ເລືອກ“ເນັກໄທ໋”ໃຫ້ເຂົ້າກັບເສື້ອສູດ ຊ່ວຍເສີມບຸກຄະລິກໃຫ້ໂດດເດັ່ນ ແລະ ສະຫງ່າ.

ບັນດາທ່ານ ການແຕ່ງຕົວນັ້ນ ຖືເປັນການເສີມສ້າງບຸກຄະລິກໃຫ້ກັບທ່ານຢ່າງທີ່ປະຕິເສດບໍ່ໄດ້ເລີຍ ເພາະການແຕ່ງຕົວ,ສໍາລັບຜູ້ຊາຍເຖິງວ່າຂັ້ນຕອນການແຕ່ງຕົວຈະບໍ່ຫຍຸ້ງຍາກຊັບຊ້ອນເທົ່າກັບແມ່ຍິງ ແຕ່ໃນການເລືອກເຄື່ອງນຸ່ງໃຫ້ Match ກັນນັ້ນເປັນເລື່ອງທີ່ບໍ່ງ່າຍເລີຍ ນັບຕັ້ງແຕ່“ເນັກໄທ໋” ກໍຖືເປັນສິ່ງສໍາຄັນຄືກັນ. ດັ່ງນັ້ນ ວາລະສານທາເກັດ ສະບັບນີ້ ຈຶ່ງໄດ້ນໍາເອົາວິທີການເລືອກ“ເນັກໄທ໋”ໃຫ້ເຂົ້າກັບເສື້ອສູດ ຫຼື ເສື້ອແວ໊ດມາໃຫ້ບັນດາທ່ານໄດ້ເລືອກ ເພື່ອເສີມສ້າງບຸກຄະລິກໃຫ້ໂດດເດັ່ນ ແລະ ເພີ່ມຄວາມສະຫງ່າງາມ ເພີ່ມສະເໜໃຫ້ກັບທ່ານ.

  1. “ເນັກໄທ໋”ສີລາຍສະກ໊ອດ: ສີນີ້ຈະຊ່ວຍໃຫ້ຜູ້ຊາຍເປັນຄົນທີ່ມີຄວາມທັນສະໄໝ, ໝັ້ນໃຈ ແລະ ຄວນເລືອກໃສ່ກັບເສື້ອສູດສີດໍາ ຫຼື ນໍ້າຕານ ສ່ວນເສື້ອ”ເຊີ໋ດ”(Shirt) ຄວນເລືອກສີຂາວ ຈະເຂົ້າກັນໄດ້ດີ.
  2. “ເນັກໄທ໋”ລາຍຂວາງ: ແບບລາຍສີເງິນຈະມີຄວາມ“ຄລາສສິກ” ເໝາະກັບນັກທຸລະກິດທີ່ຕ້ອງສ້າງຄວາມໜ້າເຊື່ອຖືໃຫ້ກັບຕົວເອງ ແລະ ຈະໄປໄດ້ດີກັບເສື້ອສູດສີຂີ້ເທົ່າ ຄວນໃສ່ກັບເສື້ອ”ເຊີ໋ດ”ສີຂາວ ເພາະຈະເຮັດໃຫ້ເບິ່ງສະອາດງາມຕາ.
  3. “ເນັກໄທ໋”ລາຍກຣາຟຟິກ:ເໝາະກັບຜູ້ຊາຍທີ່ມີບຸກຄະລິກມັກມ່ວນ ຫາກຢາກແຕ່ງຕົວໃຫ້ເປັນໜຸ່ມເຈົ້າຊູ້ແດ່ຈັກໜ້ອຍ ກໍເລືອກສີນີ້ມາປະດັບຄໍໄດ້ເລີຍ ແລະ ຫາກຈະໃຫ້ເບິ່ງດີຍິ່ງຂຶ້ນຄວນໃສ່ຄູ່ກັບເສື້ອສູດສີເງິນ,ຂີ້ເທົ່າ ແລະ ນໍ້າຕານ ສ່ວນເສື້ອ”ເຊີ໋ດ”ທີ່ໃສ່ນັ້ນບໍ່ຈໍາກັດສີສັນ.
  4. “ເນັກໄທ໋”ສີຂີ້ເທົ່າລາຍດອກນ້ອຍໆ:ສີນີ້ບໍ່ຄວນຂາດໄປຈາກຕູ້ເສື້ອຜ້າເດັດຂາດ ເພາະຈະເຂົ້າກັນໄດ້ດີກັບເສື້ອທຸກສີ ແລະ ເສື້ອສູດເກືອບທຸກຊຸດທີ່ທ່ານມີ ບໍ່ວ່າເສື້ອ”ເຊີ໋ດ” ຫຼື ເສື້ອສູດນັ້ນຈະເປັນແບບໃດກໍຕາມ ເຊິ່ງຖ້າທ່ານເປັນຄົນທີ່ບໍ່ຄ່ອຍມັກແຕ່ງຕົວຫຼາຍສາມາດເລືອກ”ເນັກໄທ໋”ສີນີ້ມາໃສ່ເມື່ອຕ້ອງອອກງານ.
  5. “ເນັກໄທ໋”ສີມ່ວງລາຍດອກ: ສໍາລັບຜູ້ຊາຍທີ່ມີຄວາມພິຖີພິຖັນໃນເລື່ອງການແຕ່ງຕົວຄົງພາດບໍ່ໄດ້ທີ່ຈະມີສີນີ້ເອົາໄວ້ ເພາະມັນຈະສະແດງເຖິງຄວາມສຸຂຸມ ແລະ ເປັນນັກອະນຸລັກນິຍົມ ເສື້ອສູດທີ່ເໝາະກັບ”ເນັກໄທ໋”ລາຍນີ້ຈະເປັນສີຂາວ ສີຂຽວແບບທະຫານ ຫຼື ສີນໍ້າຕານ ແລະ ເສື້ອ”ເຊີ໋ດ”ຄວນຈະເປັນສີເງິນ, ດໍາ ຫຼື ນໍ້າຕານ ເຊິ່ງຈະເຮັດໃຫ້ເບິ່ງເປັນຄົນທີ່ພູມຖານ ແລະ ອົບອຸ່ນ.
  6. “ເນັກໄທ໋”ສີທົ່ວໆໄປ:ເປັນສີແບບທີ່ຜູ້ຊາຍນິຍົມຫຼາຍທີ່ສຸດ ເພາະມີສີສັນຫຼາກຫຼາຍໃຫ້ເລືອກນັ້ນເອງ ມີທັງສີເຂັ້ມ. ສີອ່ອນ, ສີເຫຼື້ອມ ແລະ ສີດ້ານ ຈະເຮັດໃຫ້ຜູ້ທີ່ໃສ່ເປັນຄົນລຽບງ່າຍ ແຕ່ເຕັມໄປດ້ວຍຄວາມສະຫງ່າ ເບິ່ງພູມຖານ ແລະ ຄລາສສິກ ລວມຢູ່ນໍາກັນ ແລະ ຖ້າໃສ່ກັບເສື້ອ”ເຊີ໋ດ”ສີຂາວ, ເສື້ອສູດສີດໍາ ຫຼື ສີຂີ້ເທົ່າ ຈະເຮັດໃຫ້ “ເນັກໄທ໋”ໂດດເດັ່ນຂຶ້ນ.

Comments