 6 ເດືອນເຫັນວ່າຫຼຸດລົງ 3% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສ່ວນການລົງທຶນໂດຍສະເພາະການລົງທຶນຂອງລັດປະຕິບັດໄດ້ພຽງ 733 ຕື້ກີບ, ການລົງທຶນເພື່ອການພັດທະນາປະຕິບັດໄດ້ພຽງ 34% ຂອງແຜນການ, ການລົງທຶນພາກເອກະຊົນແມ່ນໄດ້ນໍາໃຊ້ທຶນແລ້ວ 40,6% ຂອງແຜນການ, ການປ່ອຍສິນເຊື່ອຂອງທະນາຄານໃນ 4 ເດືອນບັນລຸ 712,61 ຕື້ກີບ, ລາຍຮັບ-ລາຍຈ່າຍງົບປະມານຄາດຄະເນໃນ 6 ເດືອນຕົ້ນປີ 12,96 ພັນຕື້ກີບ, ໃນນັ້ນລາຍຮັບພາຍໃນ 12,12 ພັນຕື້ກີບ ແລະ ລາຍຮັບຈາກການຊ່ວຍເຫຼືອລ້າ 834,19 ຕື້ກີບ, ຂາດດຸນງົບປະມານແມ່ນ 346,95 ຕື້ກີບ, ສໍາລັບການສົ່ງອອກ-ນໍາເຂົ້າ ມູນຄ່າການສົ່ງອອກສິນຄ້າປະມານ 2.409 ລ້ານໂດລາ ແລະ ການນໍາເຂົ້າ 2.288 ລ້ານໂດລາ, ອັດຕາເງິນເຟີ້ຮອດ 5 ເດືອນ ຢູ່ໃນລະດັບ 1,9%, ອັດຕາແລກປ່ຽນຮອດເດືອນ 4 ອັດຕາແລກປ່ຽນລະຫວ່າງ ເງິນກີບກັບຕະກຸນເງິນຫຼັກມີການເໜັງຕີງພໍສົມຄວນ ແຕ່ກໍຍັງຢູ່ໃນຄອບຂາດໝາຍຂອງແຜນການປີ, ຄັງເງິນຕ່າງປະເທດກຸ້ມການນໍາເຂົ້າ 3 ເດືອນ, ສ່ວນປະລິມານເງິນ M2 ສືບຕໍ່ເພີ່ມຂຶ້ນ 8,1% ເນື່ອງຈາກວ່າສິນເຊື່ອຂະຫຍາຍຕົວໃນລະດັບທີ່ຕໍ່າ, ສະນັ້ນ ຖ້າຂະແໜງການ ແລະ ທ້ອງຖິ່ນບຸກບືນສຸດຂີດຄາດວ່າໃນປີນີ້ລວມຍອດຜະລິດຕະພັນພາຍໃນ (GDP) ຈະຂະຫຍາຍຕົວໃນລະດັບ 6,5-6,7%.

ທ່ານ ສຸພັນ ແກ້ວມີໄຊ ກ່າວຕຶ່ມອີກວ່າ: ເພື່ອສືບຕໍ່ສູ້ຊົນປະຕິບັດຄາຍໝາຍໃຫ້ບັນລຸ ແລະ ລື່ນຄາດໝາຍໃນປີ 2019 ບັນດາຂະແໜງການ ແລະ ທ້ອງຖິ່ນຕ້ອງເລັ່ງໃສ່ຄື: ສຸມໃສ່ປະຕິບັດໂຄງການລົງທຶນຂອງລັດທີ່ໄດ້ອະນຸມັດແລ້ວໃນແຜນ ປີ 2019 ເພື່ອໃຫ້ນໍາໃຊ້ເຂົ້າໃນການຜະລິດໄດ້ໄວ, ເລັ່ງປັບປຖຸງ 10 ຕົວຊື້ວັດ ທີ່ຍັງຄ້າງຄາໃຫ້ສໍາເລັດພາຍໃນທ້າຍປີຕາມຄໍາສັ່ງຂອງນາຍົກ 02/ນຍ ໂດຍສະເພາະຕົວຊີ້ວັດທີ 4 ການຂຶ້ນທະບຽນຊັບສິນ, ຕົວຊີ້ວັດທີ 7 ການຊໍາລະອາກອນ, ຕົວຊີ້ວັດທີ 9 ການບັງຄັບໃຊ້ສັນຍາ ແລະ ຕົວຊີ້ວັດທີ 10 ການແກ້ໄຂ ການລົ້ມລະລາຍ, ພ້ອມທັງອໍານວຍຄວາມສະດວກໃຫ້ແກ່ການລົງທຶນພາກເອກະຊົນໃຫ້ມີຄວາມວ່ອງໄວ, ງ່າຍດາຍ ແລະ ຕົ້ນທຶນຕໍ່າໂດຍການປັບປຸງ Monitoring matrix ຂອງແຕ່ລະຂະແໜງການທີ່ມີຢູ່ແລ້ວໃຫ້ຄົບຖ້ວນເພື່ອເປັນເຄື່ອງມືໃນການຕິດຕາມ ແລະ ປະເມີນການຈັດຕັ້ງເປັນຕົວຊີ້ວັດດັ່ງກ່າວຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ; ສຸມໃສ່ຍູ້ແຮງການຜະລິດ ແລະ ການບໍລິການເປັນຕົ້ນຕໍແມ່ນການຜະລິດກະສິກໍາເປັນສິນຄ້າທີ່ມີຕະຫຼາດແລ້ວເຊັ່ນ: ເຂົ້າ, ພືດຜັກ, ສັດໃຫຍ່, ຊາ, ກາເຟ ແລະ ອື່ນໆ, ຊຸກຍູ້ການຜະລິດອຸດສາຫະກໍາທີ່ມີທ່າແຮງສົ່ງອອກຄື: ການຜະລິດໄຟຟ້າ, ແຮ່ທາດ, ອຸດສາຫະກໍາປຸງແຕ່ງໃນຂະແໜງພິເສດ, ເລັ່ງແກ່ໄຂບັນຫາ ແລະ ຂອງອຸດຕັນຕໍ່ການສົ່ງເສີມ SME ຄືທຶນ, ກົນໄກ, ເຕັກນິກ, ການປະສານງານ ແລະ ອື່ນໆ, ນອກນັ້ນ ຊຸກຍູ້ແຮງການທ່ອງທ່ຽວ ແມ່ນເອົາໃຈໃສ່ແກ້ໄຂບັນຫາຂໍ້ຫຍຸ້ງຍາກເຊັ່ນ: ກົນໄກການເຂົ້າ-ອອກເມືອງ, ປັບປຸງຄຸນນະພາບການບໍລິການ, ປັບປຸງສະຖານທີ່ທ່ອງທ່ຽວ, ສ້າງຜະລິດຕະພັນການທ່ອງທ່ຽວທີ່ຫຼາກຫຼາຍ ແລະ ມີຄຸນນະພາບສູງຂຶ້ນ, ເພີ່ມທະວີການໂຄສະນາ ແລະ ປັບປຸງເຄືອຄ່າຍການທ່ອງທ່ຽວໃຫ້ກວ້າງ, ສ້າງຍຸດທະສາດດຶງດູດນັກທ່ອງທ່ຽວທີ່ມີຄວາມສາມາດໃນການໃຊ້ຈ່າຍສູງໃຫ້ຫຼາຍຂຶ້ນ ແນໃສ່ສ້າງລາຍຮັບເຂົ້າປະເທດ, ຍູ້ການບໍລິການໃຫ້ຂະຫຍາຍຕົວ, ສະເໜີພິຈາລະນາແກ້ໄຂໜີ້ສິນບູລິມະສິດການລົງທຶນຂອງລັດ, ປະຕິບັດມາດຕະການເຂັ້ມງວດ, ຄົບຊຸດຕໍ່ວິໄນການເງິນ-ເງິນຕາ, ຄຸ້ມຄອງ, ຕິດຕາມແຫຼ່ງເງິນຕາຕ່າງປະເທດຈາກຂາອອກ, ການລົງທຶນ, ODA, ການບໍລິການທະນາຄານ ແລະ ການບໍລິການ ອື່ນໆ.

ທັງໝົດນັ້ນ ຄືແຜນຂອງລັດຖະບານທີ່ຈະສູ້ຊົນໃນການຈັດຕັ້ງປະຕິບັດ ແຜນການປະຈໍາປີ 2019 ໃຫ້ບັນລຸຄາດໝານ ແລະ ລື່ນຄາດໝາຍ.

(ວາລະສານທາເກັດ ສະບັບ 159 ເດືອນຕຸລາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Government is striving to achieve and exceed goals

set by the 2019 annual plan…

Dear readers! On our previous issue, we presented you a report by Prime Minister Thounloun Sisoulith made at the 7th Ordinary Session of the National Assembly 8th Legislature. On this issue, we would like to inform you about the Government’s plan to achieve and exceed goals set in the 2019 annual plan with a particular focus on a task related to 8 measures for stipulating economy, which is the implementation of public-invested projects approved in 2019 to improve production speed, productivity and service, tourism, and resolution of prioritized debt of public investment.

Mr. Souphanh Keomixay, Minister of Planning and Investment, reported at the Government’s meeting on June 26, 2019 that the implementation of Government’s measures and policies, especially the 8 measures for stipulating economy, have positively allowed production, service and investment to be proceeded normally as it can be seen through sectoral productivity, for instance rice production reaches 4.53 hundred thousand tons with a 13% increase when compares with the same period last year, social supply of livestock reaches 2.28 hundred thousand tons with a 14% increase, electricity generation reaches 16,007 million KWh with 20 dams completed and already in operation, mineral production rises by 7.3% when compares with the previous year, production in the processing industry and handicraft reaches 4.43 trillion kip, service in the first 6 months goes down by 3% when compares to last year, only 733 billion kip of public investment is spent, only 34% of the entire investment goes to development projects, private investment reaches 40.6% according to a plan, credit leasing in the first 4 months reaches 712.61 billion kip, income-expenditure of budget in the first 6 months is estimated as 12.96 trillion kip. In this amount, domestic income accounts for 12.12 trillion kip and grant aids account for 834.19 billion kip, budget deficit reaches 346.95 billion kip, export value reaches 2,409 million US dollar and 2,288 million US dollar for import, inflation rate up to May stood at 1.9%, exchange rate up to April between kip and major currencies fluctuated slightly, but within the expectation of the annual year, foreign currency reserve is sufficient to cover up to 3 months of import, the amount of M2 continues to go up by 8.1% due to a slow growth of credit. Therefore, if sectors and local industries strive hard enough, 6.5%-6.7% of GDP growth is guaranteed.

Mr. Souphanh Keomixay said further that in order to continue to achieve and exceed goals in 2019, sectors and local industries must concentrate on implementing public-invested projects approved in 2019 to enhance production speed, accelerating the improvement of the remaining 10 indicators by the end of the year based on the Prime Minister’s Instruction No. 02/PM, especially the 4th indicator on property registration, 7th indicator on tax payment, 9th indicator on law enforcement and 10th indicator on insolvency resolution. They must also ensure that all processes involving private investment are speedy, easy and inexpensive by upgrading existed monitoring matrix of each sector to be used as a tool in monitoring and estimating the continuous implementation of indicators. Focus on supporting production and service, in particular the agricultural goods demanded by markets, such as rice, vegetable, livestock, tea, coffee and so on. Support the production of industries who have the potential to export goods, such as electricity generation, minerals, processing industries of a particular sector. Continue to solve and promote SME via fund, mechanism, techniques, coordination and so on. Moreover, support the tourism sector by addressing complicated issues, namely immigration process, service quality improvement and tourist site improvement; coming up with various tourism associated products with high quality; increasing advertisement and widening tourism network; creating strategies to attract generous-spending visitors to increase the national income; pushing the service sector forward; proposing the Government to consider solving prioritized debt of public investment; exercising measures strictly and completely in compliance with the financial-monetary discipline; managing and monitoring external foreign currency sources, investment, ODA, banking service and others.

All of these are goals which the Government will strive to achieve and exceed within 2019

Comments