ປີ 2019 ລັດຖະບານ ຈັດງົບປະມານ 500 ຕື້ກີບ ຟື້ນຟູໄພພິບັດ ໃນ 4 ຂະແໜງການ ທີ່ເປັນບູລິມະສິດ

ໃນວັນທີ 12 ມິຖຸນາ 2019 ທີ່ນະຄອນວງວຽງຈັນ, ໄດ້ຈັດກອງປະຊຸມ ຄະນະກໍາມະການປ້ອງກັນ ແລະ ຄວບຄຸມ ໄພພິບັດ ແຫ່ງຊາດ (ຄພຊ) ໂດຍການເປັນປະທານ ຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ (ຮສສ ), ມີບັນດາທ່ານ ຮອງລັດຖະມົນຕີ, ຮອງປະທານ ແລະ ກໍາມະການ ຄະນະກໍາມະການ ປ້ອງກັນ ແລະ ຄວບຄຸມ ໄພພິບັດ ແຫ່ງຊາດ, ພ້ອມດ້ວຍ ຂະແໜງການ ກຽ່ວຂ້ອງ ເຂົ້າຮ່ວມ.

ລັດຖະບານ ໄດ້ອະນຸມັດເງິນ ແກ້ໄຂສຸກເສີນ 100 ຕື້ກີບ ຈັດແບ່ງໃຫ້ຂະແໜງກະສິກໍາ ແລະ ປ່າໄມ້ ແລະ ຂະແໜງໂຍທາທິການ ແລະ ຂົນສົ່ງ, ໄດ້ຫັນງົບປະມານ ລົງທຶນໂຄງການ ຂອງລັດ ປີ 2019 ເຂົ້າໃນການແກ້ໄຂ ຟື້ນຟູຫລັງໄພພິບັດ ມູນຄ່າ 500 ຕື້ກີບ ເພື່ອແກ້ໄຂຟື້ນຟູໃນ 4 ຂະແໜງ ການທີ່ເປັນ ບູລິມະສິດ ເຊັ່ນ: ຂະແໜງ ໂຍທາທິການ ແລະ ຂົນສົ່ງ, ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງ ສາທາລະນະສຸກ ແລະ ຂະແໜງ ສຶກສາທິການ ແລະ ກິລາ. ພ້ອມນີ້, ໄດ້ຍາດແຍ່ງຮັບການຊ່ວຍເຫລືອ ຂອງສາກົນ, ບັນດາປະເທດເພື່ອນມິດ ເຂົ້າໃນການແກ້ໄຂ ແລະ ຟື້ນຟູຄືນຫລັງໄພພິບັດ.

ປັດຈຸບັນ ວຽກງານ ດັ່ງກ່າວ, ໄດ້ມີຄວາມຄືບໜ້າ ສໍາເລັດ ໂດຍພື້ນຖານ ເປັນຕົ້ນແມ່ນ ສືບຕໍ່ໃຫ້ ການຊ່ວຍເຫລືອ ຟື້ນຟູ ຊີວິດການເປັນຢູ່ ຂອງຜູ້ປະສົບໄພພິບັດ ຜ່ານຫລາຍຮູບແບບ ຂອງກິດຈະກໍາ ເຊັ່ນ: ການສະໜອງ ສົງເຄາະເງິນສົດ ໃຫ້ຜູ້ປະສົບ ໄພພິບັດ ທີ່ບໍ່ສາມາດ ອອກແຮງງານໄດ້, ສະໜອງເງິນສົດ ຜ່ານກິດຈະກໍາ ອາຫານເພື່ອງານ ສໍາລັບຜູ້ປະສົບ ໄພພິບັດ ທີ່ສາມາດອອກແຮງງານ, ກິດຈະກໍາສົ່ງເສີມ ການຄໍ້າປະກັນ ດ້ານສະບຽງອາຫານ ໂດຍການ ສະໜອງ ແນວພັນພືດ, ສັດລ້ຽງ ແລະ ການປະໂມງ, ການສົ່ງເສີມ ດ້ານສຸຂະພາບ, ສຸຂະອານາໄມ ແລະ ໂພຊະນາການ ສໍາລັບ ໄວຈະເລີນພັນ ແລະ ເດັກ, ການສ້ອມແປງ ແລະ ກໍ່ສ້າງຄືນໃໝ່ ດ້ານທີ່ຢູ່ອາໃສຂອງປະຊາຊົນ, ການບຸກເບີກ ແລະ ຈັດສັນທິ່ດິນ ການຜະລິດ ໃຫ້ປະຊາຊົນ. ພ້ອມນີ້, ໄດ້ສໍາເລັດບັນດາ ໂຄງການ ຟື້ນຟູ ທັງໄລຍະສັ້ນ ສຸກເສີນ ແລະ ຮີບດ່ວນ ເປັນຕົ້ນ ການສ້ອມແປງ ແລະ ກໍ່ສ້າງບັນດາເສັ້ນທາງ, ຂົວ, ລະບົບຊົນລະປະທານ, ໂຮງຮຽນ, ໂຮງໝໍ, ຫ້ອງການສໍານັກງານ ແລະ ອື່ນໆ.

ກອງປະຊຸມ ຄະນະກໍາມະການ ປ້ອງກັນ ແລະ ຄວບຄຸມ ໄພພິບັດ ແຫ່ງຊາດ ຄັ້ງນີ້, ຍັງໄດ້ພ້ອມກັນ ປະກອບ ຄໍາຄິດຄໍາເຫັນ, ນໍາສະເໜີ ແລະ ແລກປ່ຽນ ບົດຮຽນ ປະສົບປະການ ໃນດ້ານວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ, ໂດຍຈະໄດ້ຮ່ວມກັນ ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ຕໍ່ກັບ ຮ່າງເນື້ອໃນບົດລາຍງານ ກ່ຽວກັບ ຄວາມຄືບໜ້າ ການແກ້ໄຂ ຟື້ນຟູຫລັງໄພພິບັດ ແລະ ແຜນການກຽມຄວາມພ້ອມ ເພື່ອຮັບມືກັບໄພພິບັດ ປີ 2019.

ຂໍ້ມູນຂ່າວສານ ກະຊວງແຮງງານ ລະຫັດພາບ 1301, 1302

Comments