ນັກທຸລະກິດ ຄວນແຕ່ງໂຕແນວໃດ ຈິ່ງເໝາະສົມ.

ສໍາລັບທ່ານທີ່ເປັນນັກທຸລະກິດທັງຫຼາຍ ພາບລັກຂອງທ່ານຖືວ່າສໍາຄັນຫຼາຍອີກຢ່າງໜຶ່ງ ເພາະການແຕ່ງໂຕໄປເຮັດວຽກພົບປະຜູ້ໃຫຍ່, ຂາຫຸ້ນ ຫຼື ໄປພົບລູກຄ້າກໍຕາມ ທ່ານກໍຄວນແຕ່ງກາຍໃຫ້ເໝາະສົມແມ່ນບໍ່ ເພື່ອໃຫ້ຜູ້ທີ່ພົບເຫັນປະທັບໃຈ ມື້ນີ້ ທາງວາລະສານທາເກັດ ຈຶ່ງຢາກຈະມາແນະນໍາການແຕ່ງໂຕຂອງທ່ານ ໃຫ້ເປັນນັກທຸລະກິດອາຊີບດັ່ງນີ້:

  1. ຢາກກ້າວໜ້າຕ້ອງແຕ່ງໂຕໃຫ້ເໝາະສົມ: ຖ້າທ່ານເປັນເຈົ້າຂອງທຸລະກິດທີ່ມີຄວາມສາມາດແລ້ວ ບຸກຄະລິກກກໍຕ້ອງໂດດເດັ່ນບໍ່ດ້ອຍກວ່າຜົນງານ ເພາະຖ້າທ່ານເຮັດວຽກເກັ່ງບໍລິຫານເປັນ ແຕ່ແຕ່ງໂຕມາຫ້ອງການຄືກັບແຕ່ງໂຕຢູ່ເຮືອນແຕ່ລະມື້ເຊັ່ນ: ໃສ່ເກີບແຕະມາ, ເອົາເສື້ອອອກນອກ ຫຼື ໃສ່ສົ້ງຂາສັ້ນມາຫ້ອງການເປັນປະຈໍາ ນັ້ນສະແດງວ່າທ່ານຍັງເປັນຜູ້ນໍາໄດ້ບໍ່ດີພໍ.
  2. ແຕ່ງໂຕໃຫ້ກຽດສະຖານທີ່: ບໍ່ວ່າທ່ານຈະເດີນທາງໄປສະຖານທີ່ໃດກໍຕາມ ບໍ່ວ່າຈະເປັນງານສັງສັນ, ງານລັດຖະການກໍຕາມ ໃນການແຕ່ງຕົວສິ່ງທີ່ທ່ານຄວນຄໍານຶງເຖິງຄືສະຖານທີ່ ທີ່ທ່ານຈະເຂົ້າຮ່ວມ ເພາະຖືວ່າເປັນການໃຫ້ກຽດທັງຜູ້ທີ່ເຊີນ ແລະ ໃຫ້ກຽດສະຖານທີ່ພ້ອມ.
  3. ແຕ່ງໃຫ້ຄົນເບິ່ງຮູ້ສຶກດີ: ຖ້າທ່ານເປັນຄົນໜຶ່ງທີ່ກັງວົນໃນເລື່ອງຂອງການເລືອກສີເຄື່ອງ ຢ້ານວ່າຈະບໍ່ສຸພາບ ຫຼື ເບິ່ງຄືເຖົ້າເກີນໄປ ໃຫ້ລອງເລືອກມາໃສ່ໂທນສີເຂັ້ມ ລຽບໆ ພ້ອມກັບເຄື່ອງປະດັບຈັກອັນສອງອັນທີ່ຈະສ້າງຈຸດເດັ່ນໃຫ້ທ່ານ.
  4. ຢ່າໃສ່ເຄື່ອງປະດັບມີແສງແວວວາວ: ຫ້າມໃສ່ເຄື່ອງປະດັບທີ່ມີແສງແວວວາວຫຼາຍຈົນເກີນໄປ ເພາະຈະເຮັດໃຫ້ຄົນເບິ່ງເປັນຕູ້ໂຊເຄື່ອງປະດັບເຄື່ອນທີ່ ອາດຈະໃສ່ພຽງແຕ່ໂມງ, ສາຍແຂນ ແລະ ແຫວນຈັກວົງໜຶ່ງກໍພໍແລ້ວ.
  5. ເລືອກສີເສື້ອຕາມຄວາມເໝາະສົມ: ຄວນເລືອກເສື້ອສູດເຊັ່ນ: ສີຂີ້ເທົ່າ, ຟ້າແກ່ ແລະ ສີດໍາ ສ່ວນເສື້ອເຊີ໋ດທາງໃນອາດຈະເລືອກເປັນ ສີຂາວ, ຟ້າອ່ອນ, ຟ້າແກ່ ຫຼື ສີດໍາ ເປັນຕົ້ນ ໃຫ້ເໝາະສົມກັບງານ.
  6. ເລືອກຊຸດໃຫ້ພໍດີກັບຕົວເອງ: ການທີ່ທ່ານນຸ່ງເຄື່ອງຫຼົມເກີນໄປ ຫຼື ຮັດເກີນໄປ ທ່ານຈະກາຍເປັນຕົວຕະຫຼົກ ສະນັ້ນ ກ່ອນຈະໃສ່ທ່ານຕ້ອງສໍາຫຼວດໃຫ້ດີກ່ອນວ່າຂະໜາດຂອງເຄື່ອງນຸ່ງນັ້ນມັນເໝາະກັບຕົວເອງແລ້ວບໍ່ ຖ້າໃສ່ຊຸດທີ່ພໍດີກັບຕົວທ່ານກໍຈະມີຄວາມໝັ້ນໃຈເພີ່ມຂຶ້ນ.

Comments